ຝາກຄວາມຫວັງ ແລະ ໝັ້ນໃຈຕໍ່ກັບສະພາໃນການເລັ່ງແກ້ໄຂບັນຫາຂອງຊາດ
ໂດຍ: ທິດກໍ່າ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາແຕ່ວັນທີ 27 ຕຸລາ ແລະ ຈະສືບຕໍ່ໄປຮອດວັນທີ 17 ພະຈິກນີ້ ຈຶ່ງຈະໄດ້ປິດລົງຢ່າງເປັນທາງການ. ມາຮອດປັດຈຸບັນ, ກອງປະຊຸມດັ່ງກ່າວພວມດຳເນີນໄປພາຍໃຕ້ບັນຍາກາດອັນດີ ມີຫລາຍບັນຫາສຳຄັນຂອງຊາດທີ່ຈະຕ້ອງໄດ້ຮັບການແກ້ໄຂໃຫ້ມີຜົນສຳເລັດຕາມເປົ້າໝາຍທີ່ໄດ້ວາງໄວ້. ໃນວາລະຂອງກອງປະຊຸມ, ນອກຈາກໄດ້ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາປີ 2020 ນັບທັງທິດທາງແຜນການປະຈຳປີ 2021 ຈາກທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລ້ວ ຍັງໄດ້ຮັບຟັງບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດຈາກບັນດາທ່ານຮອງນາຍົກລັດຖະ ມົນຕີ, ບັນດາທ່ານລັດຖະມົນຕີທີ່ມີໜ້າທີ່ຮັບຜິດຊອບວຽກງານຂອງແຕ່ລະຂົງເຂດ ນັບທັງການປະກອບຄຳເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດນັ້ນກໍເຫັນວ່າມີຫລາຍອັນຫລາຍຢ່າງທີ່ຈະຕ້ອງໄດ້ບຸກທະລຸສູ້ຊົນຜ່ານຜ່າແກ້ໄຂໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳ.
ແນວໃດກໍດີ, ຕໍ່ເນື້ອໃນການລາຍງານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຄາດວ່າປີນີ້ເສດຖະກິດຂອງ ສປປ ລາວເຮົາ ຈະຂະຫຍາຍຕົວພຽງ 3,3% ມູນຄ່າຕາມລາຄາໃນປີປະມານ 173.138 ຕື້ກີບ ໃນນີ້ຂະແໜງກະສິກຳຂະຫຍາຍຕົວຕາມແຜນດັດແກ້ 2,3% ກວມເອົາ 16,6% ຂອງ GDP, ຂະແໜງອຸດສາຫະກຳຂະຫຍາຍຕົວ 9,8% ກວມເອົາ 33% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 8,8%) ແລະ ຂະແໜງບໍລິການ -1,6% ກວມເອົາ 39,5% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 1,7%). ສຳລັບແຜນພັດທະນາເສດຖະກິດ-ສັງຄົມປີ 2021 ແມ່ນເລັ່ງໃສ່ເພື່ອຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ປະກອບມີ ເປົ້າໝາຍນຳພາປະເທດຊາດສາມາດບັນລຸເງື່ອນໄຂການຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ (LDC), ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs), ຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວ ຮັບປະກັນການພັດທະນາໄປຕາມທິດຍືນຍົງ, ສົມດູນ ແລະ ສີຂຽວ ແລະ ຮັບປະກັນໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ສົມດູນກວ່າເກົ່າ. ນີ້ແມ່ນການສັງລວມເອົາບາງເນື້ອໃນກົກໆຂອງເປົ້າໝາຍການພັດທະນາປະເທດຊາດບ້ານເມືອງໃນປັດຈຸບັນ ແລະ ຫ້າປີຂ້າງໜ້າຂອງລັດຖະບານເຮົາມາເລົ່າສູ່ກັນຟັງ.
ແຕ່ແນວໃດກໍຕາມ, ນີ້ມັນເປັນພຽງແຜນລວມຍອດທີ່ຈະເປັນບ່ອນອີງໃນການເຄື່ອນໄຫວ ທັງເປັນໄມ້ຫລາວັດແທກເຖິງໝາກຜົນໃນການຈັດຕັ້ງປະຕິບັດມາເປັນຂອດຕັດສິນ ເພາະວ່າໃນການຈັດຕັ້ງປະຕິ ບັດເພື່ອຜັນຂະຫຍາຍບັນດານະໂຍບາຍຕ່າງໆທີ່ວາງອອກນັ້ນ ມັນຍັງຂຶ້ນກັບຫລາຍປັດໄຈ, ຫລາຍເງື່ອນໄຂ ແລະ ສະພາບແວດລ້ອມທີ່ມາເອື້ອອຳນວຍ ເຊິ່ງກ່ອນອື່ນໝົດກໍແມ່ນບຸກຄະລາກອນຜູ້ເຮັດຕົວຈິງເປັນຫລັກ. ນອກຈາກຄົນເປັນຂອດຕັດສິນແລ້ວ ມັນຍັງຂຶ້ນກັບສະພາບແວດລ້ອມທີ່ຈະມາສ້າງຜົນກະທົບຕໍ່ການພັດທະນາສ້າງສາປະເທດຊາດ ດັ່ງໃນປັດຈຸບັນພວກເຮົາພວມສູ້ກັບມະຫັນຕະໄພສອງຢ່າງ ເປັນຕົ້ນ ພະຍາດໂຄວິດ-19 ແລະ ໄພພິບັດນ້ຳຖ້ວມໃນແຕ່ລະປີ.
ສ່ວນວ່າປັດໄຈທີ່ຂຶ້ນກັບບຸກຄະລາກອນເປັນຂອດຕັດສິນນັ້ນ, ໃນກອງປະຊຸມສະພາແຕ່ລະຄັ້ງ ພວກເຮົາກໍເຄີຍເວົ້າວ່າກັນແຫລກແຫລວພໍສົມຄວນ ເປັນຕົ້ນແມ່ນເລື່ອງການກວດສອບ-ກວດກາລັດ, ບັນຫາການແກ້ໄຂກັບບຸກຄົນ ແລະ ກຸ່ມຄົນທີ່ຜິດກົດໝາຍ ຫລືວ່າ ຜິດລະບຽບຂອງພັກ, ຂອງອົງກອນ ແລະ ຂອງພະນັກງານລັດນັ້ນຍັງບໍ່ເດັດຂາດ, ຍັງຫາວິທີແກ່ຍືດແກ່ຍາວ, ຊ້ຳບໍ່ໜຳ ບາງຂະແໜງການຢູ່ຂັ້ນທ້ອງຖິ່ນ ເປັນຕົ້ນຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນກະຊວງບາງບ່ອນຍັງມີການກະທຳຜິດແບບຊ້ຳເຕີມ ກໍຍັງຫາວິທີປົກປ້ອງກັນໄວ້ ລວມໄປເຖິງອົງການຕຸລາການທີ່ເປັນຕົວຫລັກປະຕິບັດກົດໝາຍກໍບໍ່ເດັດຂາດເຂັ້ມງວດ ມັນກໍເລີຍເກີດມີບັນຫາລວາດແຂ້ວເຕົ່າ ຈຶ່ງເຮັດໃຫ້ປະສິດທິພາບ ແລະ ປະສິດທິຜົນຂອງງານບໍ່ເປັນໄປຕາມແຜນທີ່ຄາດກະເອົາໄວ້ ສະແດງອອກຄື: ກອງປະຊຸມສະພາເທື່ອໃດ ອົງການກວດກາລັດກໍແຈ້ງພົບເຫັນມີຫລາຍໂຄງການລະເມີດກົດໝາຍ, ເຫັນຕົວເລກການເສຍຫາຍຫລາຍພັນຕື້ແບບບໍ່ສຸດບໍ່ສ້ຽງ, ແຕ່ວິທີການແກ້ໄຂນັ້ນ ພວກເຮົາພັດຍັງໂຍະຍານ ຍ້ອນການເຫັນແກ່ພັກແກ່ພວກ ແລະ ຄົນເຈົ້າຄົນຂ້ອຍ ແລະ ເງື່ອນໄຂຕໍ່ລອງ ແລະ ອື່ນໆ.
ເຖິງຢ່າງໃດກໍດີ, ທຸກບັນຫາທີ່ໄດ້ນຳເອົາມາຍົກຂຶ້ນໃນສະພານັ້ນ ຈະເປັນເລື່ອງດີ ຫລື ຈຸດອ່ອນຂໍ້ຄົງຄ້າງ ມັນລ້ວນແລ້ວແຕ່ແມ່ນພາລະກິດທີ່ຕ້ອງແກ້ ເພື່ອໃຫ້ປະຊາຊົນເຂົາເຊື່ອໝັ້ນ ແລະ ມີສັດທາ ເພາະສະພາແຫ່ງຊາດເປັນຜູ້ຕາງໜ້າໃຫ້ສິດຜົນປະໂຫດຍຂອງປະຊາຊົນ, ເຮັດວຽກເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ທັງໝັ້ນໃຈຕໍ່ການແກ້ໄຂບັນຫາສຳຄັນໃຫຍ່ຫລວງຂອງຊາດ. ສະພາແຫ່ງຊາດກໍເປັນສ່ວນໜຶ່ງໃນການກວດສອບ-ກວດກາ ທັງເປັນແມ່ແຮງໃນການຊຸກດັນການບໍລິຫານວຽກງານຂອງລັດຖະບານ.