ກົມອຸຕຸແຈ້ງເຕືອນພາກກາງ-ພາກເໜືອ ກຽມຮັບມືພາຍຸໝຸນເຂດຮ້ອນວາມກໍ 14-17 ພະຈິກນີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໄພພາຍຸໝຸນເຂດຮ້ອນ ວາມກໍ (STS VAMCO) ຫົວທີ 22 ປະຈໍາປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ ເຊິ່ງໃນເວລາ 7 ໂມງ 50 ນາທີ ຂອງວັນທີ 12 ພະຈິກນີ້ ມີຈຸດສູນກາງຢູ່ເສັ້ນຂະໜານທີ 15,2 ອົງສາເໜືອ ແລະ ເສັ້ນແວງທີ 119,7 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພາຍຸ ແມ່ນ 108 ກິໂລແມັດຕໍ່ຊົ່ວໂມງ.
ຄາດຄະເນວ່າ: ພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງຫວຽດນາມໃນຕອນກາງຄືນຂອງວັນທີ 14 ພະຈິກນີ້ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກກາງຫາພາກເໜືອດ້ານຕາເວັນອອກຂອງລາວ ໃນວັນທີ 15-16 ພະຈິກນີ້ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກເໜືອດ້ານຕາເວັນອອກ ໃນວັນທີ 14-17 ພະຈິກນີ້.
ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທີ່ອາໄສຢູ່ບັນດາແຂວງເຊກອງ, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ຫລວງພະບາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ແລະ ລົມພັດແຮງ. ພ້ອມນີ້ໃຫ້ກະກຽມເກັບມ້ຽນຜົນລະປູກໄວ້ບ່ອນທີ່ປອດໄພ ແລະ ໃຫ້ຕິດຕາມແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.