ຫວຽດນາມຕັ້ງເປົ້າ GDP ປີ 2021 ເຕີບໃຫຍ່ 6%
ຫວຽດນາມຕັ້ງເປົ້າລວມຍອດຜະລິດຕະພັນພາຍໃນ (GDP) ເຕີບໃຫຍ່ປະມານ 6% ໃນປີ 2021. ຂະນະຕໍ່ສູ້ກັບການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຢ່າງມີປະສິດທິພາບ.
ເປົ້າໝາຍດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງແຜນພັດທະນາສັງຄົມ-ເສດຖະກິດສຳລັບປີ 2021 ຜ່ານການເຫັນພ້ອມໃນວັນທີ 11 ພະຈິກ ໂດຍສະພາແຫ່ງຊາດຂອງຫວຽດນາມ ເຊິ່ງເປັນສະພາສູງສຸດຂອງປະເທດ ລະຫວ່າງກອງປະຊຸມສະພາສະໄໝທີ XIV ຄັ້ງທີ 10.
ສໍານັກຂ່າວຫວຽດນາມ (Vietnam News Agency) ລາຍງານວ່າ: ພາຍໃຕ້ແຜນດັ່ງກ່າວ, ຫວຽດນາມຈະພະຍາຍາມຄວບຄຸມການເຕີບໃຫຍ່ຂອງດັດຊະນີລາຄາຜູ້ບໍລິໂພກໃຫ້ຢູ່ປະມານ 4% ແລະ ຕັ້ງເປົ້າ GDP ຕໍ່ຫົວຄົນ 3.700 ໂດລາສະຫະລັດ ເຊິ່ງໃນປີ 2021 ຫວຽດນາມຈະຕັ້ງເປົ້າດຳເນີນການປ້ອງກັນ ແລະ ຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິພາບຕໍ່ໄປ.
ສໍານັກຂ່າວຫວຽດນາມລາຍງານອີກວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ, ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານດຳເນີນການຄວບຄຸມ ແລະ ຫລຸດຜົນກະທົບຈາກພະຍາດໂຄວິດ-19 ແລະ ພະຍາດລະບາດອື່ນໆ ລວມທັງເລັ່ງການວິໄຈ ແລະ ການຮ່ວມມືກັບຕ່າງປະເທດໃນການພັດທະນາວັກຊີນປ້ອງກັນພະຍາດໂຄວິດ-19. ນອກຈາກນີ້ ຍັງຕ້ອງສົ່ງເສີມການສົ່ງອອກ ແລະ ພັດທະນາຕະຫລາດພາຍໃນປະເທດ ໂດຍໃຫ້ຄວາມສຳຄັນຕໍ່ການກະຕຸ້ນຄວາມຕ້ອງການຂອງຜູ້ບໍລິໂພກ.
ທັງນີ້, ສໍານັກງານສະຖິຕິແຫ່ງຊາດຫວຽດນາມ ລະບຸວ່າ: ໃນໄລຍະ 9 ເດືອນທຳອິດຂອງປີ 2020 GDP ຂອງຫວຽດນາມເຕີບໃຫຍ່ 2,12% ເຊິ່ງເປັນອັດຕາການເຕີບໃຫຍ່ຕໍ່າທີ່ສຸດໃນໄລຍະປີ 2011-2020.
ໂດຍລາຍງານທີ່ເຜີຍແຜ່ໃນເດືອນຕຸລາລະບຸວ່າ: ກອງທຶນການເງິນສາກົນ (IMF) ຄາດຄະເນວ່າ: ການເຕີບໃຫຍ່ທາງເສດຖະກິດຂອງຫວຽດນາມໃນປີ 2020 ຈະຢູ່ປະມານ 1,6% ກ່ອນຈະກັບມາຢູ່ 6,7% ໃນປີ 2021.