ອົງການກາແດງລາວສ້າງຄວາມເຂັ້ມແຂງວຽກງານສືບທາວຫາຍາດພີ່ນ້ອງໃຫ້ພະນັກງານ
ໃນວັນທີ 11-13 ພະຈິກນີ້, ອົງການກາແດງລາວໄດ້ເຝິກອົບຮົມວຽກງານສືບທາວຫາຍາດພີ່ນ້ອງທົ່ວປະເທດ ຂຶ້ນຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ພ້ອມຄະນະນຳກາແດງແຂວງ ແລະ ພະນັກງານສືບທາວຫາຍາດພີ່ນ້ອງກາແດງແຂວງໃນທົ່ວປະເທດເຂົ້າຮ່ວມ.
ເພື່ອຖອດຖອນບົດຮຽນ, ຕີລາຄາດ້ານດີ, ດ້ານດີອ່ອນ ໃນໄລຍະຜ່ານມາ ແລະ ທິດທາງໃນການປັບປຸງ ແລະ ພັດທະນາວຽກງານສືບທາວຫາຍາດພີ່ນ້ອງໃນອະນາຄົດ; ແລກປ່ຽນປະສົບການປະຕິບັດງານຕົວຈິງຊຶ່ງກັນ ແລະ ກັນ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານຮັບຜິດຊອບ ແລະ ຜູ້ຊີ້ນຳວຽກງານສືບທາວໃນຂັ້ນແຂວງ ແລະ ເປັນການເສີມສ້າງທັກສະດ້ານການລົງໂຄສະນາວຽກງານສືບທາວຫາຍາດຢູ່ທ້ອງຖິ່ນ.
ວຽກງານສືບທາວຫາຍາດພີ່ນ້ອງເປັນວຽກງານໜຶ່ງທີ່ສຳຄັນໃນການຊ່ວຍເຫລືອຍາດພີ່ນ້ອງທີ່ພັດພາກຈາກກັນ ແລະ ທັງເປັນການຫລຸດຜ່ອນຄວາມກັງວົນໃຫ້ພີ່ນ້ອງ, ເປັນສື່ກາງໃນການສົ່ງຂ່າວໃຫ້ຄອບຄົວ ແລະ ຊ່ວຍໃຫ້ຄອບຄົວກັບມາຕິດຕໍ່ກັນໄດ້. ໃນໄລຍະຜ່ານມາອົງການກາແດງລາວໄດ້ ເປີດຄຳຮ້ອງສືບທາວຫາຍາດພີ່ນ້ອງໄດ້ ແລະ ສາມາດສືບທາວ ເຮັດໃຫ້ສະມາຊິກຄອບຄົວໄດ້ຮັບຮູ້ຂ່າວ ແລະ ກັບມາຢູ່ຮ່ວມກັນອີກຄັ້ງ.
ນອກນັ້ນຍັງໄດ້ຊ່ວຍສົ່ງຈົດໝາຍກາແດງໃຫ້ພີ່ນ້ອງທີ່ພັດພາກກັນຢູ່ຕ່າງປະເທດໄດ້ຫລາຍສະບັບ; ສ້າງພະນັກງານສືບທາວໃນທົ່ວປະເທດ; ຂະຫຍາຍການຊ່ວຍເຫຼືອຜ່ານການກະຈາຍຂໍ້ມູນໃຫ້ສັງຄົມທາງ ສື່ໂຄສະນາທາງວິທະຍຸ, ວີດີໂອ, ແຜ່ນໂຄສະນາ, ໃບໂຄສະນາ ແລະ ລົງໂຄສະນາໃຫ້ປະຊາຊົນໃນຂັ້ນບ້ານ.