ແຂວງໄຊສົມບູນ ເປີດຕະຫລາດນັດ ຊື້-ຂາຍ ສິນຄ້າກະສິກຳສະອາດ
ໃນວັນທີ 13 ພະຈິກນີ້, ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ເປີດຕະຫລາດນັດ ຊື້-ຂາຍ ສິນຄ້າກະສິກຳສະອາດ ຢູ່ຕະຫລາດແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງ, ຮອງເຈົ້າແຂວງໄຊສົມບູນ.

ໃນພິທີທ່ານຮອງເຈົ້າແຂວງ ໄດ້ມີຄຳເຫັນວ່າ: ການເປີດຕະຫລາດນັດກະສິກຳສະອາດຄັ້ງນີ້ຊຶ່ງເປັນການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ເກີດມີສິນຄ້າກະສິກຳທີ່ຫລາກຫລາຍ ໂດຍສະເພາະ ແມ່ນກະສິກຳສະອາດ ອັນເປັນທີ່ຕ້ອງການບໍລິໂພກຂອງສັງຄົມ ນັບມື້ນັບເພີ່ມຂຶ້ນ, ໂດຍຮັບປະກັນຄວາມປອດໄພ ແລະ ມີສຸຂະອະນາໄມຕໍ່ຜູ້ບໍລິໂພກ. ນອກນີ້ ຍັງເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ມີບາດກ້າວໃໝ່ທີ່ດີກວ່າເກົ່າຄື: ການພັດທະນາວຽກງານອຸດສາຫະກຳ ແລະ ການຄ້າ, ວຽກງານກະສິກຳການປູກ-ການລ້ຽງ ທັງເປັນການຈັດຕັ້ງຜັນຂະຫຍາຍດຳລັດ 414 ໃຫ້ປະກົດຜົນເປັນຈິງ.

ພ້ອມນີ້ ກໍເພື່ອສ້າງຄວາມເຂັ້ມແຂງ ແລະ ເອື້ອອຳນວຍຄວາມສະດວກໃນການຊື້ຂາຍສິນຄ້າ ແລະ ສົ່ງເສີມສ້າງຕັ້ງກຸ່ມການຜະລິດສິນຄ້າກະສິກຳ ໃຫ້ໄປຕາມທິດສີຂຽວ ແລະ ຍຶນຍົງ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າ ຈາກພູມປັນຍາຂອງປະຊາຊົນບັນດາເຜົ່າ ແລະ ຄໍ້າປະກັນທາງດ້ານສະບຽງອາຫານ ໂດຍແນໃສ່ການຊື້ຂາຍສິນຄ້າກະສິກຳສະອາດ ໂດຍຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ຊຶ່ງເປັນການສ້າງຕານ່າງ ແລະ ເຄືອຂ່າຍ ຫລື ຈັບຄູ່ລະຫວ່າງຜູ້ຜະລິດ, ຜູ້ຊື້ ກໍຄືຕະຫລາດໃຫ້ເປັນລະບົບທີ່ໝັ້ນຄົງ-ຍືນຍົງ ໃນການເຮັດທຸລະກິດ ກ່ຽວກັບກະສິກຳສະອາດ ຢູ່ພາຍໃນແຂວງ.









