ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ) - IMG 20201112 WA0070 - ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ) - kitchen vibe - ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)

ໃນຕອນຄ່ຳວັນທີ 12 ພະຈິກນີ້, ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳແມ່ຍິງອາຊຽນ ພາຍໃຕ້ຫົວຂໍ້: ບົດບາດຂອງແມ່ຍິງໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມໜຽວແໜ້ນ, ເຂັ້ມແຂງ, ຍືນຍົງ ແລະ ຮອບດ້ານ ຫລັງໂຄວິດ-19 (ແບບທາງໄກ) ຊຶ່ງເປັນກອງປະຊຸມຜູ້ນຳແມ່ຍິງອາຊຽນຄັ້ງທຳອິດ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໂດຍມີບັນດາຜູ້ນຳອາຊຽນ, ຕາງໜ້າຜູ້ນຳຍິງອາຊຽນ, ຜູ້ຊ່ວຍພິເສດເລຂາທິການໃຫຍ່ ສປຊ ດ້ານການເງິນ ເພື່ອການພັດທະນາ, ຕາງໜ້າທະນາຄານໂລກ ເຂົ້າຮ່ວມ. ສຳລັບຕາງໜ້າຜູ້ນຳແມ່ຍິງລາວ ແມ່ນທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເຂົ້າຮ່ວມ.

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ) - IMG 20201112 WA0067 300x200 - ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ) - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ) - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)

ໃນກອງປະຊຸມ, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນຂະບວນການພັດທະນາ ກໍຄືການຟື້ນຟູເສດຖະກິດ-ສັງຄົມຢູ່ພາກພື້ນອາຊຽນ ກໍຄືໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການຮັບມືກັບພະຍາດດັ່ງກ່າວ ຊຶ່ງແມ່ຍິງໄດ້ມີສ່ວນຮ່ວມເຂົ້າໃນຂະບວນການລວມຂອງອາຊຽນ, ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ. ສຳລັບແຜນການໃນຕໍ່ໜ້າ, ອາຊຽນເຫັນດີສືບຕໍ່ເຊື່ອມສານບົດບາດຂອງແມ່ຍິງເຂົ້າໃນວຽກງານ ແລະ ກິດຈະກຳຕ່າງໆຂອງອາຊຽນ ລວມທັງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ຫລັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນໃສ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງເງື່ອນໄຂ ແລະ ກາລະໂອກາດໃນການສ້າງຂີດຄວາມສາມາດໃຫ້ແກ່ແມ່ຍິງ, ສ້າງວຽກເຮັດງານທຳ ແລະ ການເຂົ້າເຖິງແຫລ່ງທຶນ ກໍຄືເຕັກໂນໂລຊີທັນສະໄໝໃນຍຸກດິຈິຕອນ ຫລື ອຸດສະຫະກຳ 4.0. ອາຊຽນ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ແລະ ສ້າງເຄືອຂ່າຍລະຫວ່າງແມ່ຍິງອາຊຽນກັບບັນດາອົງກອນແມ່ຍິງພາຍໃຕ້ຂອບອົງການສະຫະປະຊາຊາດ ແລະ ອົງກອນແມ່ຍິງໃນພາກພື້ນອື່ນໆໃນຂອບເຂດທົ່ວໂລກ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ແລກປ່ຽນຄຳຄິດເຫັນ ໂດຍໄດ້ເນັ້ນສະເພາະບົດບາດການນຳພາຂອງແມ່ຍິງໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເພີ່ມທະວີການສົ່ງເສີມບົດບາດຂອງແມ່ຍິງໃນແຕ່ລະຂົງເຂດວຽກງານ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແມ່ຍິງພາຍຫລັງໂຄວິດ-19.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ປະກອບຄຳເຫັນ ໂດຍຕີລາສູງຕໍ່ກັບການມີສ່ວນຮ່ວມຂອງແມ່ຍິງໃນທຸກຂົງເຂດ ແລະ ກິດຈະກຳຕ່າງໆຂອງອາຊຽນ ກໍຄືການພັດທະ ນາເສດຖະກິດ-ສັງຄົມຂອງປະເທດ. ໃນໄລຍະຕໍ່ໜ້າ ເຫັນຄວນສືບຕໍ່ເພິ່ມທະວີບັນດາກົນໄກ, ແຜນງານ ແລະ ແຜນການຕ່າງໆ ທີ່ໄດ້ມີການເຊື່ອມສານບົດບາດຍິງ-ຊາຍໃຫ້ປະກົດເປັນຮູບປະທຳຢ່າງແທ້ຈິງ.

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ) - 5 - ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ) - 4 - ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ) - 3 - ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳແມ່ຍິງອາຊຽນ (ແບບທາງໄກ)