ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ມາຮອດປັດຈຸບັນວຽກທັງໝົດ ຄືບຫນ້າ 88 % ຈະເປີດນຳໃຊ້ທ້າຍປີ 2021
ໃນວັນທີ 14 ພະຈິກ 2020 ທ່ານທູດເສດຖະກິດຈີນປະຈຳລາວ ລາຍງານ ເນື່ອງໃນໂອກາດການລົງຢ້ຽມຢາມຂອງຊິກສະພາແຫ່ງຊາດ ນຳໂດຍ ທ່ານສາຍທອງ ແກ້ວດວງດີ ປະທານກຳມາທິການກົດຫມາຍສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດເຂດເລືອກທີ 1 ນະຄອນຫລວງວຽງຈັນ ໄດ້ຢ້ຽມຢາມບໍລິສັດວິສະວະ ກຳທາງລົດໄຟເລກ 2 ຂອງຈີນຢູ່ ບ້ານສົງເປືອຍ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ທາງລົດໄຟລາວ-ຈີນ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ທັນວາ 2016 ມີໄລຍະການກໍ່ສ້າງ 5 ປີ ແລະ ຈະເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2021 ໂດຍໃຊ້ງົບປະມານກໍ່ສ້າງ 37 ຕື້ 400 ລ້ານຢວນ, ການກໍ່ສ້າງແບ່ງອອກເປັນ 2 ໄລຍະຄື:ແຕ່ຢູ່ຍຊີ ຫາ ບໍ່ຫານ ມີຄວາມຍາວ 509 ກິໂລແມັດ ແລະ ແຕ່ບໍ່ເຕັນ ຫາ ນະຄອນຫລວງວຽງຈັນ ມີຄວາມຍາວ 422 ກິໂລແມັດ ຖືກອອກແບບດ້ວຍຄວາມໄວ 160 ກິແມັດຕໍ່ຊົ່ວໂມງ, ມີທັງໝົດ 32 ສະຖານນີ ເຊີ່ງເປັນໂຄງການບູລິມາສິດທຳອິດພາຍໃຕ້ຫົວຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກາຍເປັນສັນຍະລັກແຫ່ງການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຈີນ. ມາຮອດປັດຈຸບັນວຽກທັງໝົດຂອງໂຄງການມີຄວາມຄືບໜ້າ 88 % ໃນນີ້ແບ່ງເປັນໜ້າຍ່ອຍ ເຊັ່ນ ວຽກການວາງຂາງຂົວກວມຫລາຍກວ່າ 95%, ການວາງລາງລົດໄຟ ມີຄວາມຄືບໜ້າເກືອບ 56%, ວຽກລະບົບເກືອບ 19% ແລະການກໍ່ສ້າງສະຖານນີມີຄວາມຄືບຫນ້າກວ່າ 21% ແລະ ວຽກງານອື່ນໆ.
ທ່ານສາຍທອງ ແກ້ວດວງດີ ຕາງຫນ້າໃຫ້ຄະນະຜູ້ແທນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິບັດຫນ້າທີຂອງພະນັກງານທຸກຄົນລວມເຖິງພາກສ່ວນກ່ຽວຂ້ອງຕ່າງໆທີ່ເອົາໃຈໃສ່ໃນການປະຕິບັດຫນ້າທີ່ຢ່າງແຂງ ແຮງໃນການກໍ່ສ້າງທາງລົດໄຟລາວ-ຈີນ ເຮັດໃຫ້ໂຄງການນີ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງຈະປຸກລະດົມໃຫ້ປະຊາຊົນຊາວນະຄອນຫລວງວຽງຈັນໃຫ້ການຮ່ວມມືກັບໂຄງການນີ້ຢ່າງຈິງຈັງ ດ້ານການປົກປັກຮັກສາ ແລະ ປະຕິມັດມາຕະການຄວາມປອດໄພຕາມເສັ້ນທາງລົດໄຟ, ເພື່ອໃຫ້ປາສະຈາກອຸປະຕິເຫດທີ່ອາດຈະເກີດຂຶ້ນ.