ດີໃຈແທນປະຊາຊົນເມືອງເຊໂປນ! ກຸ່ມການຄ້າຫວຽດນາມ ນະຄອນຫລວງວຽງຈັນ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ມູນຄ່າ 35.000.000 ກີບ
November 16, 2020 - 1:49 PM
ໃນວັນທີ 13 ພະຈິກຜ່ານມານີ້, ກຸ່ມການຄ້າຫວຽດນາມ ນະຄອນຫລວງວຽງຈັນ ໄດ້ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ປະກອບມີ: ເສື້ອຜ້າ, ເກີບ, ກະເປົາເປ້, ໝໍ້ນຶ້ງເຂົ້າ ແລະ ຜ້າຫົ່ມ ລວມມູນຄ່າທັງໝົດ 35.000.000 ກີບ. ແລະ ລົງໄປມອບເຄື່ອງຊ່ວຍເຫລືອໃຫ້ບ້ານທີ່ຖືກຜົນກະທົບຄື: ບ້ານ ລະອໍເກົ່າ 59 ຫລັງຄາ ແລະ ບ້ານ ແກ້ງແຈະ 12 ຫລັງຄາ, ເຄື່ອງທີ່ນຳໄປມອບແມ່ນຖົງເຄື່ອງນຸ່ງ ແລະ ເງິນສົດໃຫ້ແຕ່ລະຫລັງຄາ 100.000 ກີບ.
ໃນໂອກາດນີ້, ທ່ານ ສົມບັດ ອິດທະວົງ ຮອງເຈົ້າເມືອງເຊໂປນ ໄດ້ກ່າວສະແດງຄຳຂອບໃຈ ແລະ ຍ້ອງຍໍຊົມເຊີຍກຸ່ມການຄ້າຫວຽດນາມ ນະຄອນຫລວງວຽງຈັນ ທີ່ມີນ້ຳໃຈມະນຸດສະທຳຊ່ວຍເຫລືອປະຊາຊົນລາວທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນເມືອງເຊໂປນເຮົາ.