ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂຫລາຍບັນຫາ


ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ໃນວັນທີ 16 ພະຈິກນີ້, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ນຳເອົາຄຳສະເໜີຂອງປະຊາຊົນຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງເພື່ອພິຈາລະນາແກ້ໄຂຫລາຍບັນຫາຄື: ຫນຶ່ງແມ່ນໃຫ້ແກ້ໄຂບັນຫາການຊື້-ຂາຍຫວຍຢູ່ປະເທດເຮົາໃນປັດຈຸບັນແມ່ນມີຫລາຍເກີນໄປມີທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ສະເພາະຫວຍເຖື່ອນມື້ໜຶ່ງມີເຖິງ 4 ຄັ້ງ, ສ່ວນຫວຍພັດທະນາອອກ 2 ຄັ້ງຕໍ່ອາທິດ ມັນເປັນການເບື່ອເມົາສັງຄົມເກີນໄປ; ສອງປະຊາຊົນສະເໜີໃຫ້ມີການຄວບຄຸມລາຄາສິນຄ້າອຸປະໂພກ, ບໍລິໂພກຢູ່ທ້ອງຕະຫລາດທີ່ຖີບຕົວສູງຂຶ້ນ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ມີຫລາຍພາກສ່ວນສະເໜີໃຫ້ພິຈາລະນາຍົກລະດັບເງິນເດືອນລັດຖະກອນຂຶ້ນຕື່ມ ເພື່ອແກ້ໄຂບັນຫາຫຍໍ້ທໍ້ໃນຖັນແຖວພະນັກງານ-ລັດຖະກອນ; ພ້ອມນີ້ບັນດາຜູ້ຊົງຄຸນວຸດທິ, ຊັ້ນຄົນປັນຍາຊົນຫລາຍທ່ານມີຄວາມເປັນຫ່ວງຕໍ່ການພັດທະນາການສຶກສາຢູ່ຊົນນະບົດຍັງປະສົບຄວາມຫຍຸ້ງຍາກຫລາຍດ້ານຊີວິດການເປັນຢູ່ ເພາະບໍ່ມີເງິນເດືອນບໍ່ພຽງພໍ ແລະ ອື່ນໆ. ສະນັ້ນ ຂໍໃຫ້ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງເອົາໃຈໃສ່ເປັນບູລິມະສິດໃນການແກ້ໄຂບັນຫາຫຍຸ້ງຍາກດັ່ງກ່າວ; ສາມແມ່ນການຊຸກຍູ້ສົ່ງເສີມເສດຖະກິດໃນເງື່ອນໄຂທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແກ່ຍາວມາຫລາຍເດືອນ ແລະ ຍັງບໍ່ຮູ້ມື້ສິ້ນສຸດ ສົ່ງຜົນກະທົບຕໍ່ການດໍາເນີນທຸລະກິດ, ມີຫລາຍກິດຈະການຢຸດເຊົາ ຈຶ່ງສະເໜີໃຫ້ຂະແໜງການກ່ຽວຂ້ອງມີນະໂຍບາຍຊັດເຈນ, ມີວິທີແກ້ໄຂຊ່ວຍທຸລະກິດຕາມມະຕິ 09/ລບ, ລົງວັນທີ 28 ສິງຫາ 2020 ເປັນຕົ້ນແມ່ນບັນດານະໂຍບາຍສົ່ງເສີມທຸລະກິດ SME ໃຫ້ສະດວກວ່ອງໄວຂຶ້ນ ເພື່ອຊ່ວຍຜູ້ປະກອບການບໍ່ໃຫ້ລົ້ມລະລາຍ ແລະ ບັນຫາສີ່ສະເໜີໃຫ້ລັດຖະບານກໍຄືຂະແຫນງການກ່ຽວຂ້ອງເລັ່ງແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງເປັນບັນຫາແກ່ຍາວມານັ້ນໃຫ້ຈິງຈັງຄື: ບັນຫາອຸບັດເຫດ, ຢາເສບຕິດ, ຂີ້ລັກງັດແງະ, ຊີງຊັບ ແລະ ບັນຫາສຳຄັນອື່ນໆໃຫ້ຫລຸດຜ່ອນລົງ.