ບໍລິຄຳໄຊເລັ່ງແກ້ໄຂບັນຫາຄົນຕ່າງດ້າວເຄື່ອນໄຫວບໍ່ຖືກລະບຽບກົດໝາຍ
ບັນຫາຄົນຕ່າງປະເທດທີ່ມາ ເຄື່ອນໄຫວບໍ່ຖືກຕ້ອງຕາມລະ ບຽບກົດໝາຍຂອງ ສປປ ລາວ ແມ່ນບັນຫາຊ້ຳເຮື້ອແກ່ຍາວມາດົນນານແລ້ວ, ດັ່ງນັ້ນລັດຖະ ບານ ຈິ່ງໄດ້ຊອກວິທີ ແກ້ໄຂບັນ ຫາດັ່ງກ່າວຢ່າງຈິງຈັງສ່ວນຢູ່ ບໍລິຄຳໄຊກໍໄດ້ເອົາໃຈໃສ່ເປັນພິ ເສດໂດຍ ໄດ້ມອບໝາຍໃຫ້ 3 ຂະ ແໜງການເປັນຜູ້ຈັດຕັ້ງປະຕິ ບັດຄື: ພະແນກແຮງງານ ແລະ ສະຫວັດດີ ການສັງຄົມ, ພະແນກ ອຸດສາຫະກຳ ແລະ ການຄ້າ ແລະ ກອງບັນຊາການປ້ອງກັນ ຄວາມ ສະຫງົບຕົ້ນຕໍ ແມ່ນເລັ່ງໃສ່ ຂຶ້ນທະບຽນ ແລະ ອອກບັດອະ ນຸຍາດເຄື່ອນໄຫວ ຊົ່ວຄາວໃຫ້ ຄົນຕ່າງດ່າວດັ່ງ ກ່າວ ໂດຍເລີ່ມ ແຕ່ວັນທີ 13 ມິຖຸນາຜ່ານມາ, ແລະ ມາຮອດປັດຈຸບັນໄດ້ ອອກບັດຊົ່ວຄາວໄດ້ແລ້ວ 2.131 ຄົນ, ໃນນັ້ນມາຈາກ ສສ ຫວຽດນາມມີ 1.758 ຄົນ, ສປ ຈີນ 234 ຄົນ, ໄທ 127 ຄົນ, ອິນເດຍ 8 ຄົນ, ສ ເກົາຫລີ ປາ ກິດສະຖານ ປະເທດລະຄົນ ແລະ ໃຕ້ຫວັນ 2 ຄົນ, ໂດຍສ່ວນ ໃຫຍ່ແມ່ນຢູ່ໃນຄວາມຮັບຜິດ ຊອບຂອງຂະແໜງການຄ້າ ແລະ ການລົງທຶນ, ຂະແໜງ ແຮງງານ, ແລະ ປກສ ເປັນຜູ້ຕິດ ຕາມຄຸ້ມຄອງ.
+ ລາວ-ຫວຽດນາມເປີດເວບໄຊສ໌ຮ່ວມກັນເພື່ອສົ່ງເສີມການຄ້າສອງຝ່າຍ
+ ປີ 2016 ຍອດມູນຄ່າການຄ້າ ລາວ-ຫວຽດນາມບັນລຸໄດ້ຫລາຍກວ່າ 800 ລ້ານໂດລາສະຫະລັດ
ຫົວໜ້າກອງບັນຊາການ ປກສ ແຂວງໃຫ້ຮູ້ຕື່ມວ່າ: ສະ ເພາະແຂວງບໍລິຄຳໄຊ ໂດຍພື້ນ ຖານແມ່ນໄດ້ຮັບຜົນສຳເລັດ ເປັນຢ່າງດີ, ໄດ້ມີການຂຶ້ນທະ ບຽນ ແລະ ອອກບັດອະນຸຍາດ ເຄື່ອນໄຫວຊົ່ວຄາວໃຫ້ພວກເຂົາ ເຈົ້າຕາມເງື່ອນໄຂຕົວຈິງພາຍ ໃນ 6 ຕົວເມືອງຄື: ບໍລິຄັນ, ທ່າ ພະບາດ, ປາກກະດິງ, ຄຳເກີດ ແລະ ເມືອງວຽງທອງສຳເລັດ ແລ້ວປະມານ 95% ຂອງຈຳ ນວນຄົນຕ່າງດ້າວທັງໝົດ.