Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95%

Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95% - GettyImages 1229642237 - Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95%
Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95% - kitchen vibe - Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95%

ຖື​ເປັນ​ຂ່າວ​ດີ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ພັດທະນາ​ວັກ​ຊີ​ນ​ໂຄ​ວິດ-19 ຂ່າວ​ທີ 2 ​ໃນ​ຮອບ​ເດືອນ​ນີ້ ​ເມື່ອ Moderna ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ​ຊັ້ນນຳ​ຢູ່​ອາ​ເມ​ລິ​ກາ ​ເປີດ​ເຜີຍ​ຂໍ້​ມູນ​ເບື້ອງຕົ້ນ​ໃນ​ວັນ​ທີ 16 ພະຈິກ​ວ່າ: ວັກ​ຊີ​ນທີ່ຢູ່​ລະຫວ່າງ​ການ​ທົດ​ລອງ​ໄລຍະ​ທີ 3 ມີ​ປະສິດທິພາບ​ສູງ​ເຖິງ 94,5% ​ເຊິ່ງຖື​ເປັນ​ອີກ​ໜຶ່ງ​ຄວາມ​ຫວັງ​ຂອງ​ມະນຸດ​ໃນ​ການ​ຕໍ່ສູ້​ກັບ​ໄວຣັສມໍລະນະ​ທີ່​ຂ້າ​ຊີວິດ​ຄົນ​ທົ່ວ​ໂລກ​ໄປ​ແລ້ວ 1,32 ລ້ານ​ກວ່າ​ຄົນ.

ທ່ານ ດຣ. ສະ​ຕີ​ເຟນ ​ໂຮ ປະທານ​ບໍລິສັດ Moderna ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຄວາມ​ຄືບ​ໜ້າ​ດັ່ງກ່າວ​ວ່າ​ເປັນ​ຫລັກ​ໄຊ​ສຳຄັນ ​ເພາະ​ການ​ມີ​ວັກ​ຊີ​ນ 2 ຊະນິດ​ທີ່​ມີ​ປະສິດທິພາບ​ສູງ​ຊໍ່າກັນ​ຈາກ 2 ບໍລິສັດ ​ເຮັດ​ໃຫ້​ພວກ​ເຮົາ​ໝັ້ນ​ໃຈ​ຍິ່ງ​ຂຶ້ນ ​ໂດຍ​ເມື່ອ 1 ອາທິດ​ກ່ອນ​ໜ້າ​ນີ້ ບໍລິສັດ Pfizer ຜູ້​ຜະລິດ​ຢາ​ຍັກ​ໃຫຍ່​​ໃນ​ອາ​ເມ​ລິ​ກາ ກໍ​ເປີດ​ເຜີຍ​ຜົນ​ການ​ທົດ​ລອງ​ໃນ​ຄົນ​ວ່າ​ວັກ​ຊີ​ນຂອງ​ບໍລິສັດ​ມີ​ປະສິດທິພາບ​ໃນ​ການ​ຕ້ານ​ໂຄ​ວິດ-19 ສູງ​ກວ່າ 90% ​ເຊັ່ນ​ກັນ.

Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95% - Visit Laos Visit SALANA BOUTIQUE HOTEL - Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95%
Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95% - Visit Laos Visit SALANA BOUTIQUE HOTEL - Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95%

ຂ່າວ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ວັກ​ຊີ​ນ 2 ຊະນິດ​ໃນ​ໄລຍະ​ເວລາ​ໄລ່​ລຽງກັນ ​ເຮັດ​ໃຫ້ Moderna ​ແລະ Pfizer ກຽມ​ເດີນ​ໜ້າ​ຂໍ​ໃບ​ອະນຸຍາດ​ຈາກ​ອົງການ​ອາຫານ ​ແລະ ຢາ​ຂອງ​ອາ​ເມ​ລິ​ກາ (FDA) ​ໃຫ້​ອະນຸມັດ​ນຳ​ໃຊ້​ວັກ​ຊີ​ນສຸກ​ເສີນ​ໃນ​ປະ​ເທດ​ດັ່ງກ່າວ ​ໂດຍ​ປັດຈຸບັນ ອາ​ເມ​ລິ​ກາ​ມີ​ຜູ້​ຕິດ​ເຊື້ອສະ​ສົມ 11 ລ້ານ​ຄົນ ​ເຊິ່​ງ​ເພີ່ມ​ຂຶ້ນ​ເຖິງ 1 ລ້ານ​ຄົນ​ໃນ​ອາທິດ​ຜ່ານ​ມາ​ພຽງ​ອາທິດ​ດຽວ. ຂະນະ​ທີ່​ມີ​ຜູ້​ເສຍ​ຊີວິດ​ແລ້ວ 2,45 ​ແສນ​ກວ່າ​ຄົນ.

ສຳລັບ​ວັກ​ຊີ​ນຂອງ Moderna ​ເປັນ​ການ​ພັດທະນາ​ຮ່ວມ​ກັບ​ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ ​ໂດຍ​ສຶກສາ​ຈາກ​ອາສາ​ສະໝັກ 30.000 ຄົນ​ໃນ​ອາ​ເມ​ລິ​ກາ ​ເຊິ່ງ​ເຄິ່ງໜຶ່ງ​ໄດ້​ຮັບ​ວັກ​ຊີ​ນ 2 ​ໂດ​ສ ຫ່າງ​ກັນ 4 ອາທິດ ​ແລະ ອີກ​ເຄິ່ງໜຶ່ງ​ໄດ້​ຮັບ​ຢາ​ຂີ້​ຕົວະ ​ໂດຍ​ທີ​ມສັງ​ເກດ​ການ​ອິດສະຫລະ​ໄດ້​ກວດ​ວິ​ເຄາະ​ກຸ່ມ​ຜູ້​ຕິດ​ເຊື້ອທີ່​ສະ​ແດງ​ອາການ​ປ່ວຍ​ກຸ່ມ​ທຳ​ອິດ​ຈຳນວນ 95 ຄົນ ​ແລະ ພົບ​ວ່າ​ມີ​ຜູ້​ຕິດ​ເຊື້ອພຽງ 5 ຄົນ​ໃນ​ກຸ່ມ​ຜູ້​ທີ່​ໄດ້​ຮັບ​ວັກ​ຊີ​ນ​ແທ້. ຂະນະ​ທີ່ 90 ຄົນ​ທີ່​ເຫລືອ​ລ້ວນ​ເປັນ​ກຸ່ມ​ທີ່​ໄດ້​ຮັບ​ຢາ​ຂີ້​ຕົວະ ​ເຊິ່ງຖື​ວ່າ​ມີ​ປະສິດທິພາບ​ສູງ 94,5%.

ທີ​ມສັງ​ເກດ​ການ​ອິດສະຫລະ​ຍັງ​ລາຍ​ງານ​ອີກ​ວ່າ: ຜູ້​ຕິດ​ເຊື້ອ 11 ຄົນ​ທີ່​ພົບ​ວ່າ​ມີ​ອາການ​ປ່ວຍ​ຮຸນ​ແຮງ​ນັ້ນລ້ວນ​ຢູ່​ໃນ​ກຸ່ມ​ຜູ້​ທີ່​ໄດ້​ຮັບ​ຢາ​ຂີ້​ຕົວະ ​ແລະ ຂໍ້​ມູນ​ມາ​ຮອດ​ປັດຈຸບັນ​ຍັງ​ບໍ່​ພົບ​ອັນຕະລາຍ​ຈາກ​ຜົນ​ຂ້າງຄຽງ ຫລື ຄວາມ​ກັງວົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ວັກ​ຊີ​ນ​ແຕ່​ຢ່າງ​ໃດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ສຶກສາ​ວັກ​ຊີ​ນຊະນິດ​ນີ້​ຍັງ​ດຳ​ເນີນ​ຕໍ່​ໄປ ​ເຊິ່ງ Moderna ຍອມຮັບ​ວ່າ: ອັດຕາ​ການ​ປ້ອງ​ກັນ​ໄວຣັສອາດ​ປ່ຽນ​ແປງ​ໄດ້ ຖ້າ​ກວດ​ພົບ​ຜູ້​ຕິດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ ​ແລະ ນຳ​ເຂົ້າມາ​ຄິດ​ໄລ່​ນຳ. ນອກຈາກ​ນີ້ ອາດ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ຮູ້​ວ່າ ວັກ​ຊີ​ນຊະນິດ​ນີ້​ສາມາດ​ປ້ອງ​ກັນ​ໄວຣັສ​ໄດ້​ດົນ​ເທົ່າ​ໃດ.

Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95% - 3 - Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95%
Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95% - 4 - Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95%
Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95% - 5 - Moderna ເຜີຍຜົນທົດລອງວັກຊີນໂຄວິດ-19 ເບື້ອງຕົ້ນ ມີປະສິດທິພາບສູງເກືອບ 95%