ລາວປືກສາຫາລືການຫັນເປັນ ທັນສະໄໝ ແລະ ລັດຖະບານດິຈິຕອນ
ໃນວັນທີ 17 ພະຈິກນີ້, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ (UNDP) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ປືກສາຫາລືໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ (Workshop on Digital Government) ຂຶ້ນຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຜູ້ຕາງໜ້າ ອົງການ UNDP ປະຈໍາລາວ ເພື່ອຮ່ວມກັນແລກປ່ຽນບົດຮຽນ ແລະ ປຶກສາຫາລືໃນ 3 ວຽກຫລັກຄື: 1) ການພັດທະນາລັດຖະບານດີຈິຕອນຂອງ ສປປ ລາວ ແລະ ໃນຂົງເຂດປະເທດອາຊຽນ, 2) ສະພາບການພັດທະນາ ແລະ ແຜນການຫັນເປັນທັນສະໄໝຂອງບັນດາກະຊວງ ແລະ ຂະແໜງການຕ່າງໆ, 3) ປຶກສາຫາລືທາງດ້ານຄວາມເປັນໄປໄດ້ ແລະ ການສ້າງແຜນພັດທະນາ (roadmap) ເພື່ອຫັນເປັນທັນສະໄໝຂອງພາກລັດ.
ໃນໂອກາດນີ້, ຜູ້ຕາງໜ້າອົງການ UNDP ປະຈໍາລາວ ໄດ້ມີຄໍາເຫັນວ່າ: ນັບແຕ່ຕົ້ນປີມານີ້ ຫລາຍຂະແໜງການຂອງລັດຖະບານໄດ້ຮັບຜົນກະທົບໜັກຈາກສະພາບການລະບາດຂອງພະຍາດໂຄວິດ-19 ສິ່ງນີ້ມັນກົດດັນໃຫ້ພວກເຮົາຕ້ອງໄດ້ຫັນເປັນທັນສະໄໝ ໂດຍສະເພາະແມ່ນການກ້າວເຂົ້າສູ່ຍຸກດິຈິຕອລ ເພື່ອຊ່ວຍໃຫ້ການປະຕິບັດວຽກງານຂອງຕົນມີປະສິດທິຜົນສູງຂຶ້ນ.