ກອງປະຊຸມວິຊາການຂອງສະມາຄົມແພດເດັກລາວ

ກອງປະຊຸມວິຊາການຕໍ່ເນື່ອງຂອງສະມາຄົມແພດເດັກລາວ ຄັ້ງທີ 16 ພາຍໃຕ້ຫົວຂໍ້ “ແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ” ໄດ້ຈັດຂຶ້ນໃນວັນທີ 17-18 ພະຈິກນີ້ ທີ່ນະຄອນຫລວງວຽງຈັນ ໂດຍກະຊວງສາທາລະນະສຸກ ພາຍໃຕ້ການເປັນປະທານຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງດັ່ງກ່າວ, ມີປະທານສະມາຄົມແພດເດັກລາວ, ຜູ້ຕາງໜ້າອົງການ UNICEF ປະຈໍາລາວ ແລະ ບັນດາທ່ານໝໍເດັກຈາກທົ່ວປະເທດເຂົ້າຮ່ວມ.
ທ່ານຮອງລັດຖະມົນຕີ ມີຄໍາເຫັນໃນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ມີເປົ້າໝາຍເພື່ອຫລຸດອັດຕາການເສຍຊິວິດຂອງເດັກ ແລະ ທັງເປັນການເພີ່ມພູນຄວາມສາມາດໃຫ້ແກ່ທ່ານໝໍທີ່ເຮັດໜ້າທີ່ປິ່ນປົວເດັກ, ເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ທີ່ພົບໃນແຕ່ລະໂຮງໝໍ ແລະ ເປັນການແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ.
ທ່ານຮອງລັດຖະມົນຕີກ່າວວ່າ: ວັນທີ 17 ພະຈິກນີ້ (ເປັນວັນເດັກເກີດບໍ່ຖ້ວນເດືອນໂລກ) ແລະ ຢູ່ລາວເຮົາກໍເຊັ່ນກັນ ເຊິ່ງເດັກທີ່ເກີດກ່ອນກໍານົດຍັງເປັນບັນຫາທີ່ໜັກໜ່ວງ ແລະ ເປັນສາເຫດສ່ວນໃຫຍ່ຂອງການເສຍຊິວິດໃນເດັກອາຍຸຕໍ່າກວ່າ 5 ປີລົງມາ.
ການເສຍຊິວິດຂອງເດັກຍັງເປັນໜຶ່ງຂອງເງື່ອນໄຂທີ່ຈະເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2030 ທີ່ລັດຖະບານໄດ້ວາງໄວ້. ເຖິງວ່າໃນໄລຍະຜ່ານມາ ອັດຕາການຕາຍຂອງເດັກຈະຫລຸດລົງກໍຕາມ, ແຕ່ກໍຍັງບໍ່ທັນບັນລຸເປົ້າໝາຍຕາມທີ່ກໍານົດໄວ້. ນອກນັ້ນ, ດ້ານໂພຊະນາການ ແລະ ການລ້ຽງດູເດັກກໍມີຄວາມສໍາຄັນທີ່ຈະເຮັດໃຫ້ເດັກນ້ອຍລາວເຮົາມີການພັດທະນາທີ່ດີ ແລະ ມີຄຸນນະພາບທັງດ້ານສະຕິປັນຍາ ແລະ ການຈະເລີນເຕີບໂຕທີ່ສົມບູນ ເຊິ່ງຈະຊ່ວຍໃຫ້ຊາດເຮົາມີປະຊາກອນທີ່ມີຄຸນນະພາບ. ສະນັ້ນ, ຈື່ງຮຽກຮ້ອງໃຫ້ທ່ານໝໍເດັກທຸກໆຄົນ ແລະ ຜູ້ທີ່ເບິ່ງແຍງກ່ຽວກັບສຸຂະພາບຂອງເດັກ ແຕ່ສູນກາງລົງຮອດທ້ອງຖິ່ນຕ້ອງຍົກສູງຄຸນນະພາບຂອງການປິ່ນປົວ, ການແນະນໍາ ແລະ ການປ້ອງກັນຕ່າງໆໃຫ້ແກ່ພໍ່ແມ່ຜູ້ປົກຄອງ ແລະ ປະຊາຊົນທົ່ວໄປໃຫ້ດີຂຶ້ນ.
ປັດຈຸບັນ, ພວກເຮົາຍັງຜະເຊີນກັບໄພຂົ່ມຂູ່ຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງ ແລະ ລາວເຮົາກໍແມ່ນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບດັ່ງກ່າວ, ແຕ່ຍ້ອນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ, ສາກົນ ແລະ ການຮ່ວມມືທີ່ດີຂອງຊຸມຊົນ ຈຶ່ງເຮັດໃຫ້ປະເທດເຮົາສາມາດຍາດເອົາໄຊຊະນະເປັນແຕ່ລະໄລຍະໃນການຕອບໂຕ້ຕໍ່ບັນຫາດັ່ງກ່າວ.
ທ່ານຮອງລັດຖະມົນຕີ ເນັ້ນວ່າ: ເພື່ອຊ່ວຍຫລຸດຜ່ອນການເຈັບເປັນ ແລະ ເສຍຊິວິດຂອງເດັກທີ່ຍັງບໍ່ທັນໄດ້ບັນລຸຕາມຍຸດທະສາດທີ່ວາງໄວ້, ທັງເພີ່ມທະວີໃນວຽກງານຄົ້ນຄວ້າວິທະຍາສາດເພື່ອຊອກຫາຂໍ້ມູນນໍາມາປັບໃຊ້ໃນການປິ່ນປົວ ແລະ ຂຽນຄູ່ມືປິ່ນປົວເພື່ອເປັນບ່ອນອີງໃຫ້ຫລາຍຂຶ້ນ.
ກອງປະຊຸມຄັ້ງນີ້ ດໍາເນີນແຕ່ວັນທີ 17-18 ພະຈິກ 2020 ໂດຍຜູ້ແທນກອງປະຊຸມຈະໄດ້ຮັບຟັງ, ສົນທະນາ, ປຶກສາຫາລື ແລກປ່ຽນ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ ເພື່ອຊອກຊ່ອງທາງໃນການແກ້ໄຂບັນຫາໃຫ້ສຳເລັດເປັນກ້າວໆ.