ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ

ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ - 555 37 - ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ
ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ - Untitled design - ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ

ໂດຍ: ທິດ​ກໍ່າ

​     ​ໃນ​ວັນ​ທີ 11 ພະຈິກ​ຜ່ານ​ມາ​ນີ້, ​ໄດ້​ເຫັນ​ແຫ​ລ່ງຂ່າວ​ວ່າ​ມີ​ພິທີ​ເຊັນ​ສັນຍາ​ກູ້​ຢືມ​ເງິນ​ ລະຫວ່າງ​ລັດຖະບານ​ລາວ​ກັບ​ທະນາຄານ​ໂລກ ທີ່​ປະຈຳ​ຢູ່​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ. ຝ່າຍ​ລາວ​ຕາງໜ້າ​ໂດຍ​ທ່ານ ບຸນ​ໂຈມ ອຸບົນ​ປະ​ເສີດ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ, ສ່ວນ​ທາງ​ທະນາຄານ​ໂລກ ຕາງໜ້າ​ໂດຍ​ທ່ານ ນິ​ໂກລາ ປອນ​ຕາລາ ຫົວໜ້າ​ຫ້ອງການ​ທະນາຄານ​ໂລກ​ປະຈຳ ສປປ ລາວ. ຈຳນວນ​ເງິນ​ທີ່​ກູ້​ຢືມ​ຄັ້ງນີ້ ​ແມ່ນ​ມີ​ເຖິງ 40 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ມີ​ຈຸດປະສົງ​ມຸ້ງ​ເປົ້າຫລັກໆ ກໍ​ຄື​ເພື່ອ​ສະໜອງ​ເງິນ​ສິນ​ເຊື່ອ​ໃຫ້​ຈຸ​ລະວິ​ສາລະ​ຫິດ ຫລື ​ເວົ້າຢ່າງ​ໜຶ່ງ​ກໍ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ, ທຸລະ​ກິດ SMEs ​ໃນ​ໄລຍະ​ຟື້ນຕົວ​ຫລັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄ​ວິດ-19. ອີກ​ປະການ​ໜຶ່ງ ການ​ສະໜັບ​ສະ​ໜູນ​ທຶນ​ທີ່​ກ່າວ​ມາ​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ທຸລະ​ກິດ​ຂະໜາດ​ນ້ອຍ, ຂະໜາດ​ກາງ​ໃນ ສປປ ລາວ ຫລຸດ​ພົ້ນອອກ​ຈາກ​ພາວະ​ເສດຖະກິດ​ຫລຸດ​ຖອຍ ອັນ​ເນື່ອງ​ມາ​ຈາກ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ​ເຊິ່ງທຶນ​ດັ່ງກ່າວ​ມີ​ເປົ້າໝາຍ​ຊື້ວັດຖຸ​ອຸປະກອນ​ໃໝ່ ຫລື ຂະຫຍາຍ​ໂຮງ​ຈັກ​ໂຮງງານ​ໃນ​ຮູບ​ແບບ​ການ​ເຂົ້າຮ່ວມ​ຂອງ​ທະນາຄານ​ທຸລະ​ກິດ​ໃຫ້​ສາມາດ​ສະໜອງ​ເຂົ້າຫາ​ແຫລ່ງທຶນ​ຢ່າງ​ວ່ອງ​ໄວ ພາຍ​ໃຕ້​ການ​ເຂົ້າຮ່ວມ​ໂຄງການ​ຂອງ​ກະຊວງ​ທີ່​ກ່ຽວຂ້ອງ ​ເປັນຕົ້ນກະຊວງ​ອຸດສາຫະກຳ, ກະຊວງ​ການ​ຄ້າ ​ແລະ ສະ​ຖາ​ບັນ​ອື່ນໆ ທີ່​ມີ​ຈຸດປະສົງ​ເຂົ້າຮ່ວມ​ໂຄງການ​ດັ່ງກ່າວ​ນີ້.

​ແຕ່​ແນວ​ໃດ​ກໍ​ຕາມ, ​ໃນ​ຊ່ວງ​ປີ​ສອງ​ປີ​ຫລັງໆ​ຜ່ານ​ມາ​ນີ້ ​ໃນ​ໂຄງການ​ຊຸກຍູ້ ​ແລະ ສົ່ງ​ເສີມ​ຂະ​ແໜງ​ເສດຖະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ກໍ​ປາກົດ​ວ່າ: ທາງ​ຝ່າຍ​ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ໃຫ້​ຢືມ​ເງິນ​ເຖິງ 300 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ແບ່ງ​ອອກ​ເປັນ 3 ງວດ, ງວດ​ລະ 100 ລ້ານ​ໂດ​ລາ. ມາ​ຮອດ​ປັດຈຸບັນ ຜົນ​ການຈັດຕັ້ງປະຕິບັດ​ໂຄງການ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ຮອດ​ໃສ ​ແລະ ມີ​ຜົນ​ຄືບ​ໜ້າ​ຄື​ແນວ​ໃດ​ນັ້ນກໍ​ຍັງ​ບໍ່​ທັນ​ມີ​ແຫ​ລ່ງຂ່າວ​ຄາວ​ໃດ​ອອກ​ມາ​ຢັ້ງຢືນ​ເຖິງ​ໝາກຜົນ​ຂອງ​ການຈັດຕັ້ງປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທຳ. ​ເວົ້າ​ເຖິງ​ສະພາບ​ການ​ເຂົ້າ​ເຖິງ​ແຫ​ລ່ງທຶນ ​ເພື່ອ​ສົ່ງ​ເສີມ​ການ​ຜະລິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ຢູ່​ບ້ານ​ເຮົາ ​ໃນ​ຫລາຍໆ​ປີຜ່ານມາ​ແມ່ນ​ຍັງ​ຂ້ອນ​ຂ້າງ​ຫຍຸ້ງຍາກ ​ເພາະ​ຜູ້​ຜະລິດ ​ແລະ ​ເປົ້າໝາ​ຍການ​ຜະລິດ​ມັນ​ມີ​ເງື່ອນ​ໄຂ ​ແລະ ປັດ​ໄຈ​ບໍ່​ຄື​ກັນ, ບໍ່​ວ່າ​ໃນ​ຂົງ​ເຂດ​ກະສິກຳ, ການ​ປູກ, ການ​ລ້ຽງ ​ແລະ ຂົງ​ເຂດ​ອຸດສາຫະກຳ, ຫັດຖະກຳ ຕະຫລອດ​ການ​ຜະລິດ​ສິນຄ້າ​ຕາມ​ໂຮງ​ຈັກ​ໂຮງງານ. ອັນ​ສາ​ເຫດ​ຫລັກໆ​ກໍ​ຄື​ມັນ​ບໍ່​ເປັນ​ໄປ​ຕາມ​ທິດ​ຍືນ​ຍົງ ​ເຊິ່ງ​ເບິ່ງ​ພາບ​ລວມ​ແລ້ວ ​ໃນ​ເບື້ອງຕົ້ນ​ເມື່ອ​ເລີ່​ມການ​ຜະລິດ ​ເບິ່ງ​ອັນ​ໃດ​ກໍ​ປາກົດ​ວ່າ​ສົມ​ມາ​ພາ​ຄວນ, ​ແຕ່​ພໍ​ດຳ​ເນີນ​ໄປ​ບໍ່ພໍ​ເຖິງ 5 ປີ 10 ປີ ​ຫລື 20 ປີ ກໍ​ມີ​ອາການ​ອ່ອນ​ເພຍ​ເປ້ຍ​ລ່ອຍ, ຂາດທຶນ​ດ້ວຍ​ສາ​ເຫດ​ຕ່າງໆ ຫລື ​ເວົ້າອີກ​ຢ່າງ​ໜຶ່ງ​ກໍ​ແມ່ນ​ເຈັ້ງ​ໄປ​ຕາມ​ຍະຖາ​ກຳ ຈົນ​ກ້າວ​ໄປ​ເຖິງ​ໂຮງ​ຈັກ​ໂຮງງານ​ບາງ​ແຫ່ງ​ຖືກ​ປິດ ​ແລະ ​ເບິ່ງ​ໃນ​ແງ່​ໜຶ່ງ​ກໍ​ແມ່ນ​ເນື່ອງ​ມາ​ຈາກຜະລິດ​ສິນຄ້າ​ອອກ​ມາ​ຈຳໜ່າຍ​ ຄຸນ​ນະພາ​ບກໍ​ຕໍ່າ, ລາຄາ​ກໍ​ແພງ ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ ຫລື ຊົມ​ໃຊ້​ຫັນ​ໄປ​ຊື້ສິນຄ້າ​ທີ່​ມີ​ລາຄາ​ຖືກ ​ແລະ ມີ​ຄຸນ​ນະພາ​ບທີ່​ດີກ​ວ່າ. ດັ່ງ​ເຮົາ​ເຫັນ​ໃນ​ສະພາບ​ປັດຈຸບັນ​ແມ່ນ​ພາກັນ​ເຫີ່​ໄປ​ນິຍົມ​ໃຊ້​ຂອງ​ໄທ​ຈົນ​ມາ​ຮອດ​ຍຸກ​ນີ້ ປະ​ເທດ​ລາວ​ຍັງ​ກາຍ​ເປັນ​ແຫ​ລ່ງຈຳໜ່າຍ​ສິນຄ້າ​ລາຍ​ໃຫຍ່​ຂອງ​ໄທ​ເກືອບ​ກາຍ​ເປັນ​ປະ​ເພນີ​ເຂົ້າກະດູກ​ດຳ​ໄປ​ແລ້ວ. ຕົວຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ກໍ​ຄື ​ໃນ​ຮ້ານ​ເຝີ​ຮ້ານ​ໜຶ່ງ ໝໍ້ຕົ້ມນ້ຳ​ເຝີ​ກໍ​ເປັນ​ຂອງ​ໄທ, ຖ້ວຍ​ບ່ວງ, ສ້ອມ​ກໍ​ເປັນ​ຂອງ​ໄທ, ນ້ຳຊອດ, ນ້ຳສະອິ້ວ, ​ແປ້ງ​ນົວ, ນ້ຳປາ, ພິກ​ໄທ ກໍ​ແມ່ນ​ຂອງ​ໄທ ຫລື ບາງ​ເທື່ອ​ເສັ້ນ​ເຝີ​ກັບ​ຜັກ​ກໍ​ອາດ​ເປັນ​ຂອງ​ໄທ​ໃນ​ຫລາຍໆ​ຮ້ານ. ສ່ວນ​ທີ່​ເປັນ​ຂອງ​ລາວ​ຜະລິດ​ແທ້ໆ​ກໍ​ອາດ​ຈະ​ແມ່ນ​ເຕົ້າ​ໂລ້​ກັບ​ຖ່ານ​ດັງ​ໄຟ ຫລື ຖ້າ​ແມ່ນ​ນຳ​ໃຊ້​ເຕົາ​ແກັສກໍ​ແມ່ນ​ເປັນ​ຜະລິດ​ຕະພັນ​ຂອງ​ໄທ​ເປັນ​ສ່ວນ​ໃຫຍ່. ​ເວົ້າ​ເລື່ອງ​ບັນຫາ​ໃຫຍ່ໆ​ໃນ​ການ​ຜະລິດ​ກະສິກຳ​ປູກຝັງ-ລ້ຽງສັດ ​ເພື່ອ​ຜະລິດ​ສະບຽງ​ອາຫານ​ສະໜອງ​ໃຫ້​ພາຍ​ໃນ ​ແລະ ​ເພື່ອ​ສົ່ງ​ອອກ​ກໍ​ຍັງ​ບໍ່​ທັນ​ເຕີບ​ໃຫຍ່​ຍືນ​ຍົງ​ທຽບ​ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ, ບາງ​ຄັ້ງຜັກ ​ແລະ ຊີ້​ນຍັງ​ໄດ້​ນຳ​ເຂົ້າຈາກ​ໄທ. ພາກ​ອຸດສາຫະກຳ​ຜະລິດ​ສິນຄ້າ​ກໍ​ຍິ່ງ​ບໍ່​ສາມາດ​ກຸ້ມ​ຕົນ​ເອງ ​ແລະ ມີ​ຫລາຍ​ຢ່າງ​ຍັງ​ບໍ່​ສາມາດ​ໄປ​ແຂ່ງຂັນ​ກັບ​ພາກພື້ນ ​ແລະ ສາກົນ ຈຶ່ງ​ເປັນ​ເຫດ​ໃຫ້ການ​ນຳ​ເຂົ້າຫລາຍ​ກວ່າ​ການ​ສົ່ງ​ອອກ. ​ເມື່ອ​ຕົກ​ຢູ່​ໃນ​ສະພາບ​ດັ່ງ​ທີ່​ກ່າວ​ມາ​ນີ້ ຈຶ່ງ​ເປັນ​ເຫດ​ໃຫ້​ມີ​ການ​ຂາດດູນ​ຢ່າງ​ຫລວງຫລາຍ. ອ​າ​ໄສ​ພາກ​ອຸດສາຫະກຳ ​ແລະ ​ໂຄງການ​ໃຫຍ່ໆ​ເຊັ່ນ: ການ​ກໍ່ສ້າງ​ຖະໜົນ​ຫົນທາງ, ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ, ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ ກໍ​ຍັງ​ເປັນ​ຂອງ​ຕ່າງປະ​ເທດ​ເປັນ​ຜູ້​​ເຊົ່າ ​ແລະ ສຳ​ປະທານ​ຊ່ວງ​ໄລຍະ 30 ປີ, 50 ປີ ຫລື 90 ປີ ຈຶ່ງ​ຈະ​ມີ​ກຳມະສິດ​ຄອບ​ຄອງ​ໂດຍ​ກົງ​ໄດ້. ສ່ວນ​ຜົນ​ທີ່​ໄດ້​ຮັບ​ຂອງ​ລາວ​ເຮົາ​ກໍ​ເປັນ​ພຽງ​ການ​ເສຍ​ພັນທະ​ອາກອນ ຫລື ການ​ບໍລິການ​ສ່ວນ​ໃດ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ. ຈາກ​ຕົວ​ເລກ​ຂອງ​ການ​ປະ​ເມີນ​ຜົນ​ທະນາຄານ​ໂລກ ​ໃນ​ວັນ​ທີ 31 ຕຸລາ ​ໄດ້​ແຈ້ງວ່າ: ໜີ້​ສິນ​ຕ່າງປະ​ເທດ​ຂອງ ສປປ ລາວ ນັບ​ແຕ່​ປີ 2014 ຫາ​ປີ 2019 ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນທຸກ​ປີ, ສະ​ເພາະ​ໃນ​ປີ 2019 ມີ​ປະມານ 51,5% ຂອງ GDP ​ເຊິ່ງ​ໃນ​ນັ້ນ ປະກອບ​ມີ​ເງິນ​ກູ້​ຢືມ​ສອງ​ຝ່າຍ 34,1% ຂອງ GDP, ​ເງິນ​ກູ້​ຢືມ​ຫລາຍ​ຝ່າຍ 8,7% ຂອງ GDP ​ແລະ ພັນທະບັດ 8,3% ຂອງ GDP.

ຈາກ​ສະພາບ​ເສດຖະກິດ​ທີ່​ຍັງ​ປະສົບ​ບັນຫາ​ຫລາຍ​ຢ່າງ ນັບ​ທັງ​ພາກ​ການ​ຜະລິດ​ບໍ່​ທັນ​ເຕີບ​ໃຫຍ່​ແຂງ​ແຮງ ສົມທົບ​ກັບ​ຜົນ​ກະທົບ​ກັບ​ການລະບາດ​ໂຣຄາ​ພະຍາດ ​ໂດຍ​ສະ​ເພາະ​ໂຄ​ວິດ-19 ​ແລະ ​ໄພພິບັດ​ຕ່າງໆ​ທາງ​ທຳ​ມະ​ຊາດ ຈຶ່ງ​ເຮັດ​ໃຫ້​ລະບົບ​ເສດຖະກິດ​ຂອງ​ຊາດ​ບໍ່​ເຂັ້ມ​ແຂງ ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ​ທີ່​ຍືນ​ຍົງ.

ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ - Wave100S AD to Website 2020 0 - ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ

​​ເຖິງ​ຢ່າງ​ໃດ​ກໍ​ດີ, ດ້ວຍ​ການ​ນຳພາ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ​ທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ແກ້​ໄຂ​ບັນຫາ​ຂອງ​ຊາດ​ຢ່າງ​ມີ​ວິ​ໄສ​ທັດ ​ແລະ ດ້ວຍ​ທ່າ​ແຮງ​ທີ່​ບົ່ມ​ຊ້ອນ​ຕ່າງໆ ຈາກ​ປັດ​ໄຈ​ຫລາຍ​ຢ່າງ ຄາດ​ວ່າ​ເສດຖະກິດ​ຂອງ​ປະ​ເທດ​ເຮົາ​ຈະ​ຫວນ​ກັບ​ຄືນ​ມາ​ພຸ້ງ​ໂຕ​ຂຶ້ນຫລັງ​ໂຄ​ວິດ ​ແລະ ​ເລີ່​ມ​ແຕ່​ປີ 2021 ​ເປັນຕົ້ນ​ໄປ ກໍ​ຈະ​ມີ​ລາຍການ​ສົ່ງ​ອອກ​ເພີ່ມ​ເຕີມ​ຫລາຍ​ຢ່າງ​ທີ່​ເອື້ອອຳນວຍ​ໃຫ້​ລະບົບ​ເສດຖະກິດ​ຂອງ​ຊາດ​ເຂັ້ມ​ແຂງ​ຂຶ້ນ.

 

ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ - WhatsApp Image 2020 05 27 at 5 - ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ
ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ - WhatsApp Image 2020 05 27 at 5 - ເສດຖະກິດ​ບໍ່​ເຂັ້ມ​ແຂງ​ຍ້ອນ​ຂາດ​ກຳລັງ​ແຮງ​ການ​ຜະລິດ
error: Alert: ເນື້ອຫາຂ່າວມີລິຂະສິດ !!