ປທສ ມີບົດບາດສຳຄັນຕໍ່ການຫັນເປັນທັນສະໄໝ

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃກ້ຈະມາເຖິງນີ້, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຂະແໜງການ ປທສ ເປັນຂະແໜງການໜຶ່ງທີ່ມີບົດບາດສໍາຄັນໃນການຂັບເຄື່ອນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມນໍາໃຊ້ ໄອຊີທີ ເຂົ້າໃນວຽກງານຮອບດ້ານເຊັ່ນ: ການຜະລິດ, ການຄ້າຂາຍ, ລະບົບອຸດສາຫະກໍາ ແລະ ການເປັນທັນສະໄໝດ້ວຍລະບົບດີຈີຕອນ (Digital).
ດັ່ງໃນໄລຍະຜ່ານມາຂະແໜງການໄດ້ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານຂອງລັດຢືນຢູ່ອັນດັບແຖວໜ້າ, ການບໍລິການໂທລະຄົມມະນາຄົມ ໄດ້ມີການຂະຫຍາຍຕົວນັບທັງດ້ານປະລິມານ ແລະ ຄຸນນະພາບ, ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ, ເຮັດໃຫ້ການສື່ສານຂອງລາວທັນສະໄໝຂຶ້ນເລື້ອຍໆຄືໃນ 5 ປີຜ່ານມາ ໄດ້ກໍານົດວິໄສທັດ ຮອດປີ 2030 “ຫັນວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການ ສື່ສານ ໃຫ້ກາຍເປັນອຸດສາຫະກໍາ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດສັງຄົມ ໃຫ້ເຂັ້ມແຂງຢືນຍົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ”, ກໍານົດຍຸດທະສາດໄລຍະ 10 ປີ ແລະ ແຜນພັດທະນາ 5 ປີ ເປັນແຕ່ລະໄລຍະ ເພື່ອເປັນບ່ອນອີງ ໃນການຂັບເຄື່ອນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ນະໂຍບາຍຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານຂອງລັດ ແລະ ໄດ້ມີຜົນສໍາເລັດ ຫລາຍດ້ານເຊັ່ນ: ກົງຈັກ ການຈັດຕັ້ງໄດ້ຮັບການປັບປຸງ, ດ້ານນິຕິກໍາ ໃນການຄຸ້ມຄອງ ແລະ ພັດທະນາໄປສະນີຫັນໄປສູ່ທັນສະໄໝ, ພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ອິນເຕີເນັດໃຫ້ທົ່ວເຖິງແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ເພື່ອຫັນເປັນລັດຖະບານທີ່ທັນສະໄໝດ້ານດີຈິຕອລ, ສ້າງນະວັດຕະກຳ ແລະ ສົ່ງເສີມການນຳໃຊ້, ສ້າງບຸກຄະລາກອນດ້ານໄອຊີທີ ເພື່ອອອກຮັບໃຊ້ສັງຄົມ, ສ້າງລາຍຮັບ ແລະ ມອບພັນທະເຂົ້າງົບປະມານຂອງລັດຢູ່ລະດັບແຖວໜ້າ, ຍາດແຍ່ງທຶນຊ່ວຍເຫລືອ ເພື່ອພັດທະນາ ແລະ ພິເສດໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ທາງກະຊວງໄດ້ສຸມໃສ່ວຽກງານບູລິມະສິດທີ່ສຳຄັນຫລາຍດ້ານ. ນອກຈາກນັ້ນຍັງໄດ້ຕິດຕັ້ງຈຸດບໍລິການ Wifi ໂດຍບໍ່ເສຍຄ່າຢູ່ໃນສະຖານທີ່ສໍາຄັນໃນຂອບເຂດນະຄອນຫລວງຄື: ສະໜາມບິນສາກົນວັດໄຕ, ນໍ້າພຸ ແລະ ວັດສີສະເກດ.
ຄຽງຄູ່ກັນນັ້ນກໍຍັງມີຂໍ້ຫຍັງຍາກຫລາຍດ້ານເປັນຕົ້ນແມ່ນ: ບັນດານິຕິກຳຍັງບໍ່ສົມຄູ່ກັບເຕັກໂນໂລຊີທີ່ຂະຫຍາຍຕົວໄວ ຍ້ອນຂະບວນການສ້າງນິຕິກຳຜ່ານຫລາຍຂັ້ນຕອນບໍ່ທັນສະພາບການຂະຫຍາຍຕົວ, ການສ້າງບຸກຄະລາກອນທີ່ມີຄຸນນະພາບເພື່ອຮັບໃຊ້ວຽກງານວິຊາສະເພາະຍັງບໍ່ທັນພຽງພໍກັບຄວາມຕ້ອງການ ຂອງສັງຄົມໃນຍຸກແຫ່ງການຂະຫຍາຍໂຕທາງດ້ານ ໄອຊີທີ ເພື່ອຫັນເປັນທັນສະໄໝ, ການຄຸ້ມຄອງພາກທຸລະກິດ: ບໍລິສັດລັດວິສາຫະກິດທີ່ລັດ ຖືຮຸ້ນ 100% ມີການເຄື່ອນໄຫວດໍາເນີນທຸລະກິດບໍ່ໄດ້ຮັບຜົນຕອບແທນສູງເທົ່າທີ່ຄວນ, ບໍລິສັດມີການຂາດທຶນ ແລະ ຂາດສະພາບຄ່ອງທາງດ້ານການເງິນແກ່ຍາວມາຫລາຍປີ ເຊິ່ງເປັບັນຫາຈະຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂ.