ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ

ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ - 8EE3519228FF9321B957D6F7E891AA11 - ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ
ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ - kitchen vibe - ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ

ສຳນັກຂ່າວ ຣອຍເຕີ ລາຍງານເມືອວັນທີ 17 ພະຈິກວ່າບໍລິສັດ Pfizer ໄດ້ເລືອກເອົາ 4 ລັດ: Rhode Island, Texas, New Mexico ແລະ Tennessee ສັກທົດລອງວັກຊີນ ຊຶ່ງມີຄວາມແຕກຕ່າງທາງດ້ານຂະໜາດ, ປະຊາກອນ ແລະ ພື້ນຖານໂຄງລ່າງຫຼາຍຮູບແບບ ນັບທັງມີຄວາມຕ້ອງການເຂົ້າເຖິງວັກຊີນທີ່ມີຄວາມແຕກຕ່າງກັນ ລະຫວ່າງປະຊາກອນຊົນນະບົດ ແລະ ຕົວເມືອງ.

ໂຄງການດັ່ງກ່າວແມ່ນແນໃສ່ເຮັດໃຫ້ແຜນການແຈກຢາຍ ແລະ ການຈັດຕັ້ງສັກວັກຊີນໂຄວິດ-19 ຂອງບໍລິສັດຍັກໃຫ່ຍໃຫ້ມີຜົນສຳເລັດໂດຍໄວ. Pfizer ກ່າວວ່າ 4 ລັດທີ່ນອນຢູ່ໃນໂຄງການສັກທົດລອງວັກຊີນນັ້ນ ຈະບໍ່ໄດ້ຮັບວັກຊີນໄວກ່ວາລັດອື່ນໆ.  Pfizer ປະກາດວ່າ ຄຸນນະພາບວັກຊີນໂຄວິດ-19 ຖືກພັດທະນາຂຶ້ນມາກັບຄູ່ຮ່ວມມືເຢຍລະມັນ BioNTech ນັ້ນມີຜົນສູງເຖິງ 94,5% ຈາກການທົດລອງຂັ້ນສຸດທ້າຍ.

ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ - Visit Laos Visit SALANA BOUTIQUE HOTEL - ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ
ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ - Visit Laos Visit SALANA BOUTIQUE HOTEL - ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ

ບັນດານັກຊ່ຽວຊານມີຄວາມເປັນຫ່ວງກ່ຽວກັບການຮັກສາວັກຊີນ Pfizer ທີ່ຈະຕ້ອງໄດ້ແຊ່ແຂງໃນອຸນຫະພູມ -70 ອົງສາເຊ ຫຼື ຕໍ່າກ່ວານັ້ນ ຊຶ່ງໃນຫ້ອງເຮັດວຽກຂອງບັນດາທ່ານໝໍ ແລະ ຮ້ານຂາຍຢາຈະບໍ່ມີຕູ້ແຊ່ແຂງທີ່ມີຄວາມເຢັນຕໍ່າກ່ວານັ້ນໄດ້. ໃນຂະນະດຽວກັນ Moderna ຢືນຢັນວ່າ ວັກຊີນຂອງພວກເຂົາບໍ່ຮຽກຮ້ອງຕ້ອງໃຫ້ມີການເກັບຮັກສາໃນອຸນຫະພູມຕໍ່າເຖິງຂະໜາດນັ້ນ ພຽງແຕ່ 2-8 ອົງສາເຊ ກໍພຽງພໍທີ່ຈະຮັກສາຢາໄດ້ເຖິງ 30 ວັນ, ຢູ່ໃນລະດັບ -20 ອົງສາເຊ ສາມາດຮັກສາໄດ້ສູງສຸດ 6 ເດືອນ ແລະ ອຸນຫະພູມໃນຫ້ອງທຳມະດາຈະຮັກສາໄດ້ພາຍໃນ 24 ຊົ່ວໂມງ ຊຶ່ງຈະບໍ່ມີຜົນກະທົບໃດໆຕໍ່ຄວາມປອດໄພ ແລະ ຄຸນນະພາບຍັງຄືເກົ່າ.

 

 

ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ - 4 - ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ
ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ - 3 - ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ
ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ - 5 - ສະຫະລັດເລີ່ມສັກວັກຊີນໃຫ້ກັບ 4 ລັດແລ້ວ