ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ

ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ - 070611 2020 - ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ
ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ - kitchen vibe - ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ

ບໍ່ວ່າທ່ານຈະຢູ່ໃນໄວໃດ ໃຜໆກໍຢາກມີຄວາມຈື່ຈຳທີ່ດີ, ບໍ່ລືມງ່າຍໆ ເພາະຫາກເຮົາມີຄວາມຈື່ຈຳດີ ຈະມີປະໂຫຍດໃນການດຳລົງຊີວິດໃຫ້ດີຫລາຍຂຶ້ນ ບໍ່ວ່າຈະເປັນໃນເລື່ອງການຮຽນ, ການເຮັດວຽກ, ການໃຊ້ຊີວິດປະຈຳວັນ ຫລື ເປັນຄວາມຊົງຈຳຍາມແກ່ເຖົ້າ, ແຕ່ຫລາຍເທື່ອເຮົາກໍລືມເລື່ອງງ່າຍໆພຽງໃນໄລຍະເວລາສັ້ນໆ ເຖິງວ່າເຮົາຈະບໍ່ໄດ້ອາຍຸຫລາຍ ຫລື ບໍ່ໄດ້ມີບັນຫາກັບສະໝອງແຕ່ຢ່າງໃດ.

ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ - 020611 2020 300x180 - ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ

ປະເພດຂອງຄວາມຈື່ຈຳ ແລະ ການລືມ : ເຊິ່ງການລືມນັ້ນມີຫລາຍຮູບແບບ ດັ່ງນີ້ :

  • Transience : ພົບເປັນປະຈຳ ເວລາຮຽນ ຫລື ຟັງຫຍັງມາ ບໍ່ດົນກໍລືມ ໂດຍສ່ວນຫລາຍເປັນຄວາມຈື່ຈຳໃໝ່ໆທີ່ຫາກໍເພີ່ມເຂົ້າມາ, ແຕ່ບໍ່ໄດ້ຖືກໃຊ້ງານ ສະໝອງຈຶ່ງມີໂອກາດທີ່ຈະລົບຖິ້ມໄປ ເຊັ່ນ : ຮຽນໜັງສືຈົບແລ້ວບໍ່ໄດ້ໃຊ້ຄວາມຮູ້ເຫລົ່ານັ້ນ ກໍລືມໄປໝົດວ່າຮຽນຫຍັງມາ ຫລື ອາຈານສອນຫຍັງມາ.
  • ວິທີແກ້ໄຂ : ພະຍາຍາມນຳເອົາຄວາມຮູ້ທີ່ຫາກໍຮຽນມາໄປໃຊ້ທັນທີ ຫລື ໃຊ້ຕະຫລອດ ເຊັ່ນ : ຮຽນພາສາມາ ກໍເອົາໄປໃຊ້ເວົ້າ, ຂຽນ, ແຕ່ງປະໂຫຍກຕ່າງໆ ແລະ ອ່ານອອກສຽງຢູ່ຕະຫລອດ ເປັນຕົ້ນ.
  • Absentmindedness : ຫລົງໆລືມໆ ເພາະບໍ່ຕັ້ງໃຈຈະຈື່, ບໍ່ມີສະມາທິ ຫລື ເຮັດຫຍັງຫລາຍຢ່າງພ້ອມກັນ ໂດຍເປັນການລືມຍ້ອນໃຈລອຍໃນຂະນະທີ່ເກີດເຫດການ ຫລື ກຳລັງຮັບຂໍ້ມູນບາງຢ່າງ, ແຕ່ບໍ່ໄດ້ມີສະມາທິຕັ້ງໃຈ ຫລື ໃຈຈົດໃຈຈໍ່ຢູ່ກັບໄລຍະເວລາເຫລົ່ານັ້ນ ເຊັ່ນ : ລືມວ່າວາງສິ່ງຂອງໄວ້ບ່ອນໃດ, ລືມວ່າເຮັດບາງສິ່ງບາງຢ່າງລົງໄປຫລືຍັງ.
  • ວິທີແກ້ໄຂ : ຫລຸດການເຮັດຫຍັງຫລາຍໆຢ່າງພ້ອມກັນ ແລະ ຝຶກການເຮັດສະມາທິໃຫ້ຫລາຍຂຶ້ນ ເພື່ອໃຫ້ສະໝອງຈົດຈໍ່ຢູ່ກັບສິ່ງທີ່ກຳລັງເຮັດຢູ່.
  • Blocking : ລືມແບບເຄີຍຈື່ໄດ້ ຢູ່ດີໆກໍນຶກບໍ່ອອກ, ສະໝອງບໍ່ສາມາດດຶງຂໍ້ມູນທີ່ເກັບຢູ່ອອກມາໃຊ້ໄດ້ທັນທີ ອາດເກີດຂຶ້ນໄດ້ເມື່ອອາຍຸຫລາຍຂຶ້ນ ຫລື ມີອາການເຄັ່ງຄຽດ, ນອນບໍ່ພໍ ເຊັ່ນ : ລືມຂໍ້ມູນທີ່ເຄີຍຮູ້ມມາກ່ອນ ແລະ ຢູ່ດີໆກໍນຶກບໍ່ອອກ.
  • ວິທີແກ້ໄຂ : ນອນຫລັບໃຫ້ພຽງພໍ, ຈັດການກັບຄວາມເຄັ່ງຄຽດທີ່ຫລາຍເກີນໄປ, ຫລີກເວັ້ນການດື່ມເຄື່ອງດື່ມອານກໍຮໍ ແລະ ຢານອນຫລັບ ເປັນຕົ້ນ.
  • Misattribution : ເປັນອາການຫລົງລືມເລື່ອງລາວໃນຄວາມຊົງຈຳ ທີ່ຈື່ໄດ້ບາງສ່ວນ ແລະ ລືມໄປບາງສ່ວນ ແລະ ອາດມີບາງສ່ວນທີ່ລືມ ແລະ ຖືກແຕ່ງຕື່ມໂດຍບໍ່ໄດ້ຕັ້ງໃຈ ເຊັ່ນ : ຈື່ໄດ້ວ່ານັ່ງລົດກັບເຮືອນແລ້ວຝົນຕົກ, ແຕ່ຄວາມຈິງແລ້ວ ຝົນບໍ່ໄດ້ຕົກ ແຕ່ບັນຍາກາດຝົນຕົກອາດມາຈາກຮູບເງົາທີ່ເບິ່ງຫລັງຈາກນັ່ງລົດກັບເຮືອນ ເປັນຕົ້ນ.
  • ວິທີແກ້ໄຂ : ພະຍາຍາມຈື່ຈຳເຫດການສຳຄັນໆທີ່ເກີດຂຶ້ນໃນຂະນະນັ້ນ ແລະ ອາດຈົດບັນທຶກເອົາໄວ້ກັນພາດ.
  • Persistence : ເປັນຄວາມຈື່ຈຳທີ່ໃນບາງເລື່ອງທີ່ຢາກລືມ ແຊນສະໝອງຈຳໄດ້ດີ ອາດເປັນຄວາມຊົງຈຳອັນບໍ່ດີທີ່ສົ່ງຜົນຕໍ່ຈິດໃຈ ເຖິງວ່າຄວາມຈິງແລ້ວເຮົາຢາກຈະລືມກໍຕາມ ເຊັ່ນ : ລາຍລະອຽດ, ເຫດການ ໄລຍະເວລາທີ່ສູນເສຍຄົນທີ່ຮັກ.
  • ວິທີແກ້ໄຂ : ສ້າງຄວາມຊົງຈຳໃໝ່ໆທີ່ດີທົດແທນ, ແຕ່ຫາກຍັງເກີດບັນຫານີ້ຊຳ້ໆ ຫລື ຄວາມຈື່ຈຳເຫລົ່ານີ້ກໍ່ໃຫ້ເກີດບັນຫາສຸຂະພາບ ຄວນປຶກສາແພດ.
  • ເຄັດລັບຄວາມຈື່ຈຳດີ :

ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ - 040611 2020 - ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ

  1. ໄວຮຽນ : ຫລັງຈາກຮຽນແລ້ວໃນແຕ່ລະມື້ ທົບທວນບົດຮຽນທີ່ຮຽນພາຍໃນມື້ນັ້ນ, ອ່ານ, ຈົດບັນທຶກຕາມທີ່ເຂົ້າໃຈໃນປື້ມບັນທຶກ ແລະ ເອົາຄວາມຮູ້ທີ່ໄດ້ມາໃຊ້ໃນຊີວິດເປັນປະຈຳ.
  2. ໄວເຮັດວຽກ : ທົບທວນ ແລະ ວາງແຜນການເຮັດວຽກໃຫ້ດີ, ບໍ່ເຮັດຫຍັງຫລາຍຢ່າງໃນເວລາດຽວກັນ ຖ້າຢ້ານຈື່ບໍ່ໄດ້ ຫລື ສັບສົນ ໃຫ້ຈົດບັນທຶກໄວ້, ເລືອກຈື່ໃນສ່ວນທີ່ສຳຄັນ, ຫລຸດການດື່ມອານກໍຮໍ, ຫລຸດຄວາມເຄັ່ງຄຽດ ແລະ ນອນຫລັບພັກຜ່ອນໃຫ້ພຽງພໍ.
  3. ຜູ້ເຖົ້າ : ຝຶກສະໝອງໂດຍການໂອ້ລົມສົນທະນາ, ຂຽນ, ເວົ້າ, ຫາກິດຈະກຳມາເຮັດ, ບໍ່ຢູ່ນິ້ງເສີຍ ຫາກມີອາການຫລົງໆລືມໆຫລາຍ ຄວນປຶກສາແພດ.
ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ - 5 - ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ
ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ - 3 - ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ
ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ - 4 - ເຄັດລັບຄວາມຈື່ຈຳດີີສຳລັບໄວຮຽນ, ໄວເຮັດວຽກ ແລະ ຜູ້ເຖົ້າ