ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ

ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ - 555 43 - ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ
ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ - kitchen vibe - ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ

ທ່ານ ຈັນທະບູນ ສຸກອາລຸນ ເລຂາຄະນະພັກຮາກຖານ ຜູ້ວ່າການອຳນວຍການໃຫ່ຍ ລັດວິສາຫະກິດໄຟຟ້າລາວ ໄດ້ລາຍງານໃຫ້ຮູ້ ໃນວັນທີ 18 ພະຈິກ 2020 ນີ້ວ່າ: ຕະຫລອດໄລຍະຜ່ານມາຈົນເຖິງປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ພັດທະນາວຽກງານໄຟຟ້າ ໄປສູ່ຊົນນະບົດ, ສາມາດສະໜອງພະລັງງານໄຟຟ້າຮັບໃຊ້ທັງໝົດ 148 ເມືອງ, ຄິດເປັນ 100%  ທີ່ ຢູ່ໃນທຸກເທດສະບານແຂວງ, ນະຄອນຫລວງ, ເທດສະບານເມືອງ ແລະ ນະຄອນ. ຈຳນວນບ້ານທີ່ໄດ້ໃຊ້ໄຟຟ້າທັງໝົດມີ 8.449 ບ້ານ, ເທົ່າກັບ 93% ຂອງ​ຈຳນວນ​ບ້ານ​​ ​ແລະ 95% ຂອງຈໍານວນຄອບຄົວໃນທົ່ວປະເທດ​ ໄດ້​ໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ. ຄຽງຄູ່ກັນນັ້ນ, ລັດວິສາຫະກິດໄຟຟ້າລາວ ໄດ້ມີການຄຸ້ມຄອງ ລະບົບສາຍສົ່ງແຮງສູງ 230 ກິໂລໂວນ, ຍາວທັງ ໝົດ 6.700 ກິໂລແມັດ, 115 ກິໂລໂວນ, ຍາວທັງໝົດ 2.640 ກິໂລແມັດ, ​ແຮງ​ກາງ ຍາວທັງໝົດ 33.757 ກິໂລແມັດ ​ແລະ ​ແຮງ​ຕໍ່າ ຍາວທັງໝົດ 20.158 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 68 ແຫ່ງ, ໝໍ້ແປງ 31.916 ໜ່ວຍ, ມີກຳລັງຕິດຕັ້ງ 5.301 MVA ແລະ ໝໍ້ນັບໄຟ 1.582.812 ໜ່ວຍ.

ສໍາລັບ ການຈໍາ​ໜ່າຍພະລັງງານໄຟຟ້າ ສາມາດປະຕິບັດໄດ້ທັງໝົດ 5.201 ລ້ານກິໂລວັດໂມງ ໃນນັ້ນຈຳໜ່າຍພາຍໃນປະເທດ 4.069 ລ້ານກິໂລວັດໂມງ, ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ, ຂາຍໃຫ້ລູກຄ້າລາຍໃຫຍ່ພາຍໃນປະເທດ 185 ລ້ານກິໂລວັດໂມງ. ພ້ອມນັ້ນ, ໃນ​ກຸ່ມ​ປະ​ເທດ​ອາ​ຊຽນ  ​ສປປ ລາວ ​ແມ່ນ​ປະ​ເທດທຳ​ອິດ ​ທີ່​ໄດ້​ລິ​ເລີ່ມ ສົ່ງ​ຂາຍ​ໄຟຟ້າ​ແບບ​ເຊື່ອມ​ໂຍງ​ໃນ​ກຸ່ມ​ປະ​ເທດອາ​ຊຽນ ປັດຈຸບັນ ໄດ້ສົ່ງອອກແລ້ວ 100 ເມັກກາວັດ ​ໂດຍ​ຜ່ານ​ປະ​ເທດລາວ-​ໄທ-​ມາ​ເລ​ເຊຍ ໃນໂຄງການ LTM, ພ້ອມດຽວກັນນັ້ນ, ໃນ​ປີ 2021 ຈະສົ່ງໃຫ້ໄດ້ 300 ເມັກກາວັດ, ພ້ອມຈະສືບ​ຕໍ່​ເຈລະຈາ​ຊື້-​ຂາຍ ແລະ ເຊື່ອມໂຍງໄປຮອດປະ​ເທດສິງກະ​ໂປ.

ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ - Visit Laos Visit SALANA BOUTIQUE HOTEL - ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ
ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ - Visit Laos Visit SALANA BOUTIQUE HOTEL - ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ

ທ່ານ ຈັນທະບູນ ສຸກອາລຸນ ໃຫ້ຮູ້ຕື່ມວ່າ: ສຳລັບ ທິດທາງ, ໜ້າທີ່ລວມໃນການພັດທະນາວຽກງານໄຟຟ້າໃນຕໍ່ໜ້າ ລັດວິສາຫະກິດໄຟຟ້າລາວ ຈະອີງໃສ່ຄໍາຂວັນທີ່ວ່າ: “ເພີ້ມລາຍຮັບຫລຸດລາຍຈ່າຍ, ຈໍາໜ່າຍໄຟໃຫ້ມີຄຸນນະພາບ”, ຈະສືບຕໍ່ຄົ້ນຄວ້າໂຄງສ້າງລາຄາໄຟຟ້າ ພາກຈໍາໜ່າຍຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ຄືນໃໝ່ ໂດຍອີງຕາມການຊີ້ນໍາຂອງລັດຖະບານ ເພື່ອໃຫ້ລາຄາໄຟເໝາະສົມກັບສະພາບເສດຖະກິດ-ສັງຄົມຂອງຊາດ ແລະ ຄວາມຢູ່ລອດຂອງໄຟຟ້າລາວ. ເນັ້ນໃສ່ການບໍລິການລູກຄ້າໃຫ້ມີຄວາມເພິ່ງພໍໃຈ, ຫລີກລຽງຫາງສຽງຂອງສັງຄົມໃຫ້ໄດ້ໜ້ອຍທີ່ສຸດ, ພັດທະ ນາໄຟຟ້າໃຫ້ກາຍເປັນລະບົບແຫ່ງຊາດທີ່ເປັນລະບົບຄົບຊຸດ, ຮັບປະກັນການສະໜອງໄຟຟ້າເພື່ອການຊົມໃຊ້ຢູ່ພາຍໃນໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມປອດໄຟ, ທົ່ວເຖິງ, ພຽງພໍ ແລະ ດ້ວຍລາ ຄາທີ່ສົມເຫດສົມຜົນ, ພັດທະນາການເຊື່ອມໂຍງດ້ານພະລັງງານກັບປະເທດເພື່ອບ້ານໃກ້ຄຽງ ແລະ ພາກພື້ນ ແນໃສ່ສ້າງລາຍຮັບທີ່ເປັນພື້ນຖານ ໃຫ້ແກ່ການພັດທະນາປະເທດຊາດ ທັງໃນສະເພາະໜ້າ ແລະ ໃນໄລຍະຍາວ ໃຫ້ສົມກັບຄຳຂັວນຂອງໄຟຟ້າລາວ ທີ່ວ່າ: “ສະໜອງໄຟໃຫ້ພໍ, ບໍລິການໄວ ດ້ວຍຄວາມປອດໄພ ຊົມໃຊ້ໃຫ້ເກີດຜົນ”.

 

ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ - 3 - ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ
ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ - 4 - ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ
ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ - 5 - ຈໍາໜ່າຍອອກຕ່າງປະເທດ (ໄທ, ກໍາປູເຈຍ, ມຽນມາ) 949,33 ລ້ານກິໂລວັດໂມງ