ຕະຫລອດໄລຍະ 5 ປີຜ່ານມາ ໂຍທາທິການ ແລະ ຂົນສົ່ງສຳເລັດການສ້າງເສັ້ນທາງຄົມມະນາຄົມໄດ້ 1.922 ກິໂລແມັດ


ສະຫາຍ ບຸນຈັນ ສິນທະວົງ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນວັນທີ 19 ພະຈິກ 2020 ເພື່ອທົບທວນຄືນການນຳພາ-ຊີ້ນຳຕະ ຫລອດໄລຍະ 5 ປີຜ່ານມາ, ວາງທິດທາງຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າໃຫ້ຮູ້ວ່າ: ດ້ານການຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມໃຫ້ມີຄວາມສະດວກ, ທັນສະໄໝ ແລະ ປອດໄພ, ເຊິ່ງມາຮອດປີ 2019 ທົ່ວປະເທດ ມີລະບົບຕາໜ່າງເສັ້ນທາງທັງໝົດ 58.254 ກິໂລແມັດ ເມື່ອທຽບໃສ່ປີ 2015 ເພີ່ມຂຶ້ນ 1.922 ກິໂລແມັດ. ນອກຈາກນັ້ນ, ຍັງສາມາດພັດທະນາລະບົບນໍ້າປະປາໄດ້ 169 ແຫ່ງໃນ 121 ຕົວເມືອງ ສາມາດສະໜອງນໍ້າປະປາ ໃຫ້ປະຊາກອນໃນຕົວເມືອງ ກວມ 76% ເມື່ອທຽບໃສ່ຄາດ ໝາຍສູ້ຊົນເຫັນວ່າຍັງຫລຸດ 4% ແລະ ຄາດວ່າຈະໃຫ້ສໍາເລັດຕາມແຜນການ ໃນທ້າຍປີ 2020.
ໃນຕໍ່ໜ້າ, ຄະນະພັກກະຊວງ ຍທຂ ຈະສືບຕໍ່ເອົາໃຈໃສ່ປັບປຸງກໍ່ສ້າງພັກ ດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ, ແບບແຜນວິທີການເຮັດວຽກໃຫ້ມີຄວາມປອດໃສ ແລະ ຊື່ສັດບໍລິສຸດ, ພ້ອມທັງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ການຈັດຕັ້ງທຸກຂັ້ນ, ເສີມຂະຫຍາຍນໍ້າໃຈຮັກຊາດ, ເຊີດຊູສະຕິເອກະລາດເປັນເຈົ້າຕົນເອງ, ຍົກສູງຄວາມສາມາດໃນການນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກໃນການສືບຕໍ່ພາລະກິດປ່ຽນແປງໃໝ່ ໂດຍຖືເອົາການພັດທະນາເສດຖະກິດເປັນ ໃຈກາງ, ເອົາການຄ້າເປັນຕ່ອງໂສ້, ຄົມມະນາຄົມເປັນປາຍແຫລມ ດ້ວຍການເພີ່ມທະວີຄວາມສາມາດໃນການຄຸ້ມຄອງມະຫາພາກ, ຄຸ້ມຄອງການບໍລິຫານລັດຂອງຂະແໜງ ຍທຂ ໃຫ້ມີປະສິດທິຜົນຕາມກົນໄກເສດຖະກິດຕະຫລາດຕາມທິດສັງຄົມນິຍົມ.
ພ້ອມກັນນັ້ນ, ຈະຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຂົ້າໃນວຽກງານຂອງຂະແໜງ ຍທຂ ເພື່ອສືບຕໍ່ນໍາໃຊ້ທ່າແຮງທາງດ້ານທີ່ຕັ້ງພູມສາດ ແລະ ໂຄງລ່າງພື້ນຖານທີ່ມີ ໂດຍສະເພາະເສັ້ນທາງລົດໄຟລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ ພາຍໃຕ້ວິໄສທັດ ທີ່ວ່າ: “ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫລມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”.