ເດັກນ້ອຍລາວຫລາຍກວ່າ 84 ພັນຄົນຈະໄດ້ຮັບອາຫານທ່ຽງຂອງໂຄງການ ອາຫານສຳລັບເດັກຈາກ ສ.ອາເມລິກາ


ສະຫະລັດອາເມລິກາ ໄດ້ປະກາດມອບທຶນຊ່ວຍເຫລືອເພີ່ມຈຳນວນ 25 ລ້ານໂດລາ ໃນໄລຍະ 5 ປີຕໍ່ໜ້າ ເພື່ອນຳໃຊ້ເຂົ້າໃນໂຄງການອາຫານສຳລັບເດັກນ້ອຍລາວ. ຊຶ່ງທຶນດັ່ງກ່າວນີ້ແມ່ນໄດ້ຮັບການສະຫນັບສະຫນູນຈາກກະຊວງກະສິກຳສະຫະລັດອາເມລິກາ ໂດຍໂຄງການອາຫານເພື່ອການສຶກສາ ແລະ ໂພສະນາການສຳລັບເດັກ (U.S. Department of Agriculture’s (USDA) McGovern-Dole International Food for Education and Child Nutrition Program project) ເຊິ່ງຈະຈັດຕັ້ງປະຕິບັດໂດຍ ອົງການອາຫານໂລກ (WFP) ຮ່ວມກັບ ອົງການ CRS ພ້ອມກັບກະຊວງສຶກສາທິການ ແລະ ກິລາ.


ໂຄງການນີ້ຈະຊ່ວຍສະໜອງອາຫານທ່ຽງໃນແຕ່ລະມື້ໃຫ້ແກ່ ໂຮງຮຽນຈຳນວນ 735 ແຫ່ງ ໃນ 18 ເມືອງ ແລະ ຈະເດັກນ້ອຍຫຼາຍກວ່າ 84.000 ຄົນເຂົ້າເຖິງ ແລະ ໂຄງການຊ່ວຍເຫລືອນີ້ແມ່ນໄດ້ຮັບການສະຫນັບສະຫນູນຈາກກະຊວງກະສິກຳສະຫະລັດອາເມລິກາ ມາແຕ່ປີ 2006 ພາຍໃຕ້ໂຄງການ (the McGovern-Dole program).


ອົງການອາຫານເພື່ອການສຶກສາ ແລະ ໂພສະນາການສຳລັບເດັກ ໄດ້ໃຫ້ການຊ່ວຍເຫລືອດ້ານການສຶກສາ, ການພັດທະນາເດັກ ແລະ ຄວາມປອດໄພດ້ານສະບຽງອາຫານ ແກ່ປະເທດຕ່າງໆໃນທົ່ວໂລກ. ເພື່ອປະກອບສ່ວນດ້ານຜະລິດຕະພັນກະເສດທີ່ມີຄຸນນະພາບສູງຈາກສະຫະລັດ ລວມເຖິງດ້ານການເງິນ ແລະ ການຊ່ວຍເຫລືອທາງດ້ານເຕັກນິກ ແລະ ສະໜັບສະໜູນໂຄງການສະບຽງອາຫານສຳລັບໂຮງຮຽນ ແລະ ໂພສະນາການສຳລັບແມ່ ແລະ ເດັກ ແລະ ຜູ້ທີ່ມີຄວາມຕ້ອງການອີກດ້ວຍ.