ຕຳຫລວດ-ທະຫານຢູກັນດາ ຍິງລູກປືນແທ້ໃສ່ຜູ້ຊຸມນຸມ ມີຜູ້ເສຍຊີວິດແລ້ວ 16 ຄົນ ແລະ ຖືກຈັບກຸມ 350 ຄົນ
ການປະທ້ວງຢູ່ປະເທດຢູກັນດາເປັນໄປຢ່າງດຸເດືອດ ຫລັງກຸ່ມຜູ້ຊຸມນຸມໄດ້ອອກມາປະທ້ວງຮຽກຮ້ອງໃຫ້ລັດຖະບານປ່ອຍຕົວ Robert Kyagulany ຜູ້ທ້າຊີງປະທານາທິບໍດີຢູກັນດາ ເຊິ່ງກ່ອນໜ້ານີ້ Robert Kyagulany ໄດ້ຖືກຈັບໃນຂໍ້ກ່າວຫາລະເມີດມາດຕະການປ້ອງກັນໂຄວິດ-19 ເນື່ອງຈາກນຳພາມວນຊົນອອກມາຊຸມນຸມຈຳນວນຫລາຍ.
ລາຍງານຂ່າວລະບຸວ່າ: ກຸ່ມເຍົາວະຊົນໄດ້ຈູດຢາງ ແລະ ປິດຖະໜົນໃນເມືອງກຳປາລາ ເຊິ່ງເປັນເມືອງຫລວງຂອງຢູກັນດາ ແລະ ພື້ນທີ່ອື່ນໆ. ນອກຈາກນີ້ ມີລາຍງານວ່າ: ກຸ່ມດັ່ງກ່າວຍັງຖືກກ່າວຫາວ່າທຳລາຍຍານພາຫະນະ, ປຸ້ນຊັບສິນ ແລະ ດຶກກ້ອນຫີນໃສ່ເຈົ້າໜ້າທີ່ຮັກສາຄວາມປອດໄພ.
ຂະນະທີ່ ສະຖານະການໃນພື້ນທີ່ມີຄວາມວຸ້ນວາຍ, ຕຳຫລວດ ລວມທັງກຸ່ມຂອງກອງທັບຢູກັນດາ ເຊິ່ງນຳເອົາປືນໄຣເຟິລເອເຄ-47 ເຂົ້າສະຫລາຍການຊຸມນຸມ ໂດຍເຈົ້າໜ້າທີ່ໃຊ້ລູກປືນແທ້, ປືນສີດນ້ຳແຮງດັນສູງ ແລະ ແກັສນ້ຳຕາຍິງໃສ່ຜູ້ຊຸມນຸມ. ຈາກເຫດການດັ່ງກ່າວສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະ ບາດເຈັບອີກຫລາຍຄົນ.
ໂຄສົກຕຳຫລວດເມືອງກຳປາລາ ລະບຸວ່າ: ຕົວເລກຜູ້ເສຍຊີວິດຈາກເຫດສະຫລາຍການຊຸມນຸມທີ່ເພີ່ມຂຶ້ນ ແລະ ຫລ້າສຸດມີຜູ້ຖືກຈັບແລ້ວປະມານ 350 ຄົນ.
ສ່ວນໂຄສົກຂອງກອງທັບຢູກັນດາ ກ່າວວ່າ: ກອງທັບທະຫານເຂົ້າມາຄວບຄຸມສະຖານະການດັ່ງກ່າວ ເນື່ອງຈາກເປັນສະຖານະການທີ່ຄືສົງຄາມ ເຊິ່ງຕຳຫລວດບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ.