ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ກະຊວງ ຍທຂ ຄັ້ງທີ V ອັດລົງດ້ວຍຜົນສຳເລັດຢ່າງສະຫງ່່າງາມ

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ V ໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່່າງາມຕາມຈຸດປະສົງ ໃນວັນທີ 20 ພະຈິກ 2020 ໂດຍໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ສະໄໝທີ V (ຊຸດໃໝ່) ຈຳນວນ 19 ສະຫາຍ, ຍິງ 2 ສະຫາຍ ຢ່າງມີປະຊາທິປະໄຕ, ມີຄວາມຮັບຜິດຊອບສູງ, ຖືກຕ້ອງຕາມກົດລະບຽບຂອງພັກ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເປັນຫລັກແຫລ່ງແກ່ນສານ ໃນການນຳພາ-ຊີ້ນຳວຽກງານຂະແໜງການໂຍທາທິການ ແລະ ຂົນສົ່ງ ຢ່າງຮອບດ້ານໃນໄລຍະ 5 ປີຕໍ່ໜ້າ.
ຜູ້ແທນສົມບູນຈຳນວນ ຈຳນວນ 236 ສະຫາຍ, ຍິງ 53 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະ ມາຊິກພັກທັງໝົດ ຈຳນວນ 686 ສະຫາຍ ໄດ້ເປັນເອກະສັນຢ່າງສົມບູນເລືອກເອົາ ສະຫາຍ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງ ຍທຂ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ລັນ ແສງອາພອນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຮອງເລຂາຄະນະພັກ ແລະ ສະຫາຍ ໄຊສົງຄາມ ມະໂນທັມ ຫົວໜ້າກົມກວດກາ ເປັນປະທານກວດກາພັກ. ບັນດາສະຫາຍ ທີ່ໄດ້ຮັບການເລືອກຕັ້ງທັງໝົດຄັ້ງນີ້, ລ້ວນແຕ່ແມ່ນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີບົດຮຽນໃນການນຳພາ-ຊີ້ນຳວຽກງານໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາ, ທັງເປັນຜູ້ທີ່ຊື່ສັດ ແລະ ຈົ່ງຮັກພັກດີຕໍ່ພາລະກິດປະຕິວັດຂອງພັກ.
ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍຕາງໜ້າໃຫ້ ກົມການເມືອງສູນກາງພັກ ແລະ ລັດຖະບານ ຕີລາຄາສູງຕໍ່ໝາກຜົນ, ຜົນງານແຫ່ງການນຳພາ-ຊີ້ນໍາ ແລະ ຈິດໃຈບຸກບືນສູ້ຊົນຂອງຄະນະພັກ, ສະມາຊິກພັກ-ພະນັກງານ ຂອງກະຊວງ ຍທຂ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກຂອງຕົນ ໃນໄລຍະ 5 ປີທີ່ຜ່ານມາ ເຊິ່ງມີຜົນງານທີ່ພົ້ນເດັ່ນຫລາຍດ້ານ ເປັນຕົ້ນ: ການປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງທີ່ໜັກແໜ້ນໝັ້ນຄົງ, ລະບົບການເມືອງນັບແຕ່ຂັ້ນໜ່ວຍພັກຮາກຖານຂຶ້ນມາ ແມ່ນໄດ້ຮັບການປັບປຸງປົວແປງໃຫ້ດີຂຶ້ນກວ່າເກົ່າ ແລະ ລະບົບການຈັດຕັ້ງໄດ້ຮັບການປັບປຸງເປັນແຕ່ລະໄລຍະຕະຫລອດມາ. ກອງປະຊຸມໃຫຍ່ຄັ້ງນີ້, ເປັນເຫດການທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງ ທີ່ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍ ຕົວຂອງສະມາຊິກພັກ, ພະນັກງານໃນທົ່ວກະຊວງໂຍທາທິການ ແລະຂົນສົ່ງ.
ພ້ອມດຽວກັນ, ກໍໄດ້ຮັບຟັງການໂອ້ລົມເພື່ອເປັນເຂັມຊີ້ທິດເຍືອງທາງ ເຂົ້າໃນຂະບວນການຈັດຕັ້ງປະຕິບັດວຽກງານຕ່າງໆ ໂດຍໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ ເອົາໃຈໃສ່ໃນການຄົ້ນຄວ້າ ແລະ ຕົກລົງ ກ່ຽວກັບການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍ ໃນຄະນະບໍລິຫານງານພັກກະຊວງຄືນໃໝ່ ໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງແຕ່ລະສະຫາຍ. ໃຫ້ຮີບຮ້ອນຫັນເອົາມະຕິກອງປະຊຸມໃຫຍ່ ກໍຄື ທິດທາງແຜນການ ໃຫ້ເປັນແຜນດໍາເນີນງານຕະຫລອດສະໄໝ, ແຜນງານໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເພື່ອຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ໂດຍເລີ່ມແຕ່ຄະນະບໍລິຫານງານພັກກະຊວງ, ຮາກຖານພັກບັນດາກົມ, ສະຖາບັນ ແລະ ກອງວິຊາການ ຈົນເຖິງບັນດາໜ່ວຍພັກຂຶ້ນກັບຄະນະພັກຮາກຖານຕ່າງໆ ໃຫ້ທົ່ວເຖິງ. ພ້ອມກັນນັ້ນ, ກໍເນັ້ນໃຫ້ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ບໍ່ວ່າວຽກນັ້ນຈະໜັກ ຫລືເບົາ, ແມ່ນຂະແໜງການໃດ, ຂົງເຂດ ຫລື ທ້ອງຖິ່ນໃດ ແລະ ບໍ່ຈໍາແນກວຽກນັ້ນ ວ່າເຄີຍເຮັດຜ່ານມາ ຫລື ບໍ່, ຈະຍົກຍ້າຍບ່ອນໃໝ່ ຫລື ບໍ່, ຕ້ອງມີຄວາມຮັບຜິດຊອບຢ່າງແຂງແຮງເຖິງຜົນໄດ້ຜົນເສຍ, ຕ້ອງທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ຄວາມເສຍສະຫລະ ເພື່ອເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.
ປະຕິບັດຢ່າງຖືກຕ້ອງຫລັກການເຮັດວຽກ ແລະ ນໍາພາຂອງພັກ ໂດຍສະເພາະແມ່ນຫລັກການ ລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ໝູນໃຊ້ສະຕິປັນຍາລວມໝູ່ ເພີ່ມທະວີຄວາມເປັນເອກະພາບປະຊາທິປະໄຕພາຍໃນພັກ ທີ່ແມ່ນກໍາລັງແຮງ ແລະ ຜົນສໍາເລັດ ຂອງທຸກວຽກງານ. ມີທັດສະນະມະຫາຊົນຢ່າງແທ້ຈິງ ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດລວມຂອງມະຫາຊົນ, ໃຫ້ມະຫາຊົນ ແລະ ປະຊາຊົນມີສ່ວນຮ່ວມ ໃນວຽກງານຕ່າງໆ, ທຸກວຽກງານຈະໃຫຍ່ຫລວງ ແລະ ຫຍຸ້ງຍາກສັບສົນ ແຕ່ຖ້າມີຄວາມສາມັກຄີເປັນເອກະພາບ ແລະ ປະຊາຊົນເຂົ້າຮ່ວມແລ້ວ ຈະຕ້ອງມີຜົນສໍາເລັດຢ່າງແນ່ນອນ. ຄຽງຄູ່ກັນັ້ນ, ຕ້ອງເອົາໃຈໃສ່ຕັ້ງໜ້າຝຶກຝົນຕົນເອງໃນຂະບວນການວຽກງານວິຊາສະເພາະຕົວຈິງ, ເຊື່ອມຊຶມກໍາແໜ້ນ ແລະ ເປັນເຈົ້າການນໍາພາປະຕິບັດບັນດາແນວທາງນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຊອກຮູ້ຮໍ່າຮຽນນໍາມະຫາຊົນ, ລົງເລິກໃກ້ຊິດຕິດແທດ ແລະ ນໍາພາເຮັດວຽກຕົວຈິງ, ເພີ່ມຄວາມຮັບຜິດຊອບ, ຄວາມເປັນແບບຢ່າງໃນແບບແຜນວິທີນໍາພາ, ວິທີເຮັດວຽກ ແລະ ແບບແຜນການດໍາລົງຊີວິດ, ສຶກສາອົບຮົມສະມາຊິກໃນຄອບຄົວ, ລູກຫລານ, ຍາດພີ່ນ້ອງຂອງຕົນໃຫ້ເປັນແບບຢ່າງໃນສັງຄົມ.
ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນຳ ພາ-ຊີ້ນຳ ຂອງຄະນະພັກຊຸດໃໝ່ ຈະສືບຕໍ່ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ສາມາດປະກົດຜົນເປັນຈິງ, ເຮັດໃຫ້ກະຊວງ ຍທຂ ມີຄວາມໜັກແໜ້ນທາງດ້ານການເມືອງ ສືບ ຕໍ່ເປັນປາຍແຫລມຂອງເສດຖະກິດແຫ່ງຊາດ ແລະ ມີບາດກ້າວບຸກທະລຸໃໝ່ຮອບດ້ານ ຕາມຄໍາຂວັນຂອງຂະແໜງການ ຍທຂ ທີ່ວ່າ: “ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫລມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມຈອດ ແລະ ຍືນຍົງ”.