ເຮັດພໍໃຫ້ຄື ຫຼື ເຮັດຈິງ?
ໂດຍ: ລູກເມືອງພວນ
ບັນຫາເຮັດພໍໃຫ້ຄື ຫຼື ເຮັດຈິງທີ່ວ່ານີ້ມີຢູ່ວ່າ: ໃນລະຫວ່າງປີ 2015-2017 ລັດຖະບານໄດ້ອອກນິຕິກຳ ໃຫ້ພະນັກງານລັດລະດັບຕຳແໜ່ງບໍລິຫານປະເພດ 3 ຂຶ້ນເມືອຕ້ອງໄດ້ແຈ້ງລາຍການຊັບສິນຂອງຕົນກ່ອນທີ່ຈະເຂົ້າຮັບຕຳແໜ່ງ ຫຼື ພົ້ນຈາກຕຳແໜ່ງ ແລະ 2 ປີໃດຕ້ອງໄດ້ກວດກາຄືນລາຍການແຈ້ງຊັບສິນດັ່ງກ່າວນັ້ນ.
ໃນໄລຍະທຳອິດກໍປາກົດວ່າ ເຮັດເອົາຈິງເອົງຈັງແທ້, ມີຮອດພະນັກງານຂັ້ນສູນກາງລົງໄປແນະນຳ ແລະ ຮ່ວມດຳເນີນການເຮັດທົດລອງຢູ່ແຕ່ລະແຂວງ.
ແຕ່ມາເຖິງປັດຈຸບັນນີ້, ບໍ່ຮູ້ວ່າແນວຄວາມຄິດ ແລະ ໂຄງການດັ່ງກ່າວເຫີນຫ່າງຈາງຫາຍໄປໃສແລ້ວ ບໍ່ມີກິ່ນມີອາຍເລີຍ, ບໍ່ຮູ້ວ່າຍັງຈະສືບຕໍ່ ຫຼື ຢຸດເຊົາເລີຍ? ຖ້າຫາກຍັງຈະສືບຕໍ່ກໍເປັນການດີ, ຖ້າຈະເຮັດໃຫ້ມີຄຸນນະພາບ ສາມາດກວດສອບໄດ້ຈິງ ຄືບ້ານເພີ່ນເມືອງທ່ານ ຫາກບໍ່ແມ່ນເຮັດເພື່ອເຮັດ, ເຮັດເອົາຮູບການ, ເຮັດເພື່ອປ້ອງກັນຕົວສະເພາະໜ້າ…ອັນນີ້ກໍແມ່ນຮູບການໜຶ່ງໃນຫຼາຍໆ ຮູບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງຢູ່ບ້ານເຮົາ ໃຫ້ຄ່ອຍຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ເຖິງຢ່າງໃດກໍຕາມ, ເຮັດຫຍັງກໍຂໍຢ່າໃຫ້ເປັນແຕ່ຮູບການ ມັນຈະບໍ່ເປັນຄວາມງາມຕໍ່ພາບພົດຂອງພັກ-ລັດ. ຖ້າເຮັດຄືແບບນີ້ ກໍໄດ້ແຕ່ສຽງວິພາກວິຈານຈາກສັງຄົມ. ສັງຄົມຕັ້ງບັນຫາວ່າ: ເຮັດພໍໃຫ້ຄື ຫຼື ເຮັດຈິງ? ຖ້າເຮັດໃຫ້ຄືບໍ່ຕ້ອງເຮັດດີກວ່າ, ຖ້າເຮັດຈິງ ແຕ່ອາດຈະເຮັດບໍ່ໄດ້ ຍ້ອນຫຍັງ? ຂ້ອງຄາກັບບັນຫາໃດ ຫຼື ບໍ່ທັນມີກົດໝາຍຮັບຮອງ? ຫຼື ດ້ວຍເຫດຜົນໃດທີ່ບໍ່ສາມາດເປີດເຜີຍໄດ້? ນີ້ຄືຄວາມສົນໃຈຂອງປະຊາຊົນ ຕໍ່ກັບບັນຫາແຈ້ງຊັບສິນໃນໄລຍະຜ່ານມາ.
ເຖິງຈະເຮັດຈິງ ຫຼື ເຮັດບໍ່ຈິງກໍຂໍໃຫ້ຈະແຈ້ງ ດ້ວຍເຫດດ້ວຍຜົນ ດ້ວຍຄວາມເປັນຈິງ ດ້ວຍຄວາມຮັບຜິດຊອບ. ການແຈ້ງຊັບສິນຂອງພະນັກງານລັດຖະກອນ ແມ່ນເປັນເລື່ອງທີ່ດີ ແຕ່ຕ້ອງມີກົນໄກທີ່ສາມາດກວດສອບກັນໄດ້, ບໍ່ແມ່ນຈະເຮັດຕາມຂະບວນການ, ເຮັດຕາມກະແສຂອງໂລກ ໂດຍທີ່ຕົນເອງບໍ່ທັນມີເງື່ອນໄຂຄົບຖ້ວນ ຫຼື ໃນສະພາບແວດລ້ອມສັງຄົມເຮົາບໍ່ທັນເອື້ອອຳນວຍກໍບໍ່ຄວນລີເລີ່ມແຕ່ຫົວທີ, ດີກວ່າມີຫາສຽງບໍ່ດີຕາມມາ ເຮັດໃຫ້ເສຍບົດບາດພາບພົດຂອງພັກ-ລັດຖະບານ.