ວັກຊີນໂຄວິດ-19 ຂອງ Pfizer ຍື່ນຂໍອະນຸຍາດ ໃຊ້ກໍລະນີສຸກເສີນ ຄາດອະນຸມັດກາງເດືອນທັນວາ
ບໍລິສັດ Pfizer ແລະ ບໍລິສັດ BioNTech ເຊິ່ງຮ່ວມມືພັດທະນາວັກຊີນໂຄວິດ-19 ປະກາດຍື່ນເລື່ອງຕໍ່ຄະນະກຳມະການອາຫານ ແລະ ຢາອາເມລິກາ (FDA) ເພື່ອຂໍອະນຸຍາດໃຊ້ວັກຊີນໂຄວິດ-19 ໃນກໍລະນີສຸກເສີນໃນວັນທີ 20 ພະຈິກ ຕາມເວລາທ້ອງຖິ່ນອາເມລິກາ ຫລັງຜົນການທົດລອງກັບອາສາສະໝັກໃນໄລຍະທີ 3 ພົບວ່າ: ວັກຊີນຂອງ Pfizer ແລະ BioNTech ມີປະສິດທິພາບສູງເຖິງ 95% ແລະ ບໍ່ພົບຜົນຂ້າງຄຽງອັນຕະລາຍ.
ຖະແຫລງການຮ່ວມທີ່ອອກໂດຍທັງສອງບໍລິສັດລະບຸວ່າ: ຕອນນີ້ສາມາດເກັບຂໍ້ມູນຄວາມປອດໄພພຽງພໍຕໍ່ການຍື່ນຂໍອະນຸມັດແລ້ວ ໂດຍຄາດວ່າ: ຄະນະກຳມະການອາຫານ ແລະ ຢາອາເມລິກາ ຈະອະນຸມັດການໃຊ້ວັກຊີນໃນກໍລະນີສຸກເສີນໄດ້ໃນກາງເດືອນທັນວາ ເຊິ່ງທາງບໍລິສັດມີຄວາມພ້ອມແຈກຢາຍວັກຊີນທັນທີຫລັງໄດ້ຮັບການອະນຸມັດ.
ກ່ອນໜ້ານີ້ Pfizer ແລະ BioNTech ເປີດເຜີຍວ່າ: ສາມາດຜະລິດວັກຊີນໂຄວິດ-19 ໄດ້ 50 ລ້ານໂດສ ພາຍໃນທ້າຍປີນີ້ ແລະ ອາດຈະຜະລິດວັກຊີນໄດ້ອີກ 1.350 ລ້ານໂດສ ໃນປີໜ້າ ເຊິ່ງຜູ້ທີ່ຈະໄດ້ຮັບວັກຊີນໂຄວິດ-19 ຂອງ Pfizer ແລະ BioNTech ຈະຕ້ອງໄດ້ຮັບຄົນລະ 2 ໂດສ.
ເຖິງຢ່າງໃດກໍຕາມ, Pfizer ແລະ BioNTech ຍັງຕ້ອງຮວບຮວມຂໍ້ມູນການທົດລອງວັກຊີນເພີ່ມອີກ ເພື່ອຍື່ນຕໍ່ໜ່ວຍງານດ້ານສາທາລະນະສຸກຂອງສະຫະພາບເອີຣົບ ເນື່ອງຈາກຂໍ້ກຳນົດຂອງເອີຣົບຂໍຂໍ້ມູນຫລາຍກວ່າໜ່ວຍງານຂອງລັດຖະບານອາເມລິກາ.
ຖ້າວັກຊີນໂຄວິດ-19 ຂອງ Pfizer ແລະ BioNTech ໄດ້ຮັບການອະນຸມັດໃນເດືອນໜ້າຕາມການຄາດຄະເນ ຈະກາຍເປັນປະຫວັດສາດການພັດທະນາວັກຊີນທີ່ອອກສູ່ຕະຫລາດໄວທີ່ສຸດ. ຂະນະດຽວກັນ ຍັງເປັນວັກຊີນທຳອິດຂອງໂລກທີ່ໃຊ້ເຕັກໂນໂລຊີພັດທະນາ ໂດຍໃຊ້ mRNA.