ອັນຕະລາຍຈາກການຂາດໄອໂອດີນ

- 032706 - ອັນຕະລາຍຈາກການຂາດໄອໂອດີນ
- kitchen vibe - ອັນຕະລາຍຈາກການຂາດໄອໂອດີນ

ການຂາດແຮ່ທາດໄອໂອດີນ ສົ່ງຜົນຮ້າຍເຮັດໃຫ້ເດັກນ້ອຍເປັນປັນຍາອ່ອນ, ແມ່ຍິງຖືພາຫລຸລູກງ່າຍ, ສະມັດຕະພາບທາງເພດໃນຜູ້ຊາຍເສື່ອມ ເຊິ່ງຄົນລາວເຮົາຍັງເຂົ້າໃຈແບບຄາດເຄື່ອນ ເພາະການຂາດສານໄອໂອດີນບໍ່ໄດ້ເຮັດໃຫ້ເປັນພະຍາດຄໍໜຽງພຽງແຕ່ຢ່າງດຽວເທົ່ານັ້ນ, ແຕ່ສົ່ງຜົນກະທົບຕໍ່ຮ່າງກາຍ, ສະໝອງ ແລະ ສະຕິປັນຍາຂອງຄົນທຸກເພດໄວ ແມ່ນແຕ່ຄົນໃນເຂດໂຕເມືອງ ຫລື ອາໄສຢູ່ໃກ້ແມ່ນຳ້ເຄັມກໍມີໂອກາດເປັນໄດ້ ຫາກໄດ້ຮັບສານໄອໂອດີນບໍ່ພຽງພໍ.

ການຄວບຄຸມພະຍາດຂາດສານໄອໂອດີນລະດັບນາໆຊາດນັ້ນ ປະຈຸບັນພະຍາດຂາດສານໄອໂອດີນຍັງຄົງເປັນບັນຫາສາທາ ລະນະສຸກທີ່ສຳຄັນຂອງຫລາຍປະເທດ ເນື່ອງຈາກປະຊາຊົນສ່ວນຫລາຍມີຄວາມເຂົ້າໃຈແບບຄາດເຄື່ອນກ່ຽວກັບພະຍາດນີ້ ໂດຍຄິດວ່າການຂາດສານໄອໂອດີນຈະເຮັດໃຫ້ເປັນພະຍາດຄໍໜຽງຢ່າງດຽວ ຫາກຕົນບໍ່ມີອາການຄໍໜຽງກໍສະແດງວ່າບໍ່ຂາດສານໄອໂອດີນ ແລະ ຄິດວ່າເປັນສະເພາະໃນເດັກນ້ອຍເທົ່ານັ້ນ ຈຶ່ງບໍ່ໃຫ້ຄວາມສຳຄັນກັບການກິນອາຫານທີ່ມີສານໄອໂອດີນຫລາຍພໍປານໃດ ໂດຍບໍ່ຮູ້ວ່າໄອໂອດີນມີຜົນຕໍ່ການຈະເລີນເຕີບໃຫຍ່ທັງທາງຮ່າງກາຍ, ສະໝອງ ແລະ ສະຕິປັນຍາຂອງຄົນທຸກເພດໄວ.

- Visit Laos Visit SALANA BOUTIQUE HOTEL - ອັນຕະລາຍຈາກການຂາດໄອໂອດີນ

ຫາກຂາດສານໄອໂອດີນກໍຈະມີຄວາມຜິດປົກກະຕິທີ່ແຕກຕ່າງກັນໄປ ເຊັ່ນ : ໄລຍະລູກຢູ່ໃນທ້ອງເຖິງແຮກເກີດ ຈະເຮັດໃຫ້ຫລຸລູກ  ຫລື ຕາຍກ່ອນຮອດກຳນົດເກີດໄດ້ງ່າຍ ຫລື ຫາກບໍ່ຕາຍກໍເກີດອອກມາພິການແຕ່ກຳເນີດ ຄື : ຫູໜວກ, ຂາແຂງ, ສັ່ນ, ຕາເຫ່ລວ, ຮູບຮ່າງນ້ອຍ, ຄອດ ແລະ ສະຕິປັນຍາເສື່ອມຈົນເຖິງປັນຍາອ່ອນ. ສ່ວນໄວເດັກເຖິງໄວໜຸ່ມນັ້ນ ຮ່າງກາຍຈະເລີນເຕີບໃຫຍ່ຊ້າ, ສະຕິປັນຍາດ້ອຍລົງກ່ວາຄົນປົກກະຕິ ແລະ ມີອາການຄໍໜຽງ. ສ່ວນໄວຜູ້ໃຫຍ່ຈະມີອາການຄໍໜຽງ, ອິດເມື່ອຍງ່າຍ, ບໍ່ສົດຊື່ນ, ສະມັດຕະພາບໃນການເຮັດວຽກຫລຸດລົງ,  ຮ່າງກາຍ ແລະ ຈິດໃຈເສື່ອມຖອຍ  ຈະມີອາການເສື່ອມສະມັດຕະພາບທາງເພດໃນຜູ້ຊາຍ, ປະຈຳເດືອນຈະມາບໍ່ປົກກະຕິໃນແມ່ຍິງ.

ສະເລ່ຍແລ້ວຄົນເຮົາຕ້ອງການໄອໂອດີນໃນມື້ໜຶ່ງພຽງແຕ່ 150 ໄມໂຄຣກຣາມເທົ່ານັ້ນ, ແຕ່ກໍຂາດບໍ່ໄດ້ແມ່ນແຕ່ມື້ດຽວ ເພາະຮ່າງກາຍບໍ່ສາມາດສະສົມໄວ້ໄດ້.  ສານໄອໂອດີນບາງສ່ວນຈະຖືກນຳໄປໃຊ້ໃນການສ້າງຮໍໂມນສຳລັບການເຕີບໃຫຍ່ຂອງຮ່າງກາຍ ແລະ ສະໝອງ. ສ່ວນທີ່ເຫລືອຈະຖືກໄລ່ອອກຈາກຮ່າງກາຍ ຈຶ່ງຈຳເປັນຕ້ອງກິນອາຫານທີ່ມີສານໄອໂອດີນທຸກມື້.

 

- 3 - ອັນຕະລາຍຈາກການຂາດໄອໂອດີນ
- 5 - ອັນຕະລາຍຈາກການຂາດໄອໂອດີນ
- 4 - ອັນຕະລາຍຈາກການຂາດໄອໂອດີນ