ກະຊວງຍຸຕິທຳຕຶກເກົ່າ ຈະກາຍເປັນສວນສາທາລະນາໃນອະນາຄົດ
ໃນວັນທີ 20 ພະຈິກນີ້, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫລວງວຽງຈັນ ໄດ້ອະນາໄມຕຶກເກົ່າກະຊວງຍຸຕິທຳ ເພື່ອສ້າງສະຖານແຫ່ງນີ້ໃຫ້ກາຍເປັນສວນສາທາລະນະປະຕູໄຊພາກຂະຫຍາຍໃນອະນາຄົດ.
ດັ່ງທ່ານ ບຸນຈັນ ແກ້ວສີທຳມະວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງທີ່ກະຊວງຍຸຕິທໍາໄດ້ຍ້າຍສະຖານທີ່ໄປຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ໂດຍໄດ້ປະຕຶກເກົ່າທີ່ຢູ່ຂ້າງປະຕູໄຊໄວ້ ເຊິ່ງເຮັດໃຫ້ເກີດມີກຸ່ມຄົນບໍ່ດີເຂົ້າມາລັກງັດແງະເອົາເຄື່ອງຂອງທີ່ມາຄ່າໄປ.
ສະນັ້ນ, ທາງຂັ້ນເທິງກໍໄດ້ມີທິດຊີ້ນຳໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫລວງວຽງຈັນ ເຂົ້າມາອະນາໄມບົວລະບັດພັດທະນາ ເພື່ອຈະສ້າງໃຫ້ເປັນອຸທິຍານສາທາລະນະພາກຂະຫຍາຍຂອງສວນປະຕູໄຊໃນອະນາຄົດ ແລະ ຈະເປີດໃຫ້ບັນດາຫົວໜ່ວຍທຸລະກິດເຂົ້າມາຄ້າຂາຍເປັນຕົ້ນຄື: ຮ້ານອາຫານເບົາ, ກາເຟ, ຂາຍເຄື່ອງປະຫວັດສາດ, ເຄື່ອງທີ່ລະນຶກ ແລະ ອື່ນໆ ເພື່ອຫັນໄປຕາມທິດທາງ 6 ສ ຂອງນະຄອນຫລວງວຽງຈັນວາງອອກ ພ້ອມທັງເປັນການສ້າງແຫລ່ງທ່ອງທ່ຽວໃນຕົວເມືອງດຶງດູດນັກທ່ອງທ່ຽວເຂົ້າມາລາວຫລາຍຂຶ້ນ.