ການນິນທາ ແລະ ການໃສ່ຮ້າຍຜູ້ອື່ນຄວນຄຳນຶງເຖິງໂທດ

ການນິນທາ ແລະ ການໃສ່ຮ້າຍຜູ້ອື່ນ ບັນດາທ່ານຜູ້ອ່ານບາງທ່ານອາດຈະເຄີຍໄດ້ຍິນຢູ່ເລື້ອຍໆ ແລະ ພົບເຫັນຫລາຍໃນສັງຄົມ ແລະ ບາງທ່ານກໍຄິດວ່າເປັນການເຢາະເຢີ້ຍກັນແບບທໍາມະດາຊ່າລືກັນໄປ, ໂດຍຄິດວ່າຈະບໍ່ເປັນຜິດເປັນໄພ ແລະ ບໍ່ເປັນຜົນກະທົບຕໍ່ສັງຄົມທີ່ຮ້າຍແຮງ ກໍເລີຍເຮັດໃຫ້ບັນຫາດັ່ງກ່າວນັບມື້ມີຄວາມຮຸນແຮງຫລາຍຂຶ້ນເລື້ອຍໆ, ແຕ່ຄວາມຈິງແລ້ວການນິນທາ ແລະ ການໃສ່ຮ້າຍຜູ້ອື່ນແມ່ນເປັນການກະທໍາຜິດຕໍ່ກົດຫມາຍ ກໍຄືປະມວນກົດຫມາຍອາຍາມື້ນີ້ຂ້າພະເຈົ້າຈະນໍາສະເຫນີໃຫ້ຮູ້ຄວາມຫມາຍໂທດທາງອາຍາ ແລະ ການປັບໃຫມຕໍ່ກັບການກະທໍາຜິດໃນສະຖານ “ການນິນທາ ແລະ ການໃສ່ ຮ້າຍຜູ້ອື່ນ” ຊຶ່ງລາຍລະອຽດດັ່ງນີ້:
ການນິນທາຜູ້ອື່ນ ແມ່ນການເຮັດໃຫ້ຜູ້ອື່ນເສື່ອມເສຍຊື່ສຽງ ກຽດສັກສີຢ່າງຮ້າຍແຮງ ດ້ວຍການເວົ້າຈາການຂີດຂຽນ ຫລື ການກະທໍາດ້ວຍຮູບການອື່ນໆ ການນິນທາຜູ້ອື່ນແມ່ນເປັນການກະທໍາຜິດທາງອາຍາ, ຊຶ່ງເປັນການກະທໍາຜິດຕໍ່ມາດຕາ 205 ວັກທີ 1 ຂອງປະມວນກົດຫມາຍອາຍາ ສະບັບເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2017 ໄດ້ກໍານົດໄວ້ວ່າ “ບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງດ້ວຍການຂຽນ, ການເວົ້າ ຫລື ດ້ວຍຮູບການອື່ນນັ້ນຈະຖືກລົງໂທດຕັດອິດສະຫລະພາບແຕ່ 3 ເດືອນຫາ 1ປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃຫມ ແຕ່ 1.000.000 ກີບ ຫາ 5.000.000 ກີບ”.
ໂດຍ: ສ. ສາຍນ້ຳຊໍາ (Vientiane Mai)