ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ

ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ - 051111 2020 - ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ
ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ - kitchen vibe - ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ

   

  1. ວາງໂມງປຸກໃຫ້ໄກຈາກມື : ວິທີນີ້ແມ່ນການພະຍາຍາມໃຫ້ການປິດໂມງປຸກເປັນເລື່ອງທີ່ຍາກທີ່ສຸດໃຫ້ເອົາໂມງປຸກໄປວາງໄວ້ໄກໆຈາກມື ຖ້າບໍ່ແມ່ນຄົນນອນຂີ້ເຊົາ ຕື່ນຍາກ ຈະເອົາໄປໄວ້ໄກໆຕຽງເລີຍກໍໄດ້ ເຖິງຈະເບິ່ງຫຍຸ້ງຍາກໄປແດ່ ແຕ່ຜົນທີ່ໄດ້ແມ່ນດີຫລາຍ ເພາະເວລາໂມງປຸກດັງຂຶ້ນ ເຮົາກໍຕ້ອງລຸກມາປິດ ຄຳຫາຂ້າງຕຽງບໍ່ພົບ ເຮົາກໍຈະລຳຄານ ຈົນຕ້ອງລຸກໄປປິດເອງ ເມື່ອຕ້ອງລຸກອອກຈາກບ່ອນນອນ ຕີນຈະສຳຜັດກັບຄວາມເຢັນຂອງພື້ນ ຈະກັບໄປນອນຕໍ່ກໍຊ່ວງນອນແລ້ວ.
  2. ຝຶນຕົນເອງໃຫ້ໄດ້ ຕື່ນແລ້ວກໍລຸກທັນທີ : ໃຫຍ່ແລ້ວຕ້ອງຮູ້ຈັກບັງຄັບຕົນເອງ ຮອດເວລາຕື່ນກໍຢ່າກຽດຄ້ານ ກົດເລື່ອນໂມງປຸກ 5 ນາທີ 10 ນາທີ, ແຕ່ຮູ້ຫລືບໍ່ວ່າເວລາພຽງເທົ່ານັ້ນບໍ່ໄດ້ຊ່ວຍໃຫ້ທ່ານໄດ້ນອນຫລາຍຂຶ້ນເລີຍ ສິ່ງສຳຄັນຍັງອັນຕະລາຍຕໍ່ສະໝອງນຳອີກ ເນື່ອງຈາກເວລາທີ່ເຮົານອນຫລັບ ໄລຍະເວລາທີ່ໃກ້ຈະຕື່ນ ຈະເປັນໄລຍະທີ່ເຮົາຫລັບເລິກທີ່ສຸດ ເອີ້ນວ່າໄລຍະ REM (Rapid Eye Movement Sleep) ແມ່ນອາການກອກຕາຢ່າງວ່ອງໄວ. ຈາກການທີ່ຮ່າງກາຍຫລັບເລິກ ເຮັດໃຫ້ຮ່າງກາຍຕອບສະໜອງຕໍ່ສິ່ງພາຍນອກຊ້າ ຖ້າຖືກປຸກໃນໄລຍະນີ້ຈະຕື່ນລຳບາກ ແລະ ງ່ວງຊຶງ. ແນວໃດກໍຕາມ, ສະໝອງຖືກປຸກໃຫ້ເຮັດວຽກແບບໄລຍະທີ່ເຮົາບໍ່ຫລັບແລ້ວ ຫາກເຮົາຝືນທີ່ຈະນອນຕໍ່ ກໍຈະເປັນການຫລັບແບບຫລັບໆຕື່ນໆ ເປັນຄຸນນະພາບການນອນທີ່ບໍ່ດີກ່ວາການນອນບໍ່ຫລັບນຳອີກ ເມື່ອເຮົາເຮັດເປັນປະຈຳ ຈະສົ່ງຜົນກະທົບຕໍ່ການເຮັດວຽກຂອງສະໝອງ ທັງເລື່ອງຄວາມຈື່ຈຳ, ສະມາທິ ແລະ ອາລົມ, ຮູ້ສຶກງ່ວງຊຶງໄດ້ໝົດມື້ ບາງເທື່ອອາດງ່ວງນອນກ່ວາການທີ່ບໍ່ໄດ້ນອນກໍມີ ສະນັ້ນແລ້ວ ຖ້າໂມງປຸກສຽງດັງແລ້ວກໍເຊົາອາໄລອາວອນນຳຕຽງນອນ ຈົ່ງຮີບລຸກອອກຈາກບ່ອນນອນທັນທີ ຖ້າຍາກຫລາຍກໍໃຊ້ວິທີທຳອິດ.
  3. ເຂົ້ານອນໃຫ້ໄວຂຶ້ນ : ປັດໄຈທຳອິດ ແລະ ປັດໄຈສຳຄັນທີ່ເຮັດໃຫ້ເຮົາຮູ້ສຶກງ່ວງນອນ ກຽດຄ້ານ ຈົນບໍ່ຢາກຈະລຸກຈາກຕຽງກໍຍ້ອນເຮົານອນເດິກນັ້ນເອງ ເມື່ອນອນບໍ່ພໍກໍຮູ້ສຶກຢາກນອນຕໍ່, ກຽດຄ້ານລຸກ ແລ້ວຍິ່ງອາກາດຕອນເຊົ້າກໍເປັນຕານອນຕໍ່ນຳ. ສະນັ້ນ ຖ້າບໍ່ຢາກກາຍເປັນຄົນກຽດຄ້ານ ຕ້ອງເຂົ້ານອນໃຫ້ໄວຂຶ້ນ ຢ່າງໜ້ອຍທີ່ສຸດແມ່ນ 5 ຊົ່ວໂມງ, ແຕ່ຖ້າມື້ໃດບໍ່ສະດວກນອນໄວ ຈະລອງໃຊ້ກົດການນອນ 90 ນາທີມາຊ່ວຍກໍໄດ້ ແຕ່ວິທີນີ້ຈະໃຊ້ໄດ້ຜົນສະເພາະຄົນທີ່ຫລັບໄດ້ທັນທີຫລັງຫົວຕົກໝອນ. ສຳລັບກົດການນອນ 90 ນາທີ ແມ່ນເວລາທີ່ເຮົານອນຫລັບ ສະໝອງຈະຍັງເຮັດວຽກຕໍ່ໄປ ເຊິ່ງສະໝອງຂອງເຮົາຈະເຮັດວຽກເປັນຮອບໆ ຮອບລະປະມານ 90 ນາທີ ແບ່ງເປັນໄລຍະຫລັບເລິກ 80 ນາທີ ແລະ ໄລຍະເວລາຫລັບຕື້ນອີກ 10 ນາທີ ເຊິ່ງຖ້າເຮົາຖືກປຸກໃນໄລຍະຫລັບເລິກ ຈະເຮັດໃຫ້ຮູ້ສຶກອ່ອນເພຍ, ບໍ່ສົດຊື່ນ, ງ່ວງນອນໄດ້ໝົດມື້, ແຕ່ຖ້າເຮົາຕື່ນມາໃນໄລຍະຫລັບຕື້ນ ຈະເປັນໄລຍະທີ່ຮ່າງກາຍຮູ້ສຶກວ່ານອນເຕັມອີ່ມແລ້ວ ເຮົາຈຶ່ງຕື່ນມາແບບສົດຊື່ນ ຕື່ນໂຕ.
  4. ດື່ມນຳ້ອຸ່ນຫລັງຈາກຕື່ນນອນ : ຄວາມຈິງແລ້ວ ເຮົາກໍຄວນຈະດື່ມນຳ້ທັນທີຫລັງຈາກຕື່ນນອນ (ຈະກ່ອນ ຫລື ຫລັງຖູແຂ້ວກໍໄດ້) ເພາະຊ່ວຍໃຫ້ຮ່າງກາຍໄດ້ຮັບນຳ້ຫລັງຈາກທີ່ອົດມາໝົດຄືນ ໂດຍຍັງໃຫ້ປະໂຫຍດໃນການກະຕຸ້ນໃຫ້ຮ່າງກາຍສົດຊື່ນ, ຫລຸດຄວາມເຂັ້ມຂຸ້ນຂອງເລືອດ ຖ້າເປັນແນວນັ້ນ ລອງປ່ຽນຈາກນຳ້ອຸນຫະພູມທຳມະດາມາເປັນນຳ້ທີ່ອຸ່ນກ່ວານັ້ນອີກຈັກໜ້ອຍ ເພື່ອຂະຫຍາຍຫລອດເລືອດ, ກະຕຸ້ນການໄຫລວຽນຂອງເລືອດ ແລະ ເພີ່ມປະສິດທິພາບການເຜົາຜານພະລັງງານ, ຊ່ວຍແກ້ອາການມືເຢັນຕີນເຢັນຫລັງຕື່ນນອນ ແລະ ປັບຄວາມດຸ່ນດ່ຽງອຸນຫະພູມພາຍໃນໃຫ້ອຸ່ນຂຶ້ນ ເວລາອາບນຳ້ຈະໄດ້ບໍ່ຮູ້ສຶກໜາວຈົນເກີນໄປ.
  5. ອາບນຳ້ເຢັນໆ : ເຖິງຈະງ່ວງນອນປານໃດ ລອງໄດ້ອາບນຳ້ເຢັນໆຈັກໜ້ອຍ ເປັນໃຜກໍຕື່ນໄດ້ໝົດ ການອາບນຳ້ເຢັນໃນຕອນເຊົ້າຈະກະຕຸ້ນໃຫ້ຮ່າງກາຍຕື່ນໂຕ, ແຕ່ຢ່າເປີດນຳ້ເຢັນຫົດໝົດໂຕທັນທີ ໃຫ້ຄ່ອຍໆເອົານຳ້ຫົດມື – ແຂນ – ຂາ – ຕີນກ່ອນ ແລ້ວຫົດໂຕຕາມຫລັງ ຮ່າງກາຍຈະໄດ້ຄ່ອຍໆປັບອຸນຫະພູມ ເພາະຖ້າຮ່າງກາຍຕ້ອງປັບອຸນຫະພູມຢ່າງກະທັນຫັນ ອາດຈະປ່ວຍເປັນໄຂ້ຫວັດ ຫລື ຮຸນແຮງກ່ວານັ້ນອາດເກີດອາການຊັອກໝົດສະຕິ ເສຍຊີວິດໄດ້. ນອກຈາກຈະຕື່ນຍ້ອນນຳ້ເຢັນແລ້ວ ເຮົາຍັງຕ້ອງຮີບອາບເພື່ອບໍ່ໃຫ້ໜາວດົນ.

 

ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ - Visit Laos Visit SALANA BOUTIQUE HOTEL - ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ
ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ - Visit Laos Visit SALANA BOUTIQUE HOTEL - ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ
ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ - 3 - ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ
ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ - 4 - ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ
ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ - 5 - ອາກາດເປັນຕານອນຕໍ່ແທ້ໆ ຈະເອົາຊະນະຄວາມກຽດຄ້ານໄດ້ແນວໃດ