ເນເທີແລນ ພົບບັນຫາໄຂ້ຫວັດສັດປີກລະບາດຊໍ້າ ກຳຈັດໄກ່ແລ້ວເກືອບ 2 ແສນໂຕ
November 23, 2020 - 4:26 PM
ເມື່ອວັນທີ 22 ພະຈິກ ສຳນັກຂ່າວ ເອເອຟພີ ລາຍງານວ່າ ທາງການ ເນເທີແລນ ຈຳເປັນຕ້ອງກຳຈັດໄກ່ຈຳນວນ 190.000 ໂຕຫຼັງພົບການແຜ່ລະບາດຂອງເຊື້ອໄຂ້ຫວັດນົກໃນຟາມຢ່າງໜ້ອຍ 2 ແຫ່ງ.
ເຈົ້າໜ້າທີ່ສາທາລະນະສຸກທຳລາຍແມ່ໄກ່ປະມານ 100.000 ໂຕທີ່ຟາມໃນເມືອງ ເຮເຄນດ໊ອບ ແລະ ທຳລາຍເຈຍອີກ 90.000 ໂຕໃນເມືອງ ວິທະມາຊັມ.
ລັດຖະມົນຕີກະຊວງກະສິກຳ ເນເທີແລນ ຄາດວ່າເປັນການແຜ່ລະບາດຂອງໄຂ້ຫວັດນົກສາຍພັຍ H5. ຢ່າງໃດກໍຕາມ ບໍ່ພົບການແຜ່ລະບາດໃນຟາມອື່ນໆ ໃນລັດສະໝີບໍ່ເກີນ 1 ກິໂລແມດ ແລະ ໃນຂະນະນີ້ຟາມທັງ 2 ແຫ່ງໄດ້ກຳຈັດໄກ່ຮຽບຮ້ອຍແລ້ວ ເພື່ອປ້ອງກັນການແຜ່ລະບາດຂອງໄຂ້ຫວັດນົກ.
ຂະນະນີ້ປະເທດເນເທີແລນຍັງຕ້ອງປະເຊີນກັບການແຜ່ລະບາດຂອງໂຄວິດ-19 ໃນຮອບ 2 ໂດຍມີຜູ້ຕິດເຊື້ອເພີ່ມ 6.070 ຄົນພາຍໃນວັນດຽວ ສົ່ງຜົນໃຫ້ມີຜູ້ຕິດເຊື້ອສະສົມ 479.260 ຕົນ, ເສຍຊີວິດທັງໝົດ 8.870 ຄົນ.