ປຽບທຽບວັກຊີນຂອງ 4 ບໍລິສັດ
ບໍລິສັດຫລາຍແຫ່ງກຳລັງເລັ່ງພັດທະນາວັກຊີນປ້ອງກັນໄວຣັສໂຄໂຣນາສາຍພັນໃໝ່, ວັກຊີນຂອງ Pfizer-BioNTech ແລະ ວັກຊີນຂອງ Moderna ໄດ້ຜົນເຖິງ 94% ໃນການທົດລອງຂັ້ນທີສາມ, ສ່ວນຂອງ Oxford-AstraZeneca ໄດ້ຜົນ 70%.
ປັດຈຸບັນ, ວັກຊີນຂອງ 4 ບໍລິສັດຄື: Oxford-AstraZeneca, Pfizer-BioNTech, Sputnik ແລະ Moderna ຕ່າງລາຍງານຜົນເບື້ອງຕົ້ນໃນການທົດລອງຂັ້ນທີ 3.
ວັກຊີນຂອງໃຜໄດ້ຜົນດີທີ່ສຸດ
ອາສາສະໝັກຫລາຍກວ່າ 20.000 ຄົນເຂົ້າຮ່ວມການທົດລອງວັກຊີນຂັ້ນທີ 3 ຂອງ Oxford-AstraZeneca ເຄິ່ງໜຶ່ງຢູ່ສະຫະຣາຊະອານາຈັກ ແລະ ເຄິ່ງໜຶ່ງຢູ່ບຣາຊິລ ໂດຍມີການແບ່ງກຸ່ມອາສາສະໝັກເປັນ 3 ກຸ່ມ ເພື່ອໃຫ້ຮັບວັກຊີນ 1 ໂດສ ຫລື 2 ໂດສ ຫລື ວັກຊີນຂີ້ຕົວະ. ຈາກນັ້ນຈະມີການປະເມີນຜົນການຕອບສະໜອງໃນວັນທີ່ອາສາສະໝັກເຫລົ່ານີ້ຮັບວັກຊີນ ແລະ ຈະຕິດຕາມຜົນໃນອີກ 1 ອາທິດ, 2 ອາທິດ ແລະ 4 ອາທິດ ຫລັງການຮັບວັກຊີນທັງ 2 ໂດສ.
ນັກວິໄຈບອກວ່າ: ວັກຊີນນີ້ປ້ອງກັນການຕິດພະຍາດໂຄວິດ-19 ໄດ້ຜົນ 70%.
ເມື່ອອາສາສະໝັກໄດ້ຮັບວັກຊີນໃນໂດສທີ່ “ສູງ” ສອງໂດສ ສາມາດປ້ອງກັນການຕິດພະຍາດໄດ້ 62% ແຕ່ຕົວເລກນີ້ຈະສູງເຖິງ 90% ຖ້າໄດ້ຮັບວັກຊີນໂດສ “ຕໍ່າ” ໜຶ່ງຄັ້ງ ແລ້ວຖັດມາແມ່ນໂດສ “ສູງ” ໜຶ່ງຄັ້ງ, ແຕ່ຍັງບໍ່ຮູ້ເຫດທີ່ແນ່ນອນວ່າ: ເປັນຫຍັງຈຶ່ງໃຫ້ຜົນທີ່ແຕກຕ່າງກັນ. ນອກຈາກນີ້ ຍັງພົບການຕິດເຊື້ອທີ່ບໍ່ສະແດງອາການໃນລະດັບທີ່ຕໍ່າລົງໃນກຸ່ມທີ່ຮັບວັກຊີນໂດສທຳອິດຕໍ່າ ແລະ ໂດສຫລັງສູງນຳອີກ.
ສ່ວນ Pfizer ໄດ້ເປີດເຜີຍຄວາມຄືບໜ້າການທົດລອງໃນຂັ້ນທີ 3 ເຊິ່ງກຳລັງດຳເນີນຢູ່ ໂດຍຂໍ້ມູນຫລ້າສຸດບົ່ງບອກວ່າ: ວັກຊີນຊະນິດນີ້ຈະມີປະສິດທິພາບໃນການປ້ອງກັນການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃຫ້ກຸ່ມຄົນອາຍຸ 65 ປີຂຶ້ນໄປໄດ້ເຖິງ 94%.
ປັດຈຸບັນບໍລິສັດ Pfizer ແລະ BioNTech ເຊິ່ງເປັນຜູ້ຄິດຄົ້ນວັກຊີນປ້ອງກັນພະຍາດໂຄວິດ-19 ປະກາດວ່າ: ຜົນການທົດລອງວັກຊີນນີ້ກັບຄົນ 43.500 ຄົນ ໃນ 6 ປະເທດ ໄດ້ແກ່ ອາເມລິກາ, ເຢຍລະມັນ, ບຣາຊິລ, ອາເຈນຕິນາ, ອາຟຣິກາໃຕ້ ແລະ ຕວກກີ ໂດຍຜູ້ເຂົ້າຮ່ວມການທົດລອງຈະໄດ້ຮັບວັກຊີນ 2 ໂດສໃນໄລຍະເວລາຫ່າງກັນ 3 ອາທິດ ພົບວ່າເຮັດໃຫ້ຄົນ 90% ມີພູມຄຸ້ມກັນຈາກພະຍາດໂຄວິດ-19.
ບໍລິສັດທັງສອງແຫ່ງໄດ້ຍື່ນເລື່ອງຂໍອະນຸມັດເປັນກໍລະນີສຸກເສີນໃຫ້ໃຊ້ວັກຊີນຊະນິດນີ້ໂດຍໄວທີ່ສຸດ.
ສ່ວນຜົນເບື້ອງຕົ້ນຂອງການທົດລອງໃນຂັ້ນທີສາມຂອງ Moderna ບໍລິສັດເຕັກໂນໂລຊີຊີວະພາບ ແລະ ອຸປະກອນການແພດຈາກອາເມລິກາ ຊີ້ວ່າ: ວັກຊີນຊະນິດໃໝ່ຂອງບໍລິສັດມີປະສິດທິພາບໃນການປ້ອງກັນການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໄດ້ເກືອບ 95%.
Moderna ທົດລອງວັກຊີນຊະນິດນີ້ກັບອາສາສະໝັກ 30.000 ຄົນໃນອາເມລິກາ ໂດຍໃຫ້ອາສາສະໝັກເຄິ່ງໜຶ່ງໄດ້ຮັບວັກຊີນ 2 ໂດສ ໂດຍມີໄລຍະເວລາການໃຫ້ວັກຊີນຫ່າງກັນ 4 ອາທິດ, ສ່ວນອາສາສະໝັກອີກເຄິ່ງໜຶ່ງໄດ້ຮັບຢາຂີ້ຕົວະ ເຊິ່ງບໍ່ມີຢາແທ້.
ຜົນປາກົດວ່າ: ມີອາສາສະໝັກທີ່ໄດ້ຮັບວັກຊີນແທ້ຕິດເຊື້ອພະຍາດໂຄວິດ-19 ພຽງ 5 ຄົນ, ສ່ວນກຸ່ມທີ່ໄດ້ຮັບຢາຂີ້ຕົວະຕິດເຊື້ອ 90 ຄົນ. ບໍລິສັດລະບຸວ່າ: ວັກຊີນຊະນິດນີ້ສາມາດປ້ອງກັນການຕິດເຊື້ອໄດ້ 94,5%.
ນອກຈາກນີ້ ຂໍ້ມູນຍັງສະແດງໃຫ້ເຫັນວ່າ: ໃນການທົດລອງຄັ້ງນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ອາການຮຸນແຮງ 11 ຄົນ ແຕ່ບໍ່ແມ່ນຄົນໃນກຸ່ມທີ່ໄດ້ຮັບວັກຊີນແທ້.
ສ່ວນວັກຊີນຂອງບໍລິສັດກາມາເລຢາ (Sputnik 5) ເຊິ່ງຮູ້ຜົນເບື້ອງຕົ້ນໃນການທົດລອງຂັ້ນທີ 3 ແລ້ວເຊັ່ນກັນ ພົບວ່າ: ປະສິດທິພາບຂອງວັກຊີນມີ 92%.
ຄວາມທ້າທາຍໃນການພັດທະນາວັກຊີນໂຄວິດຄື: ການກະຕຸ້ນໃຫ້ຮ່າງກາຍຕໍ່ສູ້ກັບເຊື້ອໄວຣັສໄດ້ບໍ່ວ່າຜູ້ຮັບວັກຊີນຈະມີອາຍຸຫລາຍເທົ່າໃດກໍຕາມ.
ຜູ້ທີ່ມີອາຍຸຫລາຍກວ່າ ມີລະບົບພູມຄຸ້ມກັນທີ່ອ່ອນແອລົງ ເຮັດໃຫ້ວັກຊີນຫລາຍຊະນິດບໍ່ໄດ້ຜົນດີເທົ່າກັບຜູ້ທີ່ມີອາຍຸນ້ອຍກວ່າ.
ຜົນການທົດລອງເຫລົ່ານີ້ຂອງມະຫາວິທະຍາໄລອ໊ອກຟອດ ເຊິ່ງຜ່ານການປະເມີນຜົນຂອງຜູ້ຊ່ຽວຊານໃນວາລະສານ ແລນເຊັດ ລະບຸວ່າ: ເລື່ອງນີ້ອາດບໍ່ແມ່ນບັນຫາ ໂດຍຜົນການທົດລອງພົບວ່າ: ຜູ້ໃຫຍ່ທີ່ມີອາຍຸ 56-69 ປີ ແລະ ຫລາຍກວ່າ 70 ປີ ມີການຕອບສະໜອງຂອງພູມຄຸ້ມກັນໃກ້ຄຽງກັບຜູ້ໃຫຍ່ທີ່ມີອາຍຸ 18-55 ປີ.
ການເກັບຮັກສາວັກຊີນ
ເຖິງວ່າຜົນການທົດລອງວັກຊີນຂັ້ນທີ 3 ຂອງ Oxford ໄດ້ຜົນໜ້ອຍກວ່າຂອງ Pfizer-BioNTech ແລະ Moderna ແຕ່ໃນໄລຍະຍາວ ມີໂອກາດວັກຊີນຊະນິດນີ້ອາດຈະຖືກນຳໄປໃຊ້ໄດ້ງ່າຍກວ່າ ເພາະບໍ່ຈຳເປັນຕ້ອງເກັບຮັກສາໄວ້ໃນອຸນຫະພູມທີ່ມີຄວາມເຢັນສູງ ໂດຍສາມາດເກັບຮັກສາໄວ້ໃນອຸນຫະພູມຂອງຕູ້ເຢັນປົກກະຕິ ເຊັ່ນດຽວກັບວັກຊີນຂອງບໍລິສັດກາມາເລຢາ (Sputnik 5).
ສ່ວນວັກຊີນຂອງ Pfizer-BioNTech ຕ້ອງເກັບຮັກສາໄວ້ໃນອຸນຫະພູມ -70 ອົງສາ ແລະ ສາມາດເກັບໄວ້ໃນຕູ້ເຢັນທຳມະດາໄດ້ພຽງ 5 ວັນ ແລະ ວັກຊີນຂອງຂອງບໍລິສັດ Moderna ຕ້ອງເກັບຮັກສາໄວ້ໃນອຸນຫະພູມ -20 ອົງສາ ເປັນເວລາບໍ່ເກີນ 6 ເດືອນ ແລະ ສາມາດເກັບຮັກສາໄວ້ໃນຕູ້ເຢັນທຳມະດາໄດ້ 1 ເດືອນ.
ລັດຖະບານສະຫະຣາຊະອານາຈັກ ໄດ້ສັ່ງຊື້ວັກຊີນຂອງ Oxford ເຊິ່ງຜະລິດໂດຍບໍລິສັດ AstraZeneca 100 ລ້ານໂດສ ຫລາຍກວ່າຂອງບໍລິສັດອື່ນ. ຂະນະທີ່ສັ່ງຊື້ວັກຊີນຂອງ Pfizer-BioNTech ຈຳນວນ 40 ລ້ານໂດສ ແລະ ວັກຊີນຂອງ Moderna ອີກ 5 ລ້ານໂດສ.
ຊະນິດຂອງວັກຊີນ
ວັກຊີນຂອງ Oxford ຜະລິດມາຈາກໄວຣັສໄຂ້ຫວັດທົ່ວໄປ (ຫລື ຮູ້ຈັກກັນໃນຊື່ adenovirus) ທີ່ອ່ອນແອ ໂດຍໄດ້ນຳເອົາເຊື້ອນີ້ມາຈາກລີງຊິມແປນຊີນໄປດັດແປງພັນທຸກຳ ເພື່ອທີ່ເຊື້ອໄວຣັສນີ້ຈະບໍ່ສາມາດຂະຫຍາຍຕົວໃນມະນຸດໄດ້. ຈາກນັ້ນຈະເອົາຢີນທີ່ໄດ້ມາຈາກປຸ່ມໂປຣຕີນຂອງເຊື້ອໄວຣັສໂຄໂຣນາໄປໃສ່ໃນໄວຣັສໄຂ້ຫວັດທີ່ອ່ອນແອ ແລະ ບໍ່ເປັນອັນຕະລາຍຕໍ່ຄົນດັ່ງກ່າວ.
ວັກຊີນທີ່ໄດ້ຈະຖືກນຳໄປສັກໃຫ້ຄົນເຈັບ. ຈຸລັງໃນຮ່າງກາຍມະນຸດຈະສ້າງປຸ່ມໂປຣຕີນໄວຣັສໂຄໂຣນາຂຶ້ນ ເປັນການກະຕຸ້ນໃຫ້ລະບົບພູມຄຸ້ມກັນສ້າງແອນຕິບໍດີ ຫລື ພູມຄຸ້ມກັນຂຶ້ນ ແລະ ກະຕຸ້ນໃຫ້ທີ-ຈຸລັງທຳລາຍຈຸລັງທີ່ຕິດເຊື້ອ.
ເມື່ອຄົນເຈັບໄດ້ຮັບເຊື້ອໄວຣັສໂຄໂຣນາເຂົ້າສູ່ຮ່າງກາຍ ຄວາມຈິງແລ້ວພູມຄຸ້ມກັນ ແລະ ທີຈຸລັງຈະຖືກກະຕຸ້ນໃຫ້ຕໍ່ສູ້ກັບເຊື້ອໄວຣັສ.
ໂດຍວັກຊີນຂອງບໍລິສັດກາມາເລຢາຂອງຣັດເຊຍກໍໃຊ້ເຊື້ອໄວຣັສທີ່ຖືກດັດແປງພັນທຸກຳເປັນພາຫະເຊັ່ນດຽວກັນ.
ສ່ວນວັກຊີນຂອງ Pfizer-BioNTech ແລະ ບໍລິສັດ Moderna ເອີ້ນວ່າວັກຊີນອາຣເອັນເອ ເຊິ່ງຜະລິດຈາກຊິ້ນສ່ວນສານພັນທຸກຳຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເມື່ອຖືກສັກເຂົ້າໄປໃນຮ່າງກາຍ ຈະກະຕຸ້ນໃຫ້ພູມຄຸ້ມກັນຂອງຜູ້ຮັບວັກຊີນສ້າງແອນຕິບໍດີທີ່ໃຊ້ຕໍ່ສູ້ກັບເຊື້ອໄວຣັສໄດ້.
ປັດຈຸບັນ ບໍ່ເຄີຍມີວັກຊີນອາຣເອັນເອທີ່ໄດ້ຮັບການຮັບຮອງໃຫ້ໃຊ້ໃນຄົນມາກ່ອນ ແຕ່ແນວຄິດໃນການພັດທະນາວັກຊີນດ້ວຍວິທີນີ້ເຄີຍມີການສຶກສາວິໄຈມາກ່ອນ ແລະ ເຄີຍມີການທົດລອງທາງຄລີນິກເພື່ອໃຊ້ປ້ອງກັນພະຍາດອື່ນໆ.