ອີຕາລີຂູ່ປິດແຄມຝັ່ງຖ້າເອີຣົບ ບໍ່ຊ່ວຍແບ່ງເບົາພາລະຜູ້ອົບພະຍົບ
ລັດຖະບານອີຕາລີອາດປິດແຄມຝັ່ງບໍ່ໃຫ້ເຮືອຊ່ວຍເຫລືອຜູ້ອົບພະຍົບເຂົ້າຈອດທ່າ, ຖ້າສະຫະພາບເອີຣົບຍັງບໍ່ເລັ່ງແກ້ໄຂວິກິດການທີ່ເກີດຂຶ້ນ ໂດຍການຈັດສັນໂກຕ້າຜູ້ອົບພະຍົບໃຫ້ເປັນທຳຫລາຍກວ່ານີ້.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປາຣີ ປະເທດຝຣັ່ງ ໃນວັນທີ 3 ກໍລະກົດນີ້ວ່າ: ທ່ານ ມາໂກ ມິນນິຕີ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອີຕາລີ ກ່າວຫລັງປະຊຸມຮ່ວມກັບທ່ານ ໂທມັດ ເດິ ໄມເຊຍເຣ ລັດຖະມົນຕີກະຊວງປ້ອງກັນປະເທດເຢຍລະມັນ ແລະ ທ່ານ ເຈຣາ ກໍລອມ ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ຢູ່ນະຄອນຫລວງປາຣີ ໃນວັນທີ 2 ກໍລະກົດວ່າ: ສະຖານະການຜູ້ອົບພະຍົບທາງເຮືອໃນປີນີ້ຮຸນແຮງຂຶ້ນ ໂດຍສະຖິຕິເຮືອຜູ້ອົບພະຍົບຂຶ້ນຝັ່ງຢູ່ອີຕາລີໃນໄລຍະເຄິ່ງປີທຳອິດເພີ່ມຂຶ້ນເກືອບ 19% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ.
ເຖິງວ່າເຮືອຂອງນາໆຊາດທັງຈາກສະຫະພາບເອີຣົບ (EU) ແລະ ອົງການບໍ່ສະແຫວງຫາຜົນກຳໄລ (NGO) ອີກຫລາຍແຫ່ງ ຮ່ວມກັນໃຫ້ຄວາມຊ່ວຍເຫລືອຜູ້ອົບພະຍົບທາງເຮືອຢ່າງເຕັມສ່ວນ, ແຕ່ການລາກແກ່ເຮືອທັງໝົດໃຫ້ມາຂຶ້ນຝັ່ງຢູ່ອີຕາລີພຽງປະເທດດຽວນັ້ນບໍ່ເປັນທຳ ແລະ ສ້າງແຮງກົດດັນມະຫາສານໃຫ້ແກ່ລັດຖະບານໂຣມ ເນື່ອງຈາກກົດຂອງ EU ລະບຸວ່າ: ຜູ້ອົບພະຍົບຕ້ອງຍື່ນເລື່ອງຂໍສະຖານະຜູ້ລີ້ໄພກັບລັດຖະບານຂອງປະເທດທຳອິດທີ່ເດີນທາງມາເຖິງ. ຂະນະທີ່ທ່ານ ເດິ ໄມເຊຍເຣ ແລະ ທ່ານ ກໍລອມ ຢືນຢັນວ່າ: ທຸກຝ່າຍທີ່ກ່ຽວຂ້ອງຕ້ອງມີການຕອບສະໜອງຮ່ວມກັນຕໍ່ສະຖານະການທີ່ກຳລັງເກີດຂຶ້ນຢູ່ອີຕາລີ.
+ EU ຂໍປະເທດສະມາຊິກຊ່ວຍແບ່ງຮັບຜູ້ອົບພະຍົບຫລາຍຂຶ້ນ
+ ຍາມຝັ່ງອີຕາລີຊ່ວຍຜູ້ອົບພະຍົບ 6.000 ຄົນຈາກທະເລເມດິເຕຣາເນ
ທັງນີ້, ນາຍົກລັດຖະມົນຕີ ເປົາໂລ ເຈຕິໂລນີ ຜູ້ນຳອີຕາລີ ກ່າວໃນອາທິດຜ່ານມາວ່າ: ຖ້າຍັງບໍ່ມີການຈັດສັນໂກຕ້າຜູ້ອົບພະຍົບຢ່າງເທົ່າທຽມ ເພື່ອແບ່ງເບົາພາລະຂອງອີຕາລີ, ລັດຖະບານໂຣມອາດຈຳເປັນຕ້ອງໃຊ້ມາດຕະການຫ້າມເຮືອຂອງໜ່ວຍງານຕ່າງປະເທດທີ່ຊ່ວຍເຫລືອຜູ້ອົບພະຍົບທາງທະເລເຂົ້າຈອດທ່າຢູ່ອີຕາລີ, ສ່ວນທ່ານ ດິມິຣິສ ອາບຣາໂມປູລອດ ກຳມາທິການດ້ານຜູ້ອົບພະຍົບຂອງ EU ກ່າວວ່າ: EU ຈະເພີ່ມງົບປະມານສະໜັບສະໜູນອີຕາລີໃນການແກ້ໄຂບັນຫາຜູ້ອົບພະຍົບທາງເຮືອ ແລະ ຮຽກຮ້ອງໃຫ້ລັດຖະບານໂຣມແກ້ໄຂສະຖານະການດ້ວຍຄວາມຮອບຄອບ.
ລາຍງານຂອງສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ລະບຸວ່າ: ເອີຣົບໃຫ້ການຊ່ວຍເຫລືອຜູ້ອົບພະຍົບທາງເຮືອຫລາຍກວ່າ 83.000 ຄົນແລ້ວນັບແຕ່ຕົ້ນປີນີ້, ແຕ່ມີຜູ້ເສຍຊີວິດລະຫວ່າງພະຍາຍາມເດີນທາງຂ້າມທະເລເມດິເຕລາເນແລ້ວຫລາຍກວ່າ 2.160 ຄົນ.