ຈີນ ຊະນະການປະມູນສ້າງສະໜາມບິນແຫ່ງໃໝ່ຂອງ ກຳປູເຈຍ
November 24, 2020 - 5:53 PM
ສຳນັກຂ່າວ Nikkei Asia ລາຍງານ ເມື່ອວັນທີ 23 ພະຈິກວ່າ ກຸ່ມບໍລິສັດ MCC ຂອງຈີນຊະນະການປະມູນ ສ້າງສະໜາມບິນແຫ່ງໃໝ່ ໃນພະນົມເປັນ ຂອງກຳປູເຈຍ ໃນມູນຄ່າຫຼາຍກວ່າ 400 ລ້ານ ດອນລາສະຫະລັດ.
ສະໜາມບິນດັ່ງກ່າວ ເປັນສ່ວນໜຶ່ງໃນແຜນຍຸດສະສາດຊຸກຍູ້ການທ່ອງທ່ຽວຂອງລັດຖະບານ ກຳປູເຈຍ. ການສ້າງສະໜາມບິນຈະຄວບຄູ່ໄປພ້ອມກັບໂຄງການອື່ນໆ ເຊັ່ນການກໍ່ສ້າງ ຣີສອດແຫ່ງໃໝ່ໃກ້ກັບ ອັງກໍວັດ, ຊຶ່ງລວມມູນຄ່າການກໍ່ສ້າງທັງໝົດຢູ່ທີ່ 1,5 ຕື້ດອນລາສະຫະລັດ.