ລົດບັນທຸກນ້ຳເກີນເປັນເຫດເຮັດໃຫ້ຂົວຫັກ
November 25, 2020 - 11:09 AM
ທ່ານ ພັທ ສຸກສົມໃຈ ເພັດລາສີ ຮອງພະແນກຕຳຫລວດຈາລະຈອນ ແຂວງວຽງຈັນໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ຂົວນາບຶງ-ໂພນທອນ ເມືອງເຟືອງ ແຂວງວຽງຈັນ ຫັກໃນວັນທີ່ 22 ພະຈິກ ຜ່ານມາ ແມ່ນຍ້ອນລົດບັນທຸກແກ່ຫີນບັນທຸກນ້ຳໜັກເກີນກຳນົດທີ່ຂົວກຳນົດໃວ້ 8 ໂຕນທີ່ສາມາດໄດ້ ແຕ່ລົດຄັນດັ່ງກ່າວບັນທຸກນ້ຳໜັກ ຢູ່ປະມານ 22 ໂຕນຕາມການປະເມີນເບື້ອງຕົ້ນ ໃນເຫດການຄັ້ງນີ້ແມ່ນເຮັດໃຫ້ຂົວເສຍຫາຍບໍ່ສາມາດສັນຈອນໄດ້ ສ່ວນຜູ້ຂັບຂີ່ແມ່ນບາດເຈັບເດັກນ້ອຍ ຕົກມາຮອດວັນທີ່ 24 ພະຈິກ 2020 ເຈົ້າຂອງລົດຄັນດັ່ງກ່າວໄດ້ເອົາລົດຂຶ້ນອອກຈາກຂົວດັ່ງກ່າວແລ້ວ.
ປັດຈຸບັນການສັນຈອນໄປມາແມ່ນໃຊ້ທາງເວັ້ນທີ່ຫ່າງຈາກຂົວບໍ່ໄກປານໃດ ໂດຍຜ່ານຫ້ວຍນ້ຳໄຊທີ່ແຫ້ງເປັນທາງເວັ້ນຊົ່ວຄາວ ສ່ວນຂົວທີ່ຫັກນັ້ນທາງບໍລິສັດເຈົ້າຂອງລົດຮັບສ້ອມແປງຈະໃຫ້ສຳເລັດໂດຍໄວທີ່ສຸດເພື່ອຄວາມສະດວກໃຫ້ການສັນຈອນໄປມາຂອງປະຊາຊົນ.