ຊາວຣັດເຊຍຕັ້ງວົງ ດື່ມ “ເຈວລ້າງມື” ເສຍຊີວິດ 7 ຄົນ ສາຫັດ 2 ຄົນ
ຊາວຣັດເຊຍ 9 ຄົນ ອາຍຸລະຫວ່າງ 27-59 ປີ ເຊິ່ງອາໄສຢູ່ໃນລັດຊາຮາ ດິນແດນທາງຕາເວັນອອກຂອງຣັດເຊຍ ແລະ ຢູ່ຫ່າງຈາກນະຄອນຫລວງມົດສະກູ 5.300 ກວ່າກິໂລແມັດ ລວມກຸ່ມກັນຕັ້ງວົງດື່ມເຈວລ້າງມືຂະໜາດ 5 ລິດ ທີ່ຊື້ມາຈາກຮ້ານຄ້າທ້ອງຖິ່ນຂອງລັດຊາຮາ ເຊິ່ງເຈວລ້າງມືດັ່ງກ່າວມີສ່ວນປະສົມຂອງເມທານໍເຖິງ 69%.
ທັງນີ້ ຈາກເຫດການດັ່ງກ່າວສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ ໂດຍມີ 3 ຄົນເສຍຊີວິດໃນຈຸດເກີດເຫດ ແລະ ອີກ 6 ຄົນໄດ້ຖືກສົ່ງໄປໂຮງໝໍ ແຕ່ພົບ 4 ຄົນເສຍຊີວິດໃນເວລາຕໍ່ມາ. ຂະນະທີ່ອີກ 2 ຄົນຍັງຢູ່ໃນອາການສາຫັດ.
ພາຍຫລັງເກີດເຫດນີ້ຂຶ້ນ, ເຈົ້າໜ້າທີ່ໃນລັດຊາຮາໄດ້ສັ່ງໃຫ້ຮ້ານຄ້າທົ່ວໄປ ແລະ ຮ້ານຂາຍຢາເອົາເຈວລ້າງມືແອລກໍຮໍທີ່ມີສ່ວນປະສົມຂອງເມທານໍອອກບໍ່ໃຫ້ຈຳໜ່າຍ ແລະ ເຕືອນປະຊາຊົນຄົນອື່ນໆໃຫ້ຫລີກລ່ຽງການດື່ມເຈວລ້າງມື.
ກ່ອນໜ້ານີ້ໃນປີ 2016-2017 ເຄີຍເກີດເຫດການແບບນີ້ເຊັ່ນກັນ ຫລັງມີຄົນກຸ່ມໜຶ່ງດື່ມເຄື່ອງດື່ມທີ່ບໍ່ແມ່ນແອລກໍຮໍ ແຕ່ມີລາຄາຖືກ ແທນການດື່ມໂວນກ້າຈົນເປັນເຫດໃຫ້ເສຍຊີວິດ.
ເຖິງຢ່າງໃດກໍຕາມ, ອົງການອະນາໄມໂລກ ລະບຸວ່າ: ການເພີ່ມພາສີແອລກໍຮໍຂອງຣັດເຊຍຊ່ວຍໃຫ້ການບໍລິໂພກເຄື່ອງດື່ມແອລກໍຮໍໃນປະເທດຫລຸດລົງ ແລະ ເຮັດໃຫ້ພວກເຂົາມີຊີວິດທີ່ຍື່ນຍາວຂຶ້ນນັບແຕ່ປີ 2003.