Qantas ກຽມອອກກົດໃໝ່ ຜູ້ໂດຍສານລະຫວ່າງປະເທດ ຕ້ອງຢືນຢັນຂໍ້ມູນການສັກວັກຊີນໂຄວິດ-19 ກ່ອນຂຶ້ນເຮືອບິນ
Qantas ສາຍການບິນຍັກໃຫຍ່ຂອງອົດສະຕຣາລີ ປະກາດກຽມບັງຄັບໃຊ້ກົດລະບຽບໃໝ່ໃນອະນາຄົດ ສຳລັບຜູ້ໂດຍສານຖ້ຽວບິນລະຫວ່າງປະເທດ ເຊິ່ງຕ້ອງພິສູດວ່າຜ່ານການສັກວັກຊີນໂຄວິດ-19 ແລ້ວ ຈຶ່ງຈະໄດ້ຮັບອະນຸຍາດໃຫ້ຂຶ້ນເຮືອບິນໄດ້.
ທ່ານ ອາລັນ ຈອຍ ປະທານເຈົ້າໜ້າທີ່ບໍລິຫານຂອງ Qantas ໃຫ້ສຳພາດຕໍ່ສຳນັກຂ່າວ Nine News ໃນເຄືອ CNN ໃນວັນທີ 23 ພະຈິກຜ່ານມາ ເຖິງການເຄື່ອນໄຫວດັ່ງກ່າວວ່າເປັນສິ່ງທີ່ຈຳເປັນ ຖ້າມີວັກຊີນຕ້ານໂຄວິດ-19 ທີ່ພ້ອມນຳໃຊ້ແລ້ວ.
ເຊິ່ງທາງສາຍການບິນ Qantas ກຳລັງພິຈາລະນາເລື່ອງການປ່ຽນແປງຂໍ້ກຳນົດ ແລະ ເງື່ອນໄຂເພື່ອຂໍໃຫ້ຜູ້ໂດຍສານຖ້ຽວບິນລະຫວ່າງປະເທດຕ້ອງໄດ້ຮັບວັກຊີນກ່ອນຂຶ້ນເຮືອບິນ, ແຕ່ຍັງບໍ່ແນ່ນອນວ່າມາດຕະການນີ້ຈຳເປັນສຳລັບການເດີນທາງພາຍໃນປະເທດອົດສະຕຣາລີ ຫລື ບໍ່.
ຂະນະທີ່ Qantas ຖືເປັນສາຍການບິນທຳອິດຂອງໂລກທີ່ສະໜັບສະໜູນການອອກກົດລະບຽບໃຫ້ຜູ້ໂດຍສານຕ້ອງຜ່ານການສັກວັກຊີນໂຄວິດ-19 ກ່ອນຈະເດີນທາງ ເຊິ່ງເປັນໄປໄດ້ວ່າສາຍການບິນອື່ນອາດດຳເນີນການຕາມແນວທາງນີ້ໃນມໍ່ໆນີ້.
ທັງນີ້ ທ່ານ ຈອຍ ກ່າວວ່າ: Qantas ກຳລັງພິຈາລະນາໃຫ້ຜູ້ໂດຍສານຕ້ອງມີໜັງສືເດີນທາງຢືນຢັນການສັກວັກຊີນ ຫລື Vaccination Passport ເພື່ອຮັບຮອງວ່າຜູ້ໂດຍສານໄດ້ຮັບການສັກວັກຊີນໂຄວິດ-19 ຊະນິດໃດ ແລະ ເປັນວັກຊີນທີ່ໄດ້ຮັບການຍອມຮັບຈາກປະເທດກຳລັງຈະເດີນທາງໄປ ຫລື ບໍ່.
ຂະນະທີ່ສະມາຄົມຂົນສົ່ງທາງອາກາດສາກົນ (IATA) ທີ່ເບິ່ງແຍງສາຍການບິນທົ່ວໂລກ ເປີດເຜີຍໃນວັນທີ 23 ພະຈິກວ່າ: ສິ່ງສຳຄັນສຳລັບການເປີດຊາຍແດນ ຄືບັດຜ່ານສຸຂະພາບແບບດິຈິຕອນ ທີ່ລວມເອົາຂໍ້ມູນເລື່ອງການສັກວັກຊີນໄວ້ນຳ.
ເຊິ່ງຕອນນີ້ IATA ກຳລັງຢູ່ລະຫວ່າງການພັດທະນາ IATA Travel Pass ໃນຂັ້ນສຸດທ້າຍ ແລະ ກຽມທົດລອງໃຊ້ສຳລັບນັກບິນທີ່ເດີນທາງຂ້າມປະເທດໃນທ້າຍປີນີ້ ແລະ ຕັ້ງເປົ້ານຳໃຊ້ຕົວຈິງໄດ້ໃນຊ່ວງໄຕມາດທຳອິດຂອງປີໜ້າ.
ສ່ວນໂຄສົກສາຍການບິນ AirAsia ເປີດເຜີຍວ່າ: ເມື່ອວັກຊີນຕ້ານໂຄວິດ-19 ພ້ອມນຳໃຊ້ ທາງສາຍການບິນຈະທົບທວນຂໍ້ກຳນົດໃນການເດີນທາງສຳລັບຜູ້ໂດຍສານທີ່ຈຳເປັນຕ້ອງໄດ້ຮັບວັກຊີນກ່ອນການເດີນທາງໃນຖ້ຽວບິນລະຫວ່າງປະເທດ.
ເຊັ່ນດຽວກັບສາຍການບິນ Air New Zealand ທີ່ສະໜັບສະໜູນແນວທາງດັ່ງກ່າວ ຫລັງຮູ້ຂ່າວຄວາມຄືບໜ້າໃນການພັດທະນາວັກຊີນໂຄວິດ-19 ແຕ່ຢືນຢັນວ່າຂຶ້ນຢູ່ກັບລັດຖະບານທີ່ຈະຕັດສິນໃຈວ່າການເປີດຊາຍແດນຢ່າງປອດໄພຈະເກີດຂຶ້ນໄດ້ເມື່ອໃດ ແລະ ແນວໃດ ເຊິ່ງທາງສາຍການບິນຈະປະສານງານກັບທາງການຢ່າງໃກ້ຊິດໃນເລື່ອງນີ້.