ປັບປຸງບູລະນະອຳນາດການປົກຄອງຂັ້ນບ້ານໃຫ້ເຂັ້ມແຂງຮອບດ້ານມີຄວາມສຳຄັນຫຼາຍຕໍ່ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
ໂດຍ: ລູກເມືອງພວນ
ອຳນາດການປົກຄອງຂັ້ນບ້ານ ແມ່ນຫົວໜ່ວຍການຈັດຕັ້ງຂອງພັກ-ລັດຂັ້ນຕໍ່າສຸດ, ຊຶ່ງເປັນຕົວແທນແຫ່ງສິດອຳນາດຊຶ່ງອອກມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
ອຳນາດການປົກຄອງຂັ້ນບ້ານລວມມີ 7 ໜ່ວຍງານດ້ວຍກັນເຊັ່ນ: ຄະນະໜ່ວຍພັກບ້ານ, ຄະນະປົກຄອງບ້ານ, ແນວໂຮມບ້ານ, ຊາວໜຸ່ມ, ແມ່ຍິງ, ປກສ, ປກຊ ບ້ານ. ບັນດາອົງການຈັດຕັ້ງດັ່ງກ່າວແມ່ນເຄື່ອງມືຜະເດັດການກຳມະຊີບຢູ່ຂັ້ນຮາກຖານທີ່ຕໍ່າທີ່ສຸດໃນລະບົບການປົກຄອງ ແຕ່ມີຄວາມສຳຄັນທີ່ສຸດຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ການປັບປຸງບູລະນະໃຫ້ອຳນາດການປົກຄອງຂັ້ນບ້ານໃຫ້ມີຄວາມເຂັ້ມແຂງຮອບດ້ານ, ກ່ອນອື່ນໝົດຕ້ອງປັບປຸງຫົວຈັກຫຼັກແຫຼ່ງແຫ່ງສິດອຳນາດສູງສຸດໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນ ເລຂາພັກບ້ານ ແລະ ນາຍບ້ານ, ຫຼັງຈາກນັ້ນກໍເລີ່ມປັບປຸງຫົວຈັກຫຼັກແຫຼ່ງ ແລະ ກົງຈັກການຈັດຕັ້ງຂອງແຕ່ລະຫົວໜ່ວຍການຈັດຕັ້ງໃຫ້ມີຄວາເຂັ້ມແຂງ ໄປ
ພ້ອມໆກັນ.
ຢາກໃຫ້ຫົວໜ່ວຍການຈັດຕັ້ງໜຶ່ງມີຄວາມເຂັ້ມແຂງ ກ່ອນອື່ນໝົດຕ້ອງມີຫົວໜ້າທີ່ເຂັ້ມແຂງ, ຖ້າຫົວໜ້າບໍ່ເຂັ້ມແຂງການຈັດຕັ້ງນັ້ນກໍອ່ອນແອ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງມີມາດຖານເງື່ອນໄຂໃຫ້ຜູ້ທີ່ຈະເປັນເລຂາພັກບ້ານ, ນາຍບ້ານນັ້ນ ແລະ ຫົວໜ້າຂອງແຕ່ລະໜ່ວຍງານຂັ້ນບ້ານນັ້ນ ຕ້ອງມີມາດຕະຖານສູງ, ມີຄວາມຮູ້ຄວາມສາມາດ ພໍສົມຄວນ ເພາະ ບ້ານເປັນຫົວໜ່ວຍຈັດຕັ້ງປະຕິບັດຕົວຈິງຂອງທຸກມະຕິຄຳສັ່ງຂອງພັກ ແລະ ລັດ, ເປັນຜູ້ຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງຂັ້ນເທິງໃຫ້ປາກົດຜົນເປັນຈິງ. ຖ້າຫາກການນຳຂັ້ນບ້ານບໍ່ມີຄວາມເຂັ້ມແຂງ ທຸກມະຕິຄຳສັ່ງ, ແນວທາງ ແຜນນະໂຍບາຍຈະບໍ່ຖືກຈັດຕັ້ງປະຕິບັດ ຫຼື ຖືກຈັດຕັ້ງປະຕິບັດໂດຍບໍ່ມີຄຸນນະພາບ. ດັ່ງນັ້ນ, ການປັບປຸງບູລະນະການຈັດຕັ້ງ ຫຼື ອຳນາດການປົກຄອງຂັ້ນບ້ານໃຫ້ເຂັ້ມແຂງຮອບດ້ານຈຶ່ງມີຄວາມສຳຄັນຫຼາຍ.
ຖ້າອຳນາດການປົກຄອງຂັ້ນບ້ານມີຄວາມເຂັ້ມແຂງ ສະຖຽນລະພາບທາງດ້ານການເມືອງກໍຈະດີຂຶ້ນ, ເສດຖະກິດໄດ້ຮັບການພັດທະນາ. ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ ສັງຄົມມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍດີ. ແນວໂຮມບ້ານ ເປັນອົງກອນເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າພາຍໃນບ້ານ ໃຫ້ເປັນຈິດໜຶ່ງໃນດຽວຢູ່ອ້ອມຂ້າງພັກ, ໄປນຳພັກ ແລະ ເຊື່ອໝັ້ນພັກ; ອົງການຈັດຕັ້ງຊາວໜຸ່ມ ແລະ ແມ່ຍິງ ເປັນອົງກອນປຸກລະດົມຂົນຂວາຍກຳລັງແຮງສັງລວມຂອງຊາວໜຸ່ມຍິງສາວ ຊຶ່ງເປັນກຳລັງແຮງຂອງສັງຄົມ ຕະຫຼຸມບອນເຮັດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ ໂດຍສະເພາະແມ່ນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວຽກງານພັດທະນາເສດຖະກິດ-ສັງຄົມຂອງບ້ານ.
ພັກ-ລັດ ຍາມໃດກໍຖືເປັນສຳຄັນໃນການປັບປຸງກົງຈັກການຈັດຕັ້ງ ແລະ ອຳນາດການປົກຄອງໃຫ້ເຂັ້ມແຂງຢູ່ຕະຫຼອດເວລາ ເພາະ ອຳນາດການປົກຄອງຂັ້ນບ້ານແມ່ນເປັນຜູ້ກຳປະຊາຊົນໂດຍກົງ, ເປັນຜູ້ດຳລັງຊີວິດ ກິ້ງເກືອກລີເລືອກັບປະຊາຊົນ, ເປັນຍາດຕິພີ່ນ້ອງກັບປະຊາຊົນ, ກຳໄດ້ຈິດໃຈ ຄວາມມຸ່ງມາດປາຖະໜາຂອງປະຊາຊົນໄດ້ດີ ຈຶ່ງເຫັນວ່າ ການປັບປຸງບູລະນະອຳນາດການປົກຄອງບ້ານໃຫ້ມິຄວາມເຂັ້ມແຂງຮອບດ້ານ ຈຶ່ງມີຄວາມຈຳເປັນ ແລະ ຕ້ອງໄດ້ປັບປຸງໄວກ່ວາທຸກຂັ້ນໃນລະບົບການປົກຄອງ( 4 ຂັ້ນ: ສຸນກາງ, ແຂວງ, ເມືອງ ແລະ ບ້ານ) 3 ປີຕໍ່ຄັ້ງ.