ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ

ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ - kitchen vibe - ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ

ໂດຍ: ທິດ​ກໍ່າ

​ເວົ້າ​ໄດ້​ວ່າ, ນັບ​ແຕ່​ມີ​ການ​ແຜ່​ລະບາດ​ຂອງ​ເຊື້ອພະຍາດ​ໂຄ​ວິດ-19 ​ເປັນຕົ້ນມາ ​ເຮັດ​ໃຫ້​ພາລະກິດ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃນ​ຫລາຍ​ຂົງ​ເຂດ, ຫລາຍ​ຂະ​ແໜງ​ການ ​ແລະ ຫລາຍ​ຂະ​ບວນການ​ໄດ້ມິດ​ງຽບ, ຖົດຖອຍ​ຢຸດ​ສະ​ງັກ​ໄປ​ຕາມໆ​ກັນ ​ເຊິ່ງໜຶ່ງ​ໃນ​ວຽກ​ງານ ຫລື ຂະ​ແໜງ​ການ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ກໍ​ແມ່ນ​ຂະ​ແໜງ​ການ​ສຶກສາ ​ແລະ ກິລາ. ​ໃນ​ຊ່ວງ​ເດືອນ​ມີນາ​ຫາ​ເມສາ 2019 ຜ່ານ​ມາ ກໍ​ຈົນ​ເຖິງ​ຂັ້ນ​ໄດ້​ປິດ​ການ​ຮຽນ​ການ​ສອນ​ໃນ​ທົ່ວ​ປະ​ເທດ. ສ່ວນ​ທາງ​ດ້ານ​ສິລະ​ປະ, ກິລາ​ເວົ້າ​ໄດ້​ວ່າ​ໄດ້​ງົດ​ການ​ເຄື່ອນ​ໄຫວ​ໄປ​ຕາມໆ​ກັນ ຍ້ອນ​ທຸກ​ສິ່ງ​ທຸກ​ຢ່າງ​ໃຜ​ກໍ​ພ້ອມ​ກັນ​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ທີ່​ລັດຖະບານ ກໍ​ຄື​ຄະນະ​ສະ​ເພາະ​ກິດ​ໄດ້​ວາງ​ອອກ. ​ເວົ້າ​ໄດ້​ວ່າການ​ງົດ​ກິດຈະກຳ​ເຄື່ອນ​ໄຫວ​ນ້ອຍ​ໃຫຍ່​ຕ່າງໆ ກໍ​ເພື່ອ​ຫລີກ​ລ່ຽງການ​ແຜ່​ລະບາດ​ຂອງ​ເຊື້ອພະຍາດ​ໂຄ​ວິດ-19 ທີ່​ຈະ​ມາ​ສັງ​ເວີຍ​ຊີວິດ​ອິນ​ຊີ ​ແລະ ຄວາມ​ສະຫງົບ​ສຸກ​ຂອງ​ບ້ານ​ເມືອງ ກໍ​ຄື​ຄວາມ​ຢູ່​ດີ​ມີ​ສຸກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ. ຕໍ່​ຜົນ​ກະທົບ​ອັນ​ໃຫຍ່​ຫລວງ​ທີ່​ສຸດ​ທາງ​ດ້ານ​ການ​ກິລາ​ມວນ​ຊົນ​ຢູ່​ບ້ານ​ເຮົາ​ທີ່​ພວມ​ຈະ​ມີ​ບັນຍາກາດ​ຄຶກຄັກ, ຄຶກຄື້ນມ່ວນ​ຊື່ນ​ໃນ​ທົ່ວ​ປະ​ເທດ ກໍ​ແມ່ນ​ການ​ກະກຽມ​ໃຫ້​ແກ່​ການຈັດ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ ທີ່​ຈະ​ຈັດ​ຂຶ້ນຢູ່​ແຂວງ​ຊຽງ​ຂວາງ ກໍ​ຈົນ​ໄດ້​ແກ່ຍາວ​ຖືກ​ໂຈະ ​ແລະ ມາ​ຮອດ​ປັດຈຸບັນ​ກໍ​ຍັງ​ບໍ່​ທັນ​ສາມາດ​ເປີດ​ຂຶ້ນ​ໄດ້​ຕາມ​ຄວາມ​ມຸ້ງ​ຫວັງ ​ແລະ ຍັງ​ບໍ່​ຮູ້​ວ່າ​ເມື່ອ​ໃດ, ​ໂອກາດ​ໃດ​ຈຶ່ງ​ຈະ​ມີ​ເງື່ອນ​ໄຂ​ຈັດ​ຂຶ້ນ ​ແລະ ​ໄດ້​ສະຫລອງ​ກັນ​ຢ່າງ​ຍິ່ງ​ໃຫຍ່ ​ເພາະ​ທຸກ​ສິ່ງ​ທຸກ​ຢ່າງ​ມັນ​ກໍ​ຄາ​ນຳ​ພະຍາດ​ຈັງ​ໄຮ​ໂຄ​ວິດ-19 ມາ​ກົດ​ໜ່ວງ​ກີດຂວາງ.

ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ - Visit Laos Visit SALANA BOUTIQUE HOTEL - ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ
ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ - Visit Laos Visit SALANA BOUTIQUE HOTEL - ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ

​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ສະພາບ​ການ​ແຜ່​ລະບາດ​ຂອງ​ເຊື້ອພະຍາດ​ໂຄ​ວິດ-19 ມາ​ຮອດ​ໄລຍະ​ປັດຈຸບັນກໍ​ຍັງ​ບໍ່​ທັນ​ມີ​ວີ່​ແວວ​ຈະ​ຫລຸດ​ໜ້ອຍ​ຖອຍ​ລົງ ​ແລະ ໝົດ​ໄປ​ຈາກ​ໂລກ​ໃບ​ນີ້​ເທື່ອ. ຫລ້າ​ສຸດ​ຈາກ​ສະຖິຕິ​ມາ​ຮອດ​ວັນ​ທີ 22 ພະຈິກ 2020 ​ໄດ້​ມີ​ຜູ້​ຕິດ​ເຊື້ອທັງ​ໝົດ 55.527.000 ກວ່າ​ຄົນ ​ໃນ​ນີ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ​ເຖິງ 1.335.000 ກວ່າ​ຄົນ, ປິ່ນປົວ​ໃຫ້ຫາ​ຍດີ 38.171.000 ກວ່າ​ຄົນ ​ແລະ ພວມ​ປິ່ນປົວ​ຢູ່​ໂຮງໝໍ 16.020.000 ກວ່າ​ຄົນ. ສ່ວນ ສປປ ລາວ ຂອງ​ພວກ​ເຮົາ​ຫລ້າ​ສຸດ​ມາ​ຮອດ​ວັນ​ທີ 23 ພະຈິກ 2020 ​ໄດ້​ມີ​ຜູ້​ຕິດ​ເຊື້ອທັງ​ໝົດ 39 ຄົນ, ປົວ​ໃຫ້ຫາ​ຍດີ​ໄປ​ແລ້ວ 24 ຄົນ ​ແລະ ພວມ​ປິ່ນປົວ​ຢູ່​ໂຮງໝໍ 15 ຄົນ. ຈົນ​ມາ​ຮອດ​ໄລຍະ​ນີ້ ພວກ​ເຮົາ​ກໍ​ຍັງ​ຢູ່​ໃນ​ຂັ້ນຕອນ​ຂອງ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ຜ່ອນຜັນ​ຂອງ​ລັດຖະບານ ກໍ​ຄື​ຄະນະ​ສະ​ເພາະ​ກິດ​ວາງ​ອອກ​ຈົນ​ກວ່າ​ທຸກ​ຢ່າງ​ມັນ​ຈະ​ຄີ່ຄາຍ​ໄປ​ຕາມ​ການ​ເວລາ.

​ແຕ່​​ແນວ​ໃດ​ກໍ​ຕາມ, ອີງ​ໃສ່​ມາດ​ຕະການ​ຜ່ອນຜັນ​ເພື່ອ​ຕ້ານ ​ແລະ ສະກັດ​ກັ້ນກັບ​ການລະບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ຢູ່​ປະ​ເທດ​ເຮົາ​ຂ້ອນ​ຂ້າງ​ເຮັດ​ໄດ້​ດີ ທັງ​ໄປ​ຖືກ​ທິດ​ຖືກ​ທາງ ​ແລະ ຜູ້​ທີ່​ຕິດ​ເຊື້ອພະຍາດ​ນີ້​ກໍ​ມີ​ໜ້ອຍ ​ເຊິ່ງສ່ວນ​ໃຫຍ່​ຜູ້​ຕິດ​ເຊື້ອ​ແມ່ນ​ນຳມາ​ຈາກ​ຕ່າງປະ​ເທດ ສົມທົບ​ກັບ​ບ້ານ​ເຮົາ​ມີ​ຄວາມ​ເຂັ້ມງວດ​ກວດ​ຂັນ​ໃນ​ການ​ຄວບ​ຄຸມ, ຕ້ານ ​ແລະ ສະກັດ​ກັ້ນ​ເປັນ​ຢ່າງ ຈຶ່ງ​ເຮັດ​ໃຫ້​ສະພາບ​ການ​ແຜ່​ລະບາດ​ຂອງ​ເຊື້ອພະຍາດ​ໂຄ​ວິດ-19 ຢູ່​ໃນ​ວົງ​ຈຳກັດ ​ແລະ ດີ​ທີ່​ສຸດ​ຢູ່​ພາຍ​ໃນປະ​ເທດ ກໍ​ຄື​ລະດັບ​ພາກພື້ນ. ​ເພາະສະນັ້ນ ຈາກ​ປັດ​ໄຈ ​ແລະ ສາ​ເຫດ​ດັ່ງກ່າວ, ການ​ຈັດການ​ແຂ່ງຂັນ​ກິລາ​ບານ​ເຕະ​ຈຶ່ງ​ໄດ້​ປາກົດ​ຕົວ​ຂຶ້ນພາຍ​ໃນ​ປະ​ເທດ ​ເປັນຕົ້ນ​ໃນ​ໄລຍະ​ຜ່ານ​ມາ ກໍ​ມີ​ການຈັດ​ແຂ່ງຂັນ​ໃນ​ລະດັບ​ສະ​ໂມ​ສອນ​ທີ່​ຫາ​ກໍ​ສຳ​ເລັດ​ເສັດ​ສິ້ນ​ໄປ​ເມື່ອ​ບໍ່ພໍ​ເທົ່າ​ໃດ​​ເດືອນ​ມາ​ນີ້.

​ແນວ​ໃດ​ກໍ​ດີ, ມາ​ຮອດ​ໂອກາດ​ນີ້ ພໍດີ​ເໝາະ​ກັບ​ການ​ກະກຽມ​ໃຫ້​ຂະ​ບວນການ​ຕ້ອນຮັບ ​ແລະ ສະ​ເຫລີ​ມສະຫລອງ​ວັນຊາດ​ທີ 2 ທັນວາ ຄົບຮອບ 45 ປີ ​ໃຫ້​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ, ຍິ່ງ​ໃຫຍ່ ​ແລະ ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ອັນ​ຟົດຟື້ນ, ທາງ​ກະຊວງ​ສຶກສາ ກໍ​ຄື​ທາງ​ສະຫະພັນ​ກິລາ​ບານ​ເຕະ​ແຫ່ງ​ຊາດ​ລາວ ຈຶ່ງ​ໄດ້​ຈັດ​ໃຫ້​ມີ​ການ​ແຂ່ງຂັນ​ກິລາ​ບານ​ເຕະ​ໃນ​ທົ່ວ​ປະ​ເທດ​ຂຶ້ນ ​ເພື່ອ​ຊີງ​ລາງວັນ​ເງິນສົດ 100 ລ້ານ​ກີບ ພ້ອມ​ຂັນ​ລາງວັນ ​ເຊິ່ງ​ໄດ້​ເລີ່​ມຈັດການ​ແຂ່ງຂັນ​ມາ​ແຕ່​ຕົ້ນ​ເດືອນ​ພະຈິກ​ຈົນ​ມາ​ຮອດ​ວັນ​ທີ 21 ພະຈິກ 2020 ຈຶ່ງ​ມີ​ການ​ແຂ່ງຂັນ​ໃນ​ຮອບ​ຊີງ​ຊະນະ​ເລີດ ລະຫວ່າງ ທີ​ມບານ​ເຕະ​ຍິງ ​ໄດ້​ແກ່ ນະຄອນຫລວງ​ວຽງ​ຈັນ ພົບ​ກັບ ​ແຂວງ​ຊຽງ​ຂວາງ. ສ່ວນ​ຄູ່​ບານ​ເຕະ​ປະ​ເພດ​ຊາຍ​ນັ້ນ ​ໄດ້​ແກ່ ຈຳປາ​ສັກ ພົບ​ກັບ ​ຫລວງ​ພະ​ບາງ. ຜ່ານ​ການ​ແຂ່ງຂັນ​ພາຍ​ໃຕ້​ບັນຍາກາດ​ອັນ​ຟົດຟື້ນດຸ​ເດືອດ ​ເຊິ່ງຕ່າງ​ຝ່າຍ​ກໍ​ມຸ້ງ​ໝັ້ນຍາດ​ເອົາ​ໄຊຊະນະ​ຢ່າ​ງກະຕືລືລົ້ນ ທັງ​ເດັດດ່ຽວ​ໜຽວ​ແໜ້ນ​ ສຸດ​ທ້າຍ​ມາ​ຄູ່​ທີ​ມບານ​ເຕະ​ຍິງ​ນະຄອນຫລວງ​ວຽງ​ຈັນ​ກໍ​ເອົາ​ຊະນະ​ທີ​ມບານ​ເຕະ​ຍິງ​ແຂວງ​ຊຽງ​ຂວາງ. ສ່ວນ​ປະ​ເພດ​ບານ​ເຕະ​ຊາຍ ຊະນະ​ເລີດ​ໄດ້​ແກ່ ​ແຂວງ​ຈຳປາ​ສັກ ສາມາດ​ຍາດ​ເອົາ​ຂັນ​ລາງວັນ​ຊະນະ​ເລີດ​ໄປ​ຄອງ​ໜຶ່ງ​ໜ່ວຍ ພ້ອມ​ເງິນສົດ 100 ລ້ານ​ກີບ.

ສະຫລຸບ​ແລ້ວ, ຜ່ານ​ບັ້ນ​ແຂ່ງຂັນ​ກິລາ​ບານ​ເຕະ​ໃນ​ທົ່ວ​ປະ​ເທດຄັ້ງນີ້ ສິ່ງ​ທີ່​ເປັນ​ປັດ​ໄຈ​ໃໝ່ ​ແລະ ໜ້າ​ພາກພູມ​ໃຈ​ທີ່​ສຸດ​ໃນ​ມື້​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​ໃນ​ມື້ວັນ​ທີ 21 ພະຈິກ​ຜ່ານ​ມາ ມີ​ຜູ້​ເຂົ້າຊົມ​ຈົນ​ແໜ້ນ​ເຕັມ​ສະໜາມ​ເຖິງ 2 ໝື່ນ​ກວ່າ​ຄົນ ​ເຊິ່ງ​ເປັນ​ເຫດການ​ບໍ່​ເຄີຍ​ມີ​ໃນ​ປະຫວັດສາດ​ຂອງ​ວົງ​ການ​ບານ​ເຕະ​ລາວ​ເຮົາ ຫລື ຖ້າ​ຈະ​ສົມ​ທຽບ​ໃສ່​ຈຳນວນ​ຄົນ​ທີ່​ໄດ້​ເຂົ້າຮ່ວມ​ຊົມ​ມະຫະກຳ​ກິລາ​ຊີ​ເກ​ມ 2009 ທີ່​ລາວ​ເປັນ​ເຈົ້າພາບ​ແມ່ນ​ມີ​ຈຳນວນ​ເພີ່ມ​ຂຶ້ນຫລາຍ​ກວ່າ. ຕາມ​ທິດ​ກໍ່າ​ວ່າ, ອັນ​ສາ​ເຫດ​ທີ່​ມີ​ຄົນ​ເຂົ້າຊົມ​ຫລາຍ​ກໍ​ມີ​ເງື່ອນ​ໄຂ​ ​ແລະ ປັດ​ໄຈ​ຄວາມ​ພ້ອມ​ຫລາຍ​ຢ່າງ ​ເປັນຕົ້ນກິລາ​ບານ​ເຕະ​ກິລາ​ຍອດ​ນິຍົມ, ສົມທົບ​ກັບ​ການຈັດ​ຕາຕະລາງ​ເສິກ​ຊີງ​ຊະນະ​ເລີດ​ຄັ້ງນີ້​ແມ່ນ​ຖືກ​ວັນພັກ ຄື​ວັນ​ເສົາ ອັນ​ເປັນ​ວັນພັກລັດຖະການ. ອັນ​ສອງ​ມາ​ແມ່ນ​ໃກ້​ຮອດ​ວັນຊາດ ​ແລະ ການ​ຈັດການ​ແຂ່ງຂັນ​ບານ​ເຕະ​ຄັ້ງນີ້​ກໍ​ແມ່ນ​ຄົບຮອບ 45 ປີ​ພໍດີ ​ແລະ ອັນ​ທີ​ສາມ​ມາ ນັບ​ແຕ່​ມີ​ໂຄ​ວິດ-19 ມາ​ກົດ​ໜ່ວງ​ຄວາມ​ຈະ​ເລີ​ນຂອງ​ບ້ານ​ເມືອງ ​ແລະ ​ໄດ້​ທຳລາຍ​ຊີວິດ​ອິນ​ຊີ​ຂອງ​ຄົນ​​ໃນ​ທົ່ວ​ໂລກ ກໍ​ຄື​ຢູ່​ປະ​ເທດ​ເຮົາ​ສ່ວນ​ຫລາຍ​ໃຜ​ກໍ​ບໍ່​ຄ່ອຍ​ໄດ້​ໄປ​ໃສ, ຢູ່​ແຕ່​ບ່ອນ​ເກົ່າ​ມາ​ເກືອບ​ປີ​ເຕັມ​ແລ້ວ. ​ເພາະສະນັ້ນ ​ເມື່ອ​ມີ​ລາຍການ​ດີໆ​ຄື​ແນວ​ນີ້ ​ໃຜ​ກໍ​ມີ​ຄວາມ​ສົນ​ໃຈ​ຢາກ​ໄປ​ເບິ່ງ, ​ໄປ​ທ່ຽວ, ​ໄປ​ຊົມ​ເຊຍ ​ເພາະ​ຫລາຍໆ​ປີ​ມັນ​ມີ​ພຽງ​ຄັ້ງໜຶ່ງ ຈຶ່ງ​ມີ​ຄົນ​ຂານ​ຕອບ​ຮັບ​ຫລາຍ​ທີ່​ສຸດ​ໃນ​ລາຍການ​ແຂ່ງຂັນ​ກິລາ​ໃນ​ທົ່ວ​ປະ​ເທດ​ແບບ​ນີ້. ນອກຈາກ​ນັ້ນ ຫລາຍໆ​ຄົນ​ຍັງ​ໃຫ້​ທັດສະນະ​ຕື່ມ​ວ່າ: ​ໃນ​ເງື່ອນ​ໄຂ​ທີ່​ປະ​ເທດ​ເຮົາ​ພວມ​ສົ່ງ​ເສີມ​ການທ່ອງທ່ຽວ​ພາຍ​ໃນ ຄວນ​ຈັດ​ໃຫ້​ມີ​ກິດຈະກຳ​ດີໆ​ໃຫ້​ຫລາຍໆ​ຍິ່ງ​ຂຶ້ນ ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຄຶກຄັກ. ອີກ​ປະການ​ໜຶ່ງ​ກໍ​ເພື່ອ​ເຮັດ​ໃຫ້​ວົງ​ການ​ບານ​ເຕະ​ລາວ​ກ້າວ​ສູ່​ສາກົນ​ໃຫ້​ຫລາຍ​ຂຶ້ນ.

ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ - 5 - ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ
ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ - 4 - ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ
ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ - 3 - ບານ​ເຕະ​ລາວ​ຫວນ​ມາ​ຄຶກຄັກ​ ຕ້ອນຮັບວັນຊາດ​ທີ 2 ທັນວາ