ປະດັບຫລຽນໄຊ ແລະ ໃບຍ້ອງຍໍໃຫ້ກົມກອງລວມໝູ່ທີ່ມີຜົົນງານ ໃນການເຄື່ອນໄຫວເຮັດວຽກສິດທິເດັກ ຢູ່ ສປປ ລາວ

ເຊົ້າວັນທີ 25 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດພິທີປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່ທີ່ມີຜົົນງານການເຄື່ອນໄຫວເຮັດວຽກສິດທິເດັກ ຢູ່ ສປປ ລາວ ຄົບ 30 ປີ (1989-2019) ຊຶ່ງມີ 11 ພາກສ່ວນໄດ້ຮັບຫລຽນໄຊແຮງງານ ຊັ້ນ I ແລະ 12 ພາກສ່ວນໄດ້ຮັບຫລຽນໄຊແຮງງານຊັ້ນ II, ມີ 14 ພາກສ່ວນໄດ້ຮັບຫລຽນໄຊແຮງງານຊັ້ນ III ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈຳການ ຄຊກມດ ໄດ້ໃຫ້ກຽດມອບຫລຽນໄຊດັ່ງກ່າວ, ພ້ອມໄດ້ປະດັບຫລຽນຕ່າງໆໃຫ້ບັນດາ ຄຊກມດ ກະຊວງ, ອົງການ, ບັນດາແຂວງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຊັ່ນ: ຫລຽນໄຊແຮງງານ ຊັ້ນ I ໃຫ້ແກ່ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສູນກາງສະຫະພັນແມ່ຍິງລາວ, ຄຊກມດ ກະຊວງສາທາລະນະສຸກ, ຄຊກມດ ກະຊວງສຶກສາທິການ ແລະ ກິລາ, ຄຊກມດ ກະຊວງການຕ່າງປະເທດ, ຄຊກມດ ຫ້ອງວ່າການປະທານປະເທດ, ສະພາແຫ່ງຊາດ, ຄຊກມດ ນະຄອນຫລວງວຽງຈັນ, ຄຊກມດ ແຂວງໄຊຍະບູລີ ແລະ ຫ້ອງການກອງເລຂາຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ.
ສ່ວນຫລຽນໄຊແຮງງານຊັ້ນ II ໄດ້ແກ່ ຄຊກມດ ກະຊວງຍຸຕິທຳ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ແຂວງຫລວງນ້ຳທາ, ແຂວງບໍ່ແກ້ວ, ຄຊກມດ ແຂວງວຽງຈັນ, ຊຽງຂວາງ, ແຂວງບໍລິຄໍາໄຊ ແລະ ແຂວງຄຳມ່ວນ. ສຳລັບຫລຽນໄຊແຮງງານຊັ້ນ III ໄດ້ແກ່ ຄຊກມດ ກະຊວງພາຍໃນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ຄະນະຈັດຕັ້ງສູນກາງພັກ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫລວງພະບາງ, ແຂວງຫົວພັນ, ແຂວງສາລະວັນ, ເຊກອງ, ແຂວງຈຳປາສັກ ແລະ ແຂວງອັດຕະປື. ພ້ອມກັນນີ້, ຍັງມີຫລຽນກາແຮງງານ 18 ພາກສ່ວນ ໄດ້ແກ່ ຄຊກມດ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງໄປສະນາ, ໂທລະຄົມມະນາຄົມ ແລະ ການສື່ສານ, ກະຊວງພະລັງງານ ແລະ ບໍ່ແຮ່, ອົງການກວດກາລັດຖະບານ, ອົງການກວດສອບແຫ່ງລັດ, ທະນາຄານແຫ່ງ ສປປ ລາວ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ສູນກາງສະຫະພັນກຳມະບານລາວ, ຄະນະໂຄສະນາອົບຮົມສູນກາງພັກ, ສູນກາງແນວລາວສ້າງຊາດ, ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ແຂວງສະຫວັນນະເຂດ ແລະ ແຂວງໄຊສົມບູນ ຕາງໜ້າປະດັບຫລຽນກາໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ທັງເປັນຮອງປະທານ ຄຊກມດ.
ນອກຈາກນີ້, ຍັງໄດ້ປະດັບຫລຽນໄຊພັດທະນາ ຊັ້ນ II ໃຫ້ແກ່ອົງການອຸຍນີເຊັບ ປະຈຳ ສປປ ລາວ ແລະ ຫລຽນໄຊພັດທະນາ ຊັ້ນ III ໃຫ້ແກ່ອົງການໄຊຟັນລາວ, ໃບຍ້ອງຍໍ 3 ພາກສ່ວນ: ອົງການຊ່ວຍເຫລືອເດັກ, ສະຖານທູດອົດສະຕາລີ ປະຈຳ ສປປ ລາວ, ສະຖານທູດໄທ ປະຈຳ ສປປ ລາວ; ໃບຍ້ອງຍໍປະທານ ຄຊກມດ ມີ 52 ພາກສ່ວນ.