ປີ 2020 ເສດຖະກິດແຂວງໄຊສົມບູນ ອັດຕາການເຕີບໂຕ 5%
ທ່ານ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃນວັນທີ 25 ພະຈິກ 2020, ໃຫ້ຮູ້ວ່າ: ແຂວງໄຊສົມບູນ ໄດ້ເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເສດຖະກິດຍັງສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງຄາດຄະເນໝົດ ປີ 2020 ອັດຕາການເຕີບໂຕຂອງເສດຖະກິດ ຈະຢູ່ໃນລະດັບ 5%, ລວມຍອດຜະລິດຕະພັນພາຍໃນຈະບັນລຸ 1.097,63 ຕື້ກີບ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນຈະບັນລຸໄດ້ 11,3 ລ້ານກີບ/ຄົນ/ປີ ຫລື ເທົ່າກັບ 1.264 ໂດລາສະຫະລັດ. ການເກັບລາຍຮັບ ປະຕິບັດໄດ້ 175,72 ຕື້ກີບ ເທົ່າກັບ 61,86% ຂອງແຜນດັດແກ້ປີ 2020 ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 3,9%, ສ່ວນດ້ານລາຍຈ່າຍ ປະຕິບັດໄດ້ 170,1 ຕື້ກີບ, ເທົ່າກັບ 40,5% ຂອງແຜນດັດແກ້ ທຽບ ໃສ່ໄລຍະດຽວກັນຫລຸດລົງ 7,81%. ສຳລັບທິດທາງວຽກງານຈຸດສຸມ ປີ 2021, ແຂວງໄຊສົມບູນ ຈະສູ້ຊົນເຮັດໃຫ້ອັດຕາການຂະ ຫຍາຍຕົວຂອງເສດຖະກິດໃນລະດັບບໍ່ໃຫ້ຫລຸດ 7%, ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 1.114,25 ຕື້ກີບ, ໃນນັ້ນຂະແໜງກະສິກຳ ໃຫ້ຂະຫຍາຍຕົວ 7% ກວມເອົາ 55,9%, ຂະແໜງອຸດສະຫະກຳ ຂະຫຍາຍຕົວ 5,3% ກວມເອົາ 17,6% ແລະ ຂະແໜງບໍລິການ ຂະຫຍາຍຕົວ 7% ກວມເອົາ 26,5% ຂອງ GDP.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງໄຊສົມບູນ ເພື່ອເປັນທຶນປະກອບສ່ວນຊຸກຍູ້ ຂະບວນການພັດທະນາເສດຖະກິດ-ສັງຄົມ ທີ່ຈໍາເປັນຢູ່ພາຍໃນແຂວງ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.