ຍີ່ປຸ່ນລົງທຶນຢູ່ລາວມີ 105 ໂຄງການມູນຄ່າ 180 ລ້ານໂດລາສະ
ວັນທີ 26 ພະຈິກ 2020 ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດປາຖະກະຖາ ເນື່ອງໃນໂອ ກາດສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 65 ປີ (05 ມີນາ 1955-05 ມີນາ 2020), ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໃຫ້ກຽດກ່າວເປີດພິທີໂດຍ, ທ່ານ ໄມ ໄຊຍະວົງສ ຫົວໜ້າສະຖາບັນການຕ່າງປະເທດ ແລະ ໃຫ້ກຽດບັນຍາຍໂດຍ ທ່ານ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ໂຢເນຢາມະ ໂຢຊິຮາຣຸ, ຫົວໜ້າອົງການ JICA ປະຈໍາ ສປປ ລາວ, ເຂົ້າຮ່ວມຮັບຟັງປາຖະກະຖາໃນຄັ້ງນີ້ ມີບັນດາຜູ້ຕາງໜ້າຂັ້ນກົມ, ຄະນະພະແນກ ແລະ ວິຊາການຈາກ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ ແລະ ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ.
ທ່ານ ໄມ ໄຊຍະວົງສ ກ່າວວ່າ: ສປປ ລາວ ຖືວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດ ບົນ ພື້ນຖານມູນເຊື້ອ ແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ມາແຕ່ດົນນານ, ທັງສອງຊາດມີຄວາມໄວ້ເນື້ອເຊື່ອໃຈ ແລະ ໃຫ້ການຊ່ວຍ ເຫລືອສະໜັບສະໜູນເຊິ່ງກັນ ແລະ ກັນຕະຫລອດມາ, ເຊິ່ງສະແດງອອກໃນການຢ້ຽມຢາມແລກປ່ຽນຜູ້ນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຮ່ວມກັນຢ່າງສະໝໍ່າສະເໝີ, ຕະຫລອດຮອດການໃຫ້ຄວາມຊ່ວຍເຫລືອດ້ານການພັດທະນາ (ODA) ແກ່ ສປປ ລາວ ຖືວ່າເປັນອັນດັບທີ 1 ມາເປັນໄລຍະເວລາຫລາຍສິບປີ, ໂດຍສະເພາະໂຄງການຊ່ວຍເຫລືອດ້ານເຕັກ ນິກ-ວິຊາການ, ໂຄງການຊ່ວຍເຫລືອຂັ້ນພື້ນຖານ, ໂຄງການຊ່ວຍເຫລືອຜ່ານອົງການຈັດຕັ້ງສາກົນ, ໂຄງການກໍ່ສ້າງດ້ວຍທືນຊ່ວຍເຫລືອລ້າ. ນອກຈາກນີ້, ກໍຍັງໃຫ້ການຊ່ວຍເຫລືອທາງດ້ານການສຶກສາ, ສາທາລະນະສຸກ, ໂຄງລ່າງພື້ນຖານ, ການພັດທະນາດ້ານຊັບພະຍາກອນມະນຸດ ແລະ ດ້ານອື່ນໆ ຄິດສະເລ່ຍປະມານ 90-100 ລ້ານໂດລາສະຫະລັດຕໍ່ປີ.
ການລົງທຶນຂອງຍີ່ປຸ່ນ ຢູ່ ສປປ ລາວ ແມ່ນມີ 105 ໂຄງການມູນຄ່າ 180 ລ້ານໂດລາສະ ຫະລັດ ແລະ ດ້ານການຄ້າສອງຝ່າຍ, ໃນສົກ ປີ 2018 ບັນລຸເຖິງ 289 ລ້ານໂດລາສະຫະລັດ.