ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ

ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ - kitchen vibe - ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ

ໂດຍ:ທິດກໍ່າ

ມາ​ຮອດ​ປັດຈຸບັນ​ນີ້, ​ເຫັນ​ວ່າ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ອົງຄະ​ນະ​ພັກ​ແຕ່ລະ​ຂັ້ນ ນັບ​ແຕ່​ຂັ້ນ​ເມືອງ, ຂັ້ນ​ແຂວງ ​ແລະ ຂັ້ນກະຊວງ​ທະບວງ​ກົມ ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​ແລ້ວ. ຫລ້າ​ສຸດ ມາ​ຮອດ​ເດືອນ​ພະຈິກ 2020 ​ເຫັນ​ວ່າ​ມີ​ຫລາຍ​ອົງຄະ​ນະ​ພັກ​ແຂວງ ​ແລະ ກະຊວງ​ໄດ້​ທະຍອຍ​ກັນ​ເປີດ​ກອງ​ປະຊຸມ​ໃຫຍ່​ຂອງ​ຕົນ​ດ້ວຍ​ຜົນສຳ​ເລັດ​ທຸກ​ປະການ. ​ໂຄ້ງ​ຫລ້າ​ສຸດ​ໄລຍະ​ນັບ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 21 ພະຈິກ 2020 ຜ່ານ​ມາ ກໍ​ໄດ້​ແກ່​ແຂວງ​ສະຫວັນ​ນະ​ເຂດ, ຄຳ​ມ່ວນ ​ແລະ ​ແຂວງ​ວຽງ​ຈັນ. ສ່ວນ​ຂັ້ນກະຊວງ​ນັ້ນ ກໍ​ໄດ້​ແກ່​ກະຊວງ​ການ​ເງິນ, ກະຊວງ​ຍຸຕິ​ທຳ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ.

ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ - Visit Laos Visit SALANA BOUTIQUE HOTEL - ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ
ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ - Visit Laos Visit SALANA BOUTIQUE HOTEL - ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ

ສະຫລຸບ​ແລ້ວ, ມາ​ຮອດ​ປັດຈຸບັນ ​ເວົ້າ​ໄດ້​ວ່າ​ທຸກ​ແຂວງ, ທຸກ​ກະຊວງ​ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂອງ​ຕົນ​ໄດ້​ຕາມ​ລະດັບ​ຄາດໝາຍ​ທີ່​ໄດ້​ກຳນົດ​ເອົາ​ໄວ້​ເປັນ​ຢ່າງ​ດີ. ຄື​ດັ່ງ​ຮັບ​ຮູ້​ນຳ​ກັນ​ແລ້ວ​ວ່າ, ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ຊີວິດ​ການ​ເມືອງ​ຂອງ​ພັກ, ​ເປັນ​ການ​ສຳ​ຫລວດ​ກວດກາ​ຄືນ​ການ​ຊີ້​ນຳ-ນຳພາ​ຂອງ​ພັກ​ໃນ​ໄລຍະ 5 ປີຜ່ານມາ (2016-2020). ​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງນີ້ ຍັງ​ໄດ້​ສະຫລຸບ​ຕີ​ລາຄາ​ເຖິງ​ໝາກຜົນ​ແຫ່ງ​ການ​ຊີ້​ນຳ-ນຳພາ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ອົງຄະ​ນະ​ພັກ​ແຕ່ລະ​ຂັ້ນ. ນອກຈາກ​ນັ້ນ ຍັງ​ໄດ້​ວິ​ໄສ​ທັດ​ສືບ​ຕໍ່​ການ​ຊີ້​ນຳ-ນຳພາ ທັງ​ວາງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງ​ຖິ່ນ ​ແລະ ອົງການ​ຂອງ​ຕົນ, ທັງ​ມີ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ຊຸດ​ໃໝ່, ຄັດ​ເລືອກ​ເອົາ​ຜູ້​ແທນ​ສົມບູນ​ຂອງ​ຕົນ​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້.

​ແນວ​ໃດ​ກໍ​ຕາມ, ຜ່ານ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ໝາກຜົນ​ແຫ່ງ​ການ​ນຳພາ​ຂອງ​ອົງຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ໃນ​ໄລຍະ 5 ປີຜ່ານມາ ​ເຊິ່ງໜຶ່ງ​ໃນ​ຜົນງານ​ອັນ​ໂດດ​ເດັ່ນ ຜູ້​ຂຽນ​ຂໍຍົກ​ເອົາ​ຜົນສຳ​ເລັດ​ແຫ່ງ​ການ​ຊີ້​ນຳ-ນຳພາ​ຂອງ​ອົງຄະ​ນະ​ພັກ​ແຂວງ​ວຽງ​ຈັນ​ໃນ​ບາງ​ວັກ​ບາງ​ຕອນ​ມາສະ​ເໜີ​ພໍ​ໄດ້​ຮັບ​ຮູ້ ​ແລະ ​ໄດ້​ເຫັນ​ຢ່າງ​ເປັນ​ຮູບ​ປະ​ທຳ​ຄື: ຕະຫລອດ​ໄລຍະ 5 ປີຜ່ານມາ, ​ແຂວງ​ວຽງ​ຈັນ​ໄດ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ​ໂດຍ​ພື້ນຖານ, ​ເສດຖະກິດ​ພາຍ​ໃນ​ແຂວງ​ຂະຫຍາຍຕົວ​ໃນ​ຈັງຫວະ​ທີ່​ດີ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ເພີ່ມ​ຂຶ້ນ​ໂດຍ​ສະ​ເລ່ຍ 7,3% ຕໍ່​ປີ ​ໃນ​ນີ້​ສະ​ເພາະ​ປີ 2020 (GDP) ຕໍ່​ຫົວ​ຄົນ​ບັນລຸ​ໄດ້ 17,72 ລ້ານ​ກີບ ຫລື ​ເທົ່າ​ກັບ 1.995 ​ໂດ​ລາ​ສະຫະລັດ ທຽບ​ໃສ່​ປີ 2015 ​ເພີ່ມ​ຂຶ້ນ 445 ​ໂດ​ລາ​ສະຫະລັດ ​ເທົ່າ​ກັບ 28,7%. ປັດ​ໄຈ​ພື້ນຖານ​ໃນ​ການ​ພັດທະນາ​ແມ່ນ​ໄດ້​ດຳ​ເນີນ​ໃນ​ຫລາຍ​ມາດ​ຕະການ​ເພື່ອ​ກະ​ຕຸ້ນ​ເສດຖະກິດ​ຕິດ​ພັນ​ກັບ​ການ​ກໍ່ສ້າ​ງພື້ນຖານ​ໂຄງ​ລ່າງ​ເຊັ່ນ: ຄົມມະນາຄົມ, ຊົນລະປະທານ, ​ໄຟຟ້າ, ນ້ຳປະປາ, ​ໂທລະ​ຄົມມະນາຄົມ, ການ​ຜະລິດ​ກະສິກຳ​ເປັນ​ສິນຄ້າ, ປັບປຸງ​ຊົນລະປະທານ, ນຳ​ໃຊ້​ວິຊາ​ການ​ເຂົ້າ​ໃນ​ການ​ຜະລິດ. ດ້ວຍ​ເຫດ​ນັ້ນ ​ເນື້ອທີ່​ນາ​ຈຶ່ງ​ໄດ້​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ສະມັດຖະພາບ​ການ​ຜະລິດ 4,25 ​ໂຕນ​ຕໍ່​ເຮັກຕາ, 610 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ. ອັນ​ທີ່​ພົ້ນ​ເດັ່ນ​ແມ່ນ​ກະສິກຳ​ສະອາດ, ກະສິກຳ​ອິນ​ຊີ. ນອກຈາກ​ນັ້ນ ບັນດາ​ຂະ​ແໜງ​ການ​ອື່ນໆ​ກໍ​ໄດ້​ມີ​ການ​ຂະຫຍາຍຕົວ​ດີ​ຂຶ້ນ​ເປັນ​ລຳດັບ ​ເພາະວ່າ​ແຂວງ​ວຽງ​ຈັນ​ເປັນ​ແຂວງ​ທີ່​ມີ​ທ່າ​ແຮງ​ທາງ​ດ້ານ​ເສດຖະກິດ​ຫລາຍ​ດ້ານ ​ເປັນຕົ້ນດ້ານ​ການທ່ອງທ່ຽວ, ດ້ານ​ພະລັງງານ ​ແລະ ອຸດສາຫະກຳ​ປຸງ​ແຕ່ງ. ມາ​ຮອດ​ປັດຈຸບັນ ​ແຂວງ​ວຽງ​ຈັນ​ຍັງ​ເຫລືອ​ບ້ານ​ທຸກ​ຍາກ​ພຽງ 1 ບ້ານ​ເທົ່າ​ນັ້ນ.

ສ່ວນ​ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ແຕ່​ລະ​ກະຊວງ​ນັ້ນ, ຜ່ານ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ຕົນ​ຄັ້ງນີ້ ກໍ​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ທຸກ​ກະຊວງ​ໄດ້​ມີ​ການ​ເຕີບ​ໃຫຍ່ ​ແລະ ຂະຫຍາຍຕົວ​ໄປ​ຕາມ​ໜ້າ​ທີ່​ພາລະ​ບົດບາດ​ທີ່​ພັກ ​ແລະ ປະຊາຊົນ​ໄດ້​ມອບ​ໝາຍ​ໃຫ້ ​ເປັນຕົ້ນກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ການ​ເງິນ ​ແລະ ກະຊວງ​ອື່ນໆ ກໍ​ມີ​ຜົນງານ​ອັນ​ໂດດ​ເດັ່ນ​ໃຫຍ່​ຫລວງ​ເໝືອນ​ກັນ. ກໍ​ເປັນ​ອັນວ່າ, ມາ​ຮອດ​ປັດຈຸບັນ​ນີ້​ຖື​ໄດ້​ວ່າ ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ​ໄດ້​ສຳ​ເລັດ​ລົງ​ໃນ​ໂຄ້ງ​ສຸດ​ທ້າຍ​ ອັນ​ເປັນ​ເງື່ອນ​ໄຂ ​ແລະ ປັດ​ໄຈ​ໃຫ້ການ​ກະກຽມ​ຄວາມ​ພ້ອມ​ແກ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທີ່​ຈະ​ເປີດ​ໃນ​ບໍ່​ຊ້າ​ນີ້.

ຕະຫລອດ​ໄລຍະ 45 ປີ​ແຫ່ງ​ການ​ນຳພາ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ໄດ້​ເຮັດ​ໃຫ້​ປະ​ເທດ​ຊາດ​ຫັນປ່ຽນ​ຈາກ​ຄວາມທຸກ​ຍາກ​ຫລ້າຫລັງ​ດ້ອຍ​ພັດທະນາ ກ້າວ​ສູ່​ຍຸກ​ໃໝ່ ຄື​ຍຸກ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ກ້າວ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ. ອີກ​ບໍ່​ນານ​ເກີນ​ລໍ ສປປ ລາວ ຂອງ​ພວກ​ເຮົາ​ກໍ​ຈະ​ໄດ້​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ ດ້ອຍ​ພັດທະນາ​ຢ່າງ​ແນ່ນອນ. ຖ້າ​ຈະ​ປຽບທຽບ​ໃສ່​ປະຫວັດສາດ​ກ່ອນ​ໜ້າ​ນີ້​ສາມ​ສີ່​ຮ້ອຍ​ປີ​ມາ​ຮອດ​ປີ 1975 ກ່ອນ​ປະ​ເທດ​ຊາດ​ບໍ່​ທັນ​ໄດ້​ຮັບ​ການ​ປົດ​ປ່ອຍ​​ໄດ້​ຕົກ​ເປັນ​ຫົວ​ເມືອງ​ຂຶ້ນ ​ແລະ ​ເປັນ​ອານາ​ນິຄົມ​ຂອງ​ຊາດ​ອື່ນ ຈົນ​ເງີຍ​ຫົວ​ບໍ່​ຂຶ້ນມາ​ຫລາຍ​ເຊັ່ນ​ຄົນ. ຍິ່ງ​ໄປ​ກວ່າ​ນັ້ນ, ປະຊາຊົນ​ໄດ້​ຕົກ​ຢູ່​ໃນ​ຊາຕາກຳ​ທຸກ​ຍາກ​ລຳບາກ​ເປັນ​ຂ້ອຍ​ຂ້າ​ຂອງ​ຊາດ​ອື່ນ. ​ແຕ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ອິນດູຈີນ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ​ໃນ​ປັດຈຸບັນ ​ໄດ້​ນຳພາ​ສູ້​ຢ່າງ​ຍືດ​ເຍື້ອຍາວ​ນານ​ຈຶ່ງ​ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ອອກ​ຈາກ​ເງື່ອມມື​ຂອງ​ສັດຕູ​ຜູ້​ຮຸກ​ຮານ. ​ໃນ​ອະນາຄົດ​ຂ້າງ​ໜ້າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະ​ເທດ​ຊາດ ກໍ​ຄື​ປະຊາຊົນ​ຈະ​ໄດ້​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ ດ້ອຍ​ພັດທະນາ. ນີ້​ຄື​ເສັ້ນທາງ​ແຫ່ງ​ຄວາມ​ມຸ້ງ​ຫວັງ​ຂອງ​ພັກ, ຂອງ​ຊາດ ​ແລະ ຂອງ​ປະຊາຊົນ​ບັນດ​າ​ເຜົ່າ​ໃນ​ທົ່ວ​ປະ​ເທດ.

 

ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ - 5 - ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ
ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ - 3 - ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ
ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ - 4 - ກອງ​ປະຊຸມ​ໃຫຍ່ 3 ຂັ້ນຂອງ​ພັກ ​ໄດ້​ສຳ​ເລັດ​ໂຄ້ງສຸດ​ທ້າຍ