ແມ່ຍາສັງວານ ຍາດຕິວົງ ມອບທີ່ດິນຂອງຕົນໃຫ້ສົງ ສ້າງວັດດ້ວຍໃຈສັດທາ
November 27, 2020 - 1:46 PM

ໃນວັນທີ 25 ພະຈິກນີ້; ແມ່ຍາສັງວານ ຍາດຕິວົງ ພ້ອມດ້ວຍຄອບຄົວລູກຫຼານ ແລະ ຍາດຕິພີ່ນ້ອງ ບ້ານດົງເຫັນ ເມືອງອາດສະພັງທອງ ແຂວງ ສະຫວັນນະເຂດໄດ້ມີຈິດໄຈເຫຼື້ອມໃສສັດທາ ຖວາຍທີ່ດິນຂອງຕົນຈຳນວນ 2 ເຮັກຕາກວ່າ ໃຫ້ພະສົງເພື່ອກໍ່ສ້າງວັດວາອາຣາມຕໍ່ໄປ ແລະມອບໃຫ້ພຣະສົງເປັນເຈົ້າຂອງຄຸ້ມຄອງນຳໃຊ້ ພ້ອມນີ້ຄອບຄົວຍາສັງວານ ຍັງໄດ້ຖວາຍກອງອັດທະ ແລະ ສັງຄະທານ ໃຫ້ແກ່ພຣະສົງ11 ອົງໃນວັດດັ່ງກ່າວອີກດ້ວຍ.
ເຂົ້າຮ່ວມພິທີມອບທີ່ດິນໃນຄັ້ງນີ້: ຝ່າຍສົງມີຍາທ່ານ ສົມຄິດ ເຄນແກ້ວປັນຍາ ປະທານ ອພສ ເມືອງອາດສະພັງທອງ,ມີອຳນາດການປົກຄອງບ້ານພັງໂຮ, ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ ຕະຫຼອດຮອດລູກຫຼານ, ພີ່ນ້ອງຍາດຕິວົງ, ເພື່ອນມິດສະຫາຍເຂົ້າຮ່ວມໂມທະນາບຸນນຳອີກດ້ວຍ.