ຊາວສະວີເດັນຕົກໃຈ ! ທ້ອງຟ້າປ່ຽນເປັນ “ສີມ່ວງ” ໃນຕອນກາງຄືນ

ຜູ້ທີ່ອາໄສຢູ່ເມືອງແຫ່ງໜຶ່ງຂອງປະເທດສະວີເດັນຕ່າງພາກັນແຕກຕື່ນ ຫລັງຕອນເດິກພົບແສງສີມ່ວງເປັ່ງປະກາຍຢູ່ທ້ອງຟ້າບໍລິເວນເຮືອນຂອງພວກເຂົາ.
ເຫດການນີ້ເກີດຂຶ້ນຢູ່ເມືອງ Gislov ເຊິ່ງຕັ້ງຢູ່ຫ່າງຈາກເມືອງ Trelleborg ທາງຕາເວັນອອກພຽງ 10 ນາທີ ໂດຍເມືອງແຫ່ງນີ້ມີສວນໝາກເລັ່ນໃຫຍ່ທີ່ສຸດ ແລະ ປັດຈຸບັນ ສວນດັ່ງກ່າວເລີ່ມນຳໃຊ້ລະບົບແສງສະຫວ່າງຫລອດແອລອີດີທີ່ຊ່ວຍປະຢັດພະລັງງານແບບໃໝ່ ຫລື a new energy-saving LED light system ຈຶ່ງໃຫ້ເກີດແສງສີມ່ວງເປັ່ງປະກາຍອອກມາ ໂດຍວ່າກັນວ່າ ຖ້າແສງດັ່ງກ່າວຕົກກະທົບໃສ່ຕົ້ນໄມ້ກໍຈະດີຕໍ່ຕົ້ນໄມ້ເອງ ແລະ ລະບົບນີ້ຈະຊ່ວຍຍືດລະດູການປູກອອກໄປໄດ້ອີກ.
ສ່ວນຜູ້ທີ່ອາໄສຢູ່ເມືອງ Gislov ຫາເມືອງ Trelleborg ເກີດຄວາມບໍ່ພໍໃຈ ເນື່ອງຈາກໄດ້ຮັບຜົນກະທົບຈາກແສງປະຫລາດໃນຕອນກາງຄືນ ເຊິ່ງສ່ອງມາເຮືອນຂອງພວກເຂົາ.
ຂະນະທີ່ຫລ້າສຸດເຈົ້າຂອງສວນໝາກເລັ່ນປະກາດມອດໄຟສີມ່ວງລະຫວ່າງເວລາ 17:00 ໂມງຫາ 23:00 ໂມງ ເພື່ອຫລຸດຜົນກະທົບ ແລະ ຄວາມບໍ່ພໍໃຈຂອງຜູ້ທີ່ອາໄສຢູ່ບໍລິເວນໃກ້ຄຽງ.