ທຣຳ ວາງເງື່ອນໄຂອອກຈາກ ທຳນຽບຂາວ
November 28, 2020 - 1:06 PM
ທຣຳ ວາງເງື່ອນໄຂວ່າ ພ້ອມຈະອອກຈາກ ທຳນຽບຂາວ ຖ້າຫາກ ໂຈໄບເດັນເປັນຜູ້ໄຊຊະນະການເລືອກຕັ້ງຈາກຄະນະຜູ້ເລືອກຕັ້ງທີ່ຈະປ່ອນບັດໃນວັນທີ 14 ທັນວາ ທີ່ຈະມາເຖິງ. ແຕ່ກໍຈະເປັນການຍາກທີ່ຈະໃຫ້ເຂົາຍອມຮັບຄວາມພ່າຍແພ້ ຖ້າຄະນະການເລືອກຕັ້ງຫາກປ່ອນບັດໃຫ້ ໄບເດັນຊະນະໃນວັນທີ 14 ທັນວາທີ່ຈະມາເຖິງ.
ທຣຳ ກ່າວຕໍ່ສື່ມວນຊົນທີ່ທຳນຽບຂາ່ວວ່າ: “ການເລືອກຕັ້ງຄັ້ງນີ້ເປັນການເລືອກຕັ້ງຫຼອກລວງ” ແຕ່ບໍ່ໄດ້ໃຫ້ຫຼັກຖານກ່ຽວກັບອັນທີ່ເຂົາເອີ້ນວ່າ ໂກງຄະແນນ ນັ້ນແຕ່ຢ່າງໃດ.
ບັນດາສຳນັກສື່ໃນສະຫະລັດລ້ວນແຕ່ປະກາດໃຫ້ໂຈໄບເດັນເປັນຜູ້ຊະນະການເລືອກຕັ້ງແຕ່ເມື່ອວັນທີ 7 ພະຈິກທີ່ຜ່ານມາ ຊຶ່ງໂຈໄບເດັນໄດ້ຄະແນນຢູ່ທີ່ 306 ຈາກຄະນະຜູ້ເລືອກຕັ້ງ, ຂະນະທີ່ ທຣຳ ໄດ້ພຽງແຕ່ 232 ຄະແນນເທົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ ທຣຳ ບໍ່ຍອມຮັບຜົນການເລືອກຕັ້ງ ແລະ ຍັງເດີນໜ້າຮ້ອງຟ້ອງຕໍ່ສານໃນລັດຕ່າງໆຕໍ່ໄປ.