ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ

ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ -                                                        11 1 696x550 1 - ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ
ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ - kitchen vibe - ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ

ວັນ​ທີ 2 ທັນວາ 2020 ​ເປັນ​ວັນ​ທີ່​ສານ​ລັດຖະທຳ​ມະນູນ​ນັດ​ອ່ານ​ຄຳ​ຕັດສິນ​ບັນຫາ​ທ່ານ ປະ​ຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ຖືກ​ຮ້ອງ​ວ່າ: ອາ​ໄສ​ໃນ​ເຮືອນ​ພັກ​ທະຫານ ​ເຂົ້າຂ່າຍ​ເປັນ​ການ​ຂັດ​ກັນ​ລະຫວ່າງ​ຜົນ​ປະ​ໂຫດ​ຍອັນ​ເປັນ​ການ​ກະທຳ​ຕ້ອງ​ຫ້າມ​ຕາມ​ລັດຖະທຳ​ມະນູນ ຫລື ບໍ່.

ວັນ​ທີ 28 ພະຈິກ, ຮອງ​ໂຄສົກ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ​ໄທ ກ່າວ​ໃນ​ລາຍການ “ລັດຖະບານ​ເລົ່າ​ເລື່ອງ ກັບ​ທີ​ມນາລີ​ສະ​ໂມ​ສອນ” ຕອນ​ໜຶ່ງ​ວ່າ: ​ໃນ​ອາທິດ​ໜ້າ, ທ່ານ ປະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ມີ​ກຳນົດ​ເດີນທາງ​ກວດ​ລາຊະການ​ຢູ່​ແຂວງ​ສະມຸດ​ສົງຄາມ ​ເພື່ອ​ຢ້ຽມຢາມ​ກິດຈະກຳ​ຂອງ​ກຸ່ມ​ວິ​ສາ​ຫະກິດ​ຊຸມ​ຊົນ​ແຄມ​ຄອງ​ໂຮມ​ສະ​ເຕ, ກວດກາ​ການ​ຜະລິດ​ນ້ຳຕານ​ໝາກພ້າວ​ແທ້​ແມ່​ກອງ, ກິດຈະກຳ​ທ່ອງ​ທ່ຽວ​ທາງ​ຊຸມ​ຊົນ, ກິດຈະກຳ​ໂຄກ​ໝອງ​ນາ​ໂມ​ເດລ ​ແລະ ຢ້ຽມຢາມ​ກຸ່ມ​ວິ​ສາ​ຫະກິດ​ຊຸມ​ຊົນ​ອະນຸລັກ​ຟື້ນຟູ​ໝາກພ້າວ​ຄົບ​ວົງ​ຈອນ ຢູ່​ອຳ​ພະວາ​ເຊັ່ນ: ການ​ແປ​ຮູບ​ໝາກກ້ວຍ​ຫັກ​ມຸກ, ການ​ຜະລິດ​ໝາກພ້າວ​ແປ​ຮູບ, ການ​ຜະລິດ​ນ້ຳມັນ​ໝາກພ້າວ​ອາ​ໂວ​ກາ​ໂດ, ການ​ຜະລິດ​ວ່າວ ທີ່​ເປັນຕົ້ນ​ແບບ​ເສດຖະກິດ​ພໍ​ພຽງ ​ເຊິ່ງ​ເປັນ​ການ​ອະນຸລັກ​ຟື້ນຟູ​ໝາກພ້າວ​ຄົບ​ວົງ​ຈອນ.

ສື່​ມວນ​ຊົນ​ລາຍ​ງານ​ວ່າ: ການ​ລົງພື້ນທີ່​ແຂວງ​ສະມຸດ​ສົງຄາມ​ຂອງ​ນາຍົກລັດຖະມົນຕີນັ້ນ ຈະ​ກົງ​ກັບ​ວັນ​ທີ 2 ທັນວາຈະ​ເຖິງ​ນີ້ ​ເຊິ່ງ​ເປັນ​ວັນ​ທີ່​ສານ​ລັດຖະທຳ​ມະນູນ​ນັດ​ອ່ານ​ຄຳ​ຕັດສິນ​ບັນຫາທ່ານ ປະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ຖືກ​ຮ້ອງ​ວ່າ: ອາ​ໄສ​ໃນ​ເຮືອນ​ພັກ​ທະຫານ ​ເຂົ້າຂ່າຍ​ເປັນ​ການ​ຂັດ​ກັນ​ແຫ່ງ​ຜົນ​ປະ​ໂຫຍ​ດອັນ​ເປັນ​ການ​ກະທຳ​ຕ້ອງ​ຫ້າມ​ຕາມ​ລັດຖະທຳ​ມະນູນ.

ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ - 3 - ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ
ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ - 5 - ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ
ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ - 4 - ວັນທີ 2 ທັນວາ ສານລັດຖະທຳມະນູນໄທ ຊີ້ຊະຕານັດອ່ານຄຳຕັດສິນຂໍ້ຫາ ເຮືອນພັກຫລວງ