3 ຄວາມລັບເສດຖີທີ່ໃຊ້ສອນທາຍາດ

ຍຸກນີ້ເຮົາຢາກຮັ່ງມີໄວ, ແຕ່ຄວາມຈິງແລ້ວບໍ່ຄ່ອຍມີໃຜເວົ້າເຖິງ ວ່າການສ້າງຄວາມຮັ່ງມີມັນບໍ່ແມ່ນເລື່ອງຂອງຄວາມໄວ, ແຕ່ມັນເປັນເລື່ອງຂອງການສ້າງຄວາມໝັ້ນຄົງ. ສິ່ງທີ່ເສດຖີແຕກຕ່າງຈາກຄົນທຳມະດາ ຫລັກໆກໍແມ່ນ Mindset ຂອງການສ້າງຄວາມໝັ້ນຄົງນີ້ເອງ. ລອງສັງເກດເບິ່ງວ່າ ເວລາເສດຖີສອນລູກ ເຂົາຈະສອນບໍ່ຄືກັບຄົນທົ່ວໄປສອນລູກ. ຄົນທົ່ວໄປສອນລູກ ຄື :
- ຕັ້ງໃຈຮຽນ ເອົາຄະແນນສູງໆ.
- ຫາວຽກທີ່ດີ, ເງິນເດືອນຫລາຍໆ.
- ໃຊ້ໜ້ອຍໆ, ທ້ອນຫລາຍໆ.
ສະຫລຸບຄື ຄົນທົ່ວໄປສອນໃຫ້ລູກ ທຳມາຫາກິນນັ້ນເອງ ຫລື ເຮັດວຽກເພື່ອຫາກິນ, ໃຊ້ ແລະ ທ້ອນ, ແຕ່ເສດຖີສອນລູກ ຈະສອນ ຄື :
- ສອນໃຫ້ຮູ້ສຶກຊັບສິນ ໃຫ້ລູກໄຈ້ແຍກໃຫ້ອອກວ່າອັນໃດທີ່ເປັນຊັບສິນ ແລ້ວອັນໃດທີ່ບໍ່ແມ່ນຊັບສິນ (ແຍກໃຫ້ເປັນວ່າອັນໃດທີ່ເກັບໄວ້ແລ້ວລາຄາເພີ່ມຂຶ້ນ ກັບອັນໃດທີ່ເກັບໄວ້ແລ້ວລາຄາຫລຸດລົງ).
- ສອນໃຫ້ສ້າງລະບົບ (ສ້າງວຽກເອງ ບໍ່ແມ່ນເອົາແຕ່ຊອກວຽກ) ເຊັ່ນ : ເວລາສອນລູກ ເຂົາເຈົ້າຈະສອນໃຫ້ສ້າງທຸລະກິດທີ່ມີລະບົບ ບໍ່ແມ່ນແຕ່ທຳມາຫາກິນ ໃຊ້ແລ້ວໝົດໄປ, ແຕ່ເຂົາເຈົ້າຈະສອນໃຫ້ເຮັດທຸລະກິດແລ້ວສ້າງໃຫ້ມັນມີລະບົບ ລະບົບແມ່ນທຸລະກິດຈະຕ້ອງສາມາດດຳເນີນຕໍ່, ເຕີບໃຫຍ່ຕໍ່ ເຖິງວ່າເຈົ້າຂອງທຸລະກິດຈະຢູ່ຫລືບໍ່ຢູ່ກໍຕາມ (ບ່ອນນີ້ມັນຕ່າງກັນຫລາຍ ເພາະຖ້າເຮັດວຽກແລ້ວໝົດໄປ ສຸດທ້າຍເມື່ອຢຸດເຮັດມັນກໍກາຍເປັນສູນ, ແຕ່ຖ້າມີລະບົບ ຄື ມັນຕ້ອງຄິດຫລາຍກ່ວາ, ລົງທຶນຫລາຍກ່ວາ, ເບິ່ງຍາວກ່ວາ, ຕ້ອງຈ້າງຄົນ, ຕ້ອງລົງທຶນໃຫ້ມັນຢູ່ຕະຫລອດໄປ ເຊິ່ງເມື່ອທຸລະກິດມີລະບົບ ມັນຂະຫຍາຍໄດ້ ມັນເຕີບໃຫຍ່ໄດ້ ສຸດທ້າຍມັນຫາເງິນແທນເຈົ້າຂອງໄດ້ ບ່ອນນີ້ແມ່ນຫົວໃຈຂອງຄຳວ່າ ທຸລະກິດມີລະບົບ.
- ໃຊ້ເທົ່າໃດກໍໄດ້ ຂໍໃຫ້ມີເຫລືອ ແລ້ວເອົາສ່ວນທີ່ເຫລືອໄປລົງທຶນເພື່ອໃຫ້ມັນຕໍ່ຍອດ ຈະເຫັນໄດ້ວ່າຄົນສ່ວນຫລາຍເມື່ອບໍ່ເຂົ້າໃຈເລື່ອງນີ້ກໍຈະເບິ່ງວ່າຄົນຮັ່ງມີບໍ່ປະຢັດ, ໃຊ້ສິ່ງຂອງຫລູຫລາ, ຟຸມເຟືອຍ, ແຕ່ຄວາມຈິງແລ້ວ ບ່ອນນັ້ນບໍ່ແມ່ນປະເດັກຫລັກ ປະເດັນສຳຄັນແມ່ນ ການຮູ້ຈັກເອົາເງິນເຫລືອມາວາງຕໍ່ຍອດ ໃຫ້ເງິນມັນເຮັດວຽກຕື່ມຍອດຂຶ້ນ.
ສະຫລຸບ ເວລາເສດຖີສອນລູກຈະບໍ່ສອນແຕ່ທຳມາຫາກິນ, ທ້ອນ, ໃຊ້, ແຕ່ຈະສອນໃຫ້ສ້າງລະບົບທີ່ທຳມາຫາກິນແທນເຮົາ – ບ່ອນນີ້ຕ່າງກັນຫລາຍ ຄົນໜຶ່ງຫາມາແລ້ວໃຊ້ ອີກຄົນໜຶ່ງຫາມາໃຊ້ເທົ່າໃດກໍບໍ່ໝົດ ເພາະອອກແບບລະບົບທີ່ໃຫ້ເງິນມັນໃຫຍ່ຕະຫລອດເວລາ.
ເວົ້າມາຮອດຈຸດນີ້ ຫລາຍຄົນກໍຈະຂັດແຍ່ງວ່າ ກໍເສດຖີມີເງິນທຶນຈຶ່ງເວົ້າໄດ້ແບບນີ້ ແລ້ວຄົນທົ່ວໄປທີ່ບໍ່ມີທຶນຈະຄິດແບບນີ້ໄດ້ແນວໃດ ?
ລອງທົບທວນເບິ່ງດີໆ ຄວາມຈິງແລ້ວສິ່ງທີ່ເສດຖີສອນລູກບໍ່ໄດ້ເລີ່ມຈາກສອນໃຫ້ມີເງິນ, ແຕ່ເລີ່ມສອນຈາກໃຊ້ເງິນໃຫ້ເປັນກ່ອນ. ຄົນທີ່ຮູ້ວ່າອັນໃດເປັນຊັບສິນ ອັນໃດເປັນຂີ້ເຫຍື້ອ ກໍຈະໃຊ້ເງິນໄດ້ສະຫລາດ ຄື ໃຊ້ເງິນເປັນ ເມື່ອໃຊ້ເງິນເປັນ ບາດນີ້ບໍ່ວ່າຈະເລີ່ມຫາໄດ້ໜ້ອຍ, ແຕ່ເມື່ອເວລາຜ່ານໄປ ມັນມີແຕ່ເພີ່ມ ຍິ່ງເຮັດກໍຍິ່ງເພີ່ມ. ແມ່ນຢູ່ວ່າຄົນຮັ່ງມີບໍ່ແມ່ນເລີ່ມຈາກຫາເງິນເກັ່ງ, ແຕ່ສິ່ງທຳອິດມັນຕ້ອງເລີ່ມຈາກໃຊ້ເງິນເປັນ ເມື່ອໃຊ້ເງິນເປັນກໍຈະເລີ່ມມີເງິນ ແລ້ວຄ່ອຍມາພັດທະນາວິທີການຫາຕໍ່ໄປ. ເລີ່ມໃຫ້ຖືກ ແລ້ວເຮົາຈະໝົດຂໍ້ອ້າງທີ່ຈະຮັ່ງມີ ເຮົາທຸກຄົນເລີ່ມຮັ່ງມີໄດ້ ຖ້າໃຊ້ເງິນສະຫລາດນັ້ນເອງ.