ເດັກເກີດໃໝ່ຢູ່ສິງກະໂປ ມີພູມຕ້ານທານໂຄວິດ-19 ນັບແຕ່ເກີດ ຫລັງແມ່ຕິດເຊື້ອຊ່ວງຖືພາ

ວັນທີ 29 ພະຈິກຜ່ານມາ, ເວັບໄຊຂອງໜັງສືພິມ Straits Times ລາຍງານວ່າ: ພະແນກເດັກຂອງໂຮງໝໍ National University Hospital ໃນສິງກະໂປ ກວດພົບແອນຕິບໍດີ ຫລື ສານພູມຕ້ານທານ ທີ່ຕໍ່ຕ້ານເຊື້ອໄວຣັສໂຄວິດ-19 ໃນເດັກເກີດໃໝ່ຄົນໜຶ່ງ ທີ່ເກີດເມື່ອຕົ້ນເດືອນພະຈິກຜ່ານມາ.
ຕາມລາຍງານລະບຸວ່າ: ນາງ ເຊລິນ ອິ້ງ ຊານ ແມ່ຂອງເດັກຄົນນັ້ນກວດພົບເຊື້ອໂຄວິດ-19 ໃນຮ່າງກາຍລະຫວ່າງຖືພາ ເຮັດໃຫ້ໝໍສັນນິຖານເຖິງການຖ່າຍໂອນແອນຕິບໍດີຈາກແມ່ສູ່ລູກ ຫລື ອາດເປັນເດັກເອງທີ່ສາມາດສ້າງພູມຄຸ້ມກັນຂຶ້ນມາລະຫວ່າງຢູ່ໃນທ້ອງ.
ກ່ອນໜ້ານີ້ໃນເດືອນຕຸລາ ມີການພິມການວິໄຈສຳລັບກໍລະນີຂອງເດັກເກີດໃໝ່ ເຊິ່ງເກີດຈາກແມ່ທີ່ເປັນຜູ້ຕິດເຊື້ອໂຄວິດ-19 ໃນເມືອງອູ່ຮັ່ນ 11 ຄົນ ພົບວ່າທັງໝົດມີແອນຕິບໍດີຊະນິດ IgG. ຂະນະທີ່ 5 ຄົນກວດພົບແອນຕິບໍດີຊະນິດ IgM ເຊິ່ງຊະນິດ IgM ຄືແອນຕິບໍດີທີ່ເກີດຈາກການຕອບສະໜອງຕໍ່ການຕິດເຊື້ອ ເຮັດໃຫ້ຍັງບໍ່ສາມາດສະຫລຸບຜົນໄດ້ວ່າ: ເດັກເກີດໃໝ່ໄດ້ຮັບສານພູມຕ້ານທານຈາກເຫດໃດ.
ອົງການອະນາໄມໂລກ ຫລື WHO ເປີດເຜີຍວ່າ: ປັດຈຸບັນຍັງບໍ່ພົບວ່າເຊື້ອໄວຣັສສາມາດສົ່ງຜ່ານຈາກແມ່ສູ່ລູກໃນທ້ອງໄດ້ ແລະ ຍັງບໍ່ເຄີຍມີການກວດພົບເຊື້ອໄວຣັສໃນນ້ຳຄາວປາ ຫລື ໃນນ້ຳນົມແມ່ແຕ່ຢ່າງໃດ.
ເຖິງຢ່າງໃດກໍດີ, ເຖິງວ່າຈະຍັງບໍ່ພົບການສົ່ງຕໍ່ເຊື້ອໄວຣັສຈາກແມ່ສູ່ລູກໃນທ້ອງ, ແຕ່ຜົນການສຶກສາໃນເວັບໄຊຂອງໜ່ວຍງານປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ (CDC) ຂອງອາເມລິກາ ເປີດເຜີຍວ່າ: ຈາກການສຳຫລວດກຸ່ມຕົວຢ່າງຈຳນວນ 40.406 ຄົນ ພົບວ່າແມ່ຍິງຖືພາມີໂອກາດຈະຕ້ອງເຂົ້າຫ້ອງ ICU ແລະ ມີອັດຕາການເສຍຊີວິດຫລາຍກວ່າແມ່ຍິງທີ່ບໍ່ໄດ້ຖືພາ, ແຕ່ຍັງບໍ່ສາມາດຫາສາເຫດໄດ້ວ່າເປັນຍ້ອນຫຍັງ.