ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ

ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - 005 - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ
ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - kitchen vibe - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ

ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ພະຈິກນີ້ ທີ່ສູນຮ່ວມມືສາກົນ ICTC ໃນນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລາວ ລະຫວ່າງວັນທີ 29-30 ພະຈິກນີ້ ໂດຍມີຜູ້ແທນຂັ້ນສູງຂອງສອງປະເທດເຂົ້າຮ່ວມນຳດ້ວຍ.

ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - 001 4 300x200 - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ

ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ
ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ

ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ໂດຍໄດ້ທົບທວນຄືນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຄວາມປິຕິຍິນດີທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວເປັນລຳດັບມາ. ພ້ອມຍັງໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງສອງຂະແໜງການຕ່າງປະເທດທີ່ເປັນຂົວຕໍ່, ເປັນເສນາທິການທີ່ດີໃຫ້ຂັ້ນເທິງ ແລະ ເປັນຜູ້ຊຸກຍູ້ຕິດຕາມການຮ່ວມມືສອງຝ່າຍໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ພົບປະຂອງການນໍາຂັ້ນສູງຂອງສອງປະເທດດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງປະເທດ ກໍຄືສອງຂະແຫນງການຕ່າງປະເທດໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - 003 5 300x200 - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ

ໃນໂອກາດນີ້, ຝ່າຍລາວໄດ້ສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ສໍາເລັດການເປັນປະທານອາຊຽນດ້ວຍຜົນອັນຈົບງາມ. ພ້ອມທັງໄດ້ສະແດງຄວາມຂອບໃຈ ສສ ຫວຽດນາມ ທີ່ໄດ້ໃຫ້ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕະຫລອດມາ ບໍ່ວ່າຈະເປັນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ກໍຄືໃນໄລຍະເວລາ ສປປ ລາວ ປະສົບກັບເຫດໄພພິບັດທາງທໍາມະຊາດອື່ນໆ ໂດຍສະເພາະການມອບເຂົ້າສານ ຈໍານວນ 1.000 ໂຕນ ເພື່ອຊ່ວຍເຫລືອປະຊາຊົນແຂວງສະຫວັນນະເຂດ ທີ່ປະສົບກັບອຸທົກກະໄພຮ້າຍແຮງ ໃນກາງເດືອນພະຈິກຜ່ານມານີ້, ເຖິງວ່າສະຫາຍຫວຽດນາມເອງກໍຜະເຊີນໜ້າກັບໄພທຳມະຊາດຮ້າຍແຮງເຊັ່ນກັນ ແຕ່ກໍໄດ້ບິແບ່ງການຊ່ວຍເຫລືອອັນລໍ້າຄ່າດັ່ງກ່າວ.

ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - 004 300x200 - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ

ໃນຕອນທ້າຍຂອງກອງປະຊຸມ, ທັງສອງລັດຖະມົນຕີ ໄດ້ຮ່ວມກັນລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງ ໃນໄລຍະ 2021-2025 ແທນສະບັບເກົ່າທີ່ໄດ້ໝົດອາຍຸລົງໃນປີ 2020 ນີ້ ເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງກະຊວງໃຫ້ຂະຫຍາຍຕົວ ແລະ ສອດຄ່ອງກັບສະພາບການໃນໄລຍະໃໝ່.

ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - 4 - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ
ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - 3 - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ
ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ - 5 - ລາວ-ຫວຽດນາມ ຫາລືການຮ່ວມມື ແລະ ວຽກງານການເມືອງສອງຝ່າຍ