ຜູ້ຕິດເຊື້ອໂຄວິດ-19 ຢູ່ແຂວງ ທາຍບິງ ສສ ຫວຽດນາມ ຜົນກວດເປັນລົບ ພາຍຫຼັງ 3 ວັນ ເປັນຄືນ(ເປັນບວກ)
November 30, 2020 - 3:25 PM
ສູນຄວບຄຸມພະຍາດຂອງແຂວງ ທາຍບິງ ສສ ຫວຽດນາມ ໃຫ້ຮູ້ວ່າ ຜົນກວດດ້ວຍ PCR ໃນຕອນເຊົ້າວັນທີ 30 ພະຈິກນີ້ ຂອງຜູ້ຕິດເຊື້ອໄວຣັດໂຄໂຣນາ ອາຍຸ 32 ປີ ປາກົດວ່າເປັນລົບ. ຫຼັງຈາກນັ້ນ 3 ວັນມາກວດຄືນ ເຫັນຜົນກວດເປັນບວກຄືນ.
ຜູ້ຕິດເຊື້ອຄົນດັ່ງກ່າວຜົນກວດເປັນບວກໃນວັນທີ 26 ພະຈິກ, ພາຍຫຼັງປ່ີນປົວເປັນເວລາ 2 ອາທິດ ທາງໂຮງໝໍກໍໄດ້ປະກາດວ່າ ປົວຫາຍດີແລ້ວ ແລະ ໄດ້ໃຫ້ອອກໂຮງໝໍໄປ.
ປາກົດການເປັນຄືນ ແມ່ນກໍລະນີຜູ້ຕິດເຊື້ອປົວຫາຍດີແລ້ວ ກັບມາເປັນໃໝ່ ອັນເນື່ອງຈາກວ່າ ຊາກຂອງເຊື້ອໄວຣັດຍັງຄົງຄ້າງຢູ່ໃນຮ່າງກາຍ ຈຶ່ງເຮັດໃຫ້ຜົນກວດຄືນເປັນບວກ. ແຕ່ຈົນມາເຖິງຂະນະນີ້ ຍັງບໍ່ທັນມີກໍລະນີໃດຢືນຢັນວ່າ ສົ່ງເຊື້ອຕິດໃສ່ຄົນອື່ນໄດ້.
ເຖິງຢ່າງໃດກໍຕາມຜູ້ເປັນຄືນຄົນດັ່ງກ່າວ ກໍຖືກນຳສົ່ງໂຮງໝໍເພື່ອປິ່ນປົວຄືນ ເພື່ອຮັບປະກັນບໍ່ໃຫ້ຕິດເຊື້ອໃສ່ຄົນອື່ນ ເຖິງແມ່ນບໍ່ທັນມີຫຼັກຖານໃດວ່າຜູ້ເປັນຄືນນັ້ນສົ່ງເຊື້ອໃສ່ຄົນອື່ນໄດ້.