ເສດຖະກິດຮອບວຽນ ແມ່ນຄວາມຫວັງແທ້ບໍ່?
ໂດຍ: ມຶກບໍ່ແຫ້ງ
ໃນທ່າມກາງ ຄວາມເປັນຫ່ວງຂອງປວງຊົນທົ່ວໂລກວ່າ ພວກເຮົາອາດຈະດັບສູນໄປຍ້ອນການ ເສື່ອມໂຊມຂອງລະບົບນິເວດໂລກ ຍ້ອນຮູບແບບເສດຖະກິດປັດຈຸບັນ ທີ່ໃຊ້ຊັບພະຍາກອນແບບຟຸມເຟືອຍ ເພາະສະນັ້ນ ຈຶ່ງເກີດມີ ແນວຄວາມຄິດ ເສດຖະກິດ ຮອບວຽນ (Circular Economy) ທີ່ຈະເປັນຄວາມຫວັງໃໝ່ ຂອງພວກເຮົາ.
ເສດຖະກິດໃນປັດຈຸບັນແມ່ນ ຂຶ້ນຕໍ່ກັບການຜະລິດສິນຄ້າໃຫ້ໄດ້ຫຼາຍ ໃຫ້ສາມາດຂາຍໃຫ້ຫຼາຍ ນຳໃຊ້ ແລ້ວຖີ້ມ, ຊື້ໃໝ່ ຕະຫຼອດ ເພື່ອເຮັດໃຫ້ ເສດຖະກິດຂະຫຍາຍຕົວໄວ, ມີລາຍໄດ້ສູງ ເຊິ່ງໄປຄຽງຄູ່ ການສ້າງຄຸນຄ່າທາງດ້ານໂລກວັດຖຸນິຍົມ ອັນມີຜົນອັນຕະລາຍຕໍ່ ຊັບພະຍາກອນທຳມະຊາດ ທີ່ນັບມື້ນັບບົກ ແຫ້ງ ແລະ ກໍໃຫ້ເກີດສິ່ງເສດເຫຼືອ ນັບມື້ນັບຫຼາຍ ໂດຍສະເພາະ ບັນດາຂີ້ເຫຍື້ອທີ່ເປັນ ປຣາສຕິກ ໂດຍ ອົງການ ສິ່ງແວດລ້ອມ ອົງການ ສະຫະປະຊາຊາດ ຄາດການວ່າ ຖ້າທ່າອ່ຽງປັດຈຸບັນ ຍັງສືບຕໍ່ ຈະເຮັດໃຫ້ ທ້ອງທະເລເຮົາມີ ຂີ້ເຫຍື້ອຫຼາຍກວ່າປາພາຍໃນປີ 2050.
ຍ້ອນແນວນັ້ນ ແນວຄວາມຄິດຂອງເສດຖະກິດຮອບວຽນນີ້ ແມ່ນມີຫຼັກການພື້ນຖານທີ່ວ່າ ຕ້ອງນຳໃຊ້ຊັບພະຍາກອນ ທີ່ມີຢູ່ ໃຫ້ເກີດຜົນປະໂຫຍດສູງສຸດ, ສາມາດ ນຳໃຊ້ຄືນໃໝ່ໄດ້, ເລືອກນຳໃຊ້ ວັດສະດຸ ທີ່ເປັນມິດ ກັບທຳມະຊາດ ໃຫ້ຫຼາຍທີ່ສຸດ, ການຜະລິດແລ້ວ ສາມາດ ນຳມາຜະລິດ ຫຼື ໝູນໃຊ້ຄືນໃໝ່ໄດ້ ເຊິ່ງ ເປັນຄວາມໄຟ່ຝັນຂອງມະນຸດ ທີ່ຈະເຮັດໃຫ້ໂລກນີ້ ເປັນບ່ອນຢູ່ທີ່ຍືນຍົງໄດ້.
ໃນໂລກນີ້ ບັນດາປະເທດ ເອີລົບ ເປັນຜູ້ມີຄວາມກະຕືລືລົ້ນຫຼາຍກວ່າໝູ່, ປະເທດ ຊູແອັດໄດ້ມີຍຸດທະສາດ ວ່າດ້ວຍ ການຜະລິດ ແລະ ການບໍລິໂພກທີ່ຍືນຍົງ (2016) ທີ່ແນ່ໃສ່ວ່າ ຈະເຮັດແນວໃດ ໃຫ້ການບໍລິໂພກນັ້ນ ມີຄວາມຍືນຍົງກວ່າເກົ່າ ໃນນີ້ ໄດ້ສຸມໃສ່ 3 ຂະແໜງການຕົ້ນຕໍ ເຊັ່ນວ່າ ການຄົມມະນາຄົມ, ການສ້າງສະຖານທີ່ອາໄສ ແລະ ອາຫານ. ຍຸດທະສາດນີ້ເນັ້ນໜັກໃນການ ຊຸກຍູ້ ແລະ ຕິດຕາມກວດກາ ນຳພາກສ່ວນເອກະຊົນ ທີ່ຈະຕ້ອງປະກອບສ່ວນໃນການຈັດຕັ້ງປະຕິບັດ ຍຸດທະສາດການ ຜະລິດ ແລະ ບໍລິໂພກທີ່ຍືນຍົງ ນີ້ຕື່ມອີກ ແລະ ແນວທາງການພັດທະນາຂອງ ສະຫະພາບ ເອີລົບ ໃນຕໍ່ໜ້າ ແມ່ນຢຶດໝັ້ນກັບການພັດທະນາສີຂຽວເປັນຕົ້ນຕໍ.
ເຊັ່ນດຽວກັບ ແນວທາງການພັດທະນາໃໝ່ຂອງ ສປປລາວ ທີ່ເນັ້ນໜັກວ່າ ຕ້ອງໄປຕາມ “ທິດຍືນຍົງສີຂຽວ” ເຊິ່ງພວກເຮົາ ຕ້ອງໄດ້ ຕີແຜ່ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງຕື່ມອີກ. ພ້ອມກັນນີ້ ຈາກທີ່ ຍຸດທະສາດການເຕີບໂຕສີຂຽວທີ່ໄດ້ ຮັບຮອງເອົາໃນ ຕົ້ນປີ 2019 ນັ້ນ ກໍເປັນບ່ອນອີງ ທີ່ສຳຄັນ ທີ່ຈະເຮັດໃຫ້ ສປປລາວ ກ້າວສູ່ເສັ້ນທາງ ເສດຖະກິດຮອບວຽນໄດ້.
ຜູ້ຂຽນ ໄດ້ຍິນມາວ່າ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ນັ້ນກໍໄດ້ວາງເປົ້າໝາຍໄວ້ວ່າ ເສດຖະກິດຮອບວຽນ ແມ່ນໜຶ່ງໃນ ບູລິມະສິດຂອງລັດຖະບານ. ອັນນີ້ ກໍແມ່ນທິດທາງ ທີ່ສອດຄ່ອງກັບການຫັນປ່ຽນ ທິດທາງການພັດທະນາລະບົບເສດຖະກິດໃໝ່ຂອງໂລກ.
ການພັດທະນາ ເສດຖະກິດຮອບວຽນ ຂອງ ສປປລາວ ນັ້ນມີທັງ ສິ່ງທ້າທາຍ ແລະ ໂອກາດ. ສິ່ງທ້າທາຍ ທີ່ສຳຄັນ ທີ່ສຸດໃນປັດຈຸບັນ ກໍແມ່ນ ຄວາມອາດສາມາດ ຂອງພວກເຮົາບໍ່ວ່າຈະເປັນສະຖາບັນ ກໍຄືຄວາມຊ່ຽວຊານສະເພາະດ້ານ ຮວມໄປເຖິງການນຳພາໃນແຕ່ລະຂັ້ນ ແລະຂອດຈຳກັດ ທາງດ້ານງົບປະມານໃນການຫັນທິດທາງ ໄປສູ່ຮູບແບບການພັດທະນາເສດຖະກິດແບບໃໝ່.
ແຕ່ເຖິງຢ່າງໃດກໍຕາມ ສປປລາວ ຍັງມີໂອກາດຢ່າງຫຼວງຫຼາຍ ທີ່ຈະເຮັດໃຫ້ພວກເຮົາ ສາມາດເດີນຕາມເສັ້ນທາງເສດຖະກິດ ຮອບວຽນໄດ້, ພວກເຮົາຍັງມີ ຊັບພະຍາກອນທຳມະຊາດອຸດົມສົມບູນ ທີ່ຄວນໄດ້ຮັບການນຳໃຊ້ຢ່າງລະມັດລະວັງ ໃນການພັດທະນາ, ລະບົບ ຕ່ອງໂສ້ອາຫານ ທີ່ສາມາດ ປັບປຸງໄດ້ ນັບແຕ່ການຜະລິດ ຈົນເຖິງການບໍລິໂພກ, ຈາກແນວທາງ ແລະ ນິຕິກຳທີ່ກ່ຽວຂ້ອງ ທີ່ໄດ້ຮັບການພັດທະນາ ສາມາດ ຊຸກຍູ້ສົ່ງເສີມ ພາກສ່ວນ ເອກະຊົນ ໃນການຫັນທິດສູ່ການຜະລິດ ທີ່ເປັນມິດກັບສິ່ງແວດລ້ອມ, ສາມາດຜະລິດ ແລະ ນຳໃຊ້ຄືນໃໝ່.
ເສດຖະກິດຮອບວຽນ ອາດເປັນແນວຄວາມຄິດທີ່ດີເລີດ ທີ່ສອດຄ່ອງກັບສະພາບທີ່ ຊັບພະຍາກອນຂອງໂລກນັບມື້ນັບບົກແຫ້ງ ໃນຂະນະທີ່ ປະຊາກອນໂລກ ເພີ່ມຂຶ້ນ ແຕ່ແນວຄວາມຄິດ ຂອງການພັດທະນາຮູບແບບນີ້ ຈະບໍ່ເກີດຂຶ້ນຢ່າງເດັດຂາດ ຫາກປາສະຈາກ ຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ.